ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຈີນ ສົ່ງນັກບິນອະວະກາດ ຈຸທຳອິດ ຂຶ້ນໄປສະຖານີ ອະວະກາດຖາວອນໃໝ່


ຈະຫຼວດ Long March-2F Y12 ທີ່ນຳພານັກອະວະກາດ ຈີນ ໃນຍານອະວະກາດ ເສິນໂຈ-12 ບິນອອກຈາກສູນປ່ອຍດາວທຽມ ຈິນຈວນ ໃນພາກຕາເວັນຕົກສຽງເໜືອຂອງ ຈີນ. 17 ມິຖຸນາ, 2021.
ຈະຫຼວດ Long March-2F Y12 ທີ່ນຳພານັກອະວະກາດ ຈີນ ໃນຍານອະວະກາດ ເສິນໂຈ-12 ບິນອອກຈາກສູນປ່ອຍດາວທຽມ ຈິນຈວນ ໃນພາກຕາເວັນຕົກສຽງເໜືອຂອງ ຈີນ. 17 ມິຖຸນາ, 2021.

ຈີນ ໄດ້ສົ່ງພະນັກງານຈຸທຳອິດ ຂອງສະຖານີອະວະກາດຖາວອນໃໝ່ຂອງເຂົາເຈົ້າຂຶ້ນສູ່ວົງໂຄຈອນ ໃນຕອນເຊົ້າວັນພະຫັດມື້ນີ້.

ນັກບິນອະວະກາດ ທີ່ມີປະສົບການສູງ ທ່ານ ນີ ໄຮເຊັງ ແລະ ທ່ານ ຫຼິວ ໂບມິງ ພ້ອມກັບນັກອະວະ ກາດໃໝ່ທ່ານ ຖັງ ຮັອງໂບ ໄດ້ບິນອອກຈາກສູນປ່ອຍດາວ ທຽມ ຈິວຈວນ ໃນພາກຕາເວັນຕົກສຽງເໜືອຂອງ ຈີນ ຢູ່ເທິງຍານອະວະກາດ ເສິນໂຈ-12.

ຝູງຜູ້ຊົມໄດ້ກ່າວອຳລາຕໍ່ນັກບິນອະວະກາດສາມຄົນນັ້ນໃນພິທີທີ່ຖືກວາງແຜນໄວ້ຢ່າງລະມັດລະ ວັງ ກ່ອນທີ່ເຂົາເຈົ້າຈະຂຶ້ນລົດຕູ້ເພື່ອພາເຂົາເຈົ້າໄປຖານສົ່ງຍານ ເພື່ອຂຶ້ນໄປຍານອະວະກາດຂອງເຂົາເຈົ້າ. ພາລະກິດດັ່ງກ່າວແມ່ນການບິນຂຶ້ນໄປອະວະກາດດ້ວຍຄົນຄັ້ງທຳອິດຂອງ ຈີນ ໃນຮອບ 5 ປີ.

ສາມຄົນທີ່ວ່ານັ້ນແມ່ນຄາດວ່າຈະເດີນທາງໄປຮອດໜ່ວຍທຳອິດຂອງສະຖານີດັ່ງກ່າວ, ທີ່ຖືກເອີ້ນວ່າ ຖຽນເຮ, ຫຼື “ຄວາມສາມັກຄີແຫ່ງສະຫວັນ,” ພາຍໃນຄືນວັນພະຫັດນີ້, ບ່ອນທີ່ເຂົາເຈົ້າຈະໃຊ້ເວລາ 3​ ເດືອນຂ້າງໜ້າ ຕິດຕັ້ງໜ່ວຍດັ່ງກ່າວດ້ວຍອຸປະກອນ ແລະ ທົດລອງອົງປະກອບຕ່າງໆຂອງມັນ.

ພາລະກິດນີ້ ແມ່ນຄັ້ງທີ 3​ ຈາກ 11 ຄັ້ງທີ່ຕ້ອງການເພື່ອເສີມອົງປະກອບຕ່າງໆຂອງສະຖານີອະວະ ກາດ ກ່ອນທີ່ມັນຈະປະຕິບັດການຢ່າງເຕັມທີ່ໃນປີໜ້າ. ສະຖານີໃໝ່ນີ້ແມ່ນຄາດວ່າຈະປະຕິບັດການເປັນເວລາ 10 ປີ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG