ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຈີນ ເປີດ​ການ​ສືບ​ສວນ ການ​ຕໍ່​ຕ້ານ​​ທຸ້ມ​ເທຕະຫຼາດ​ພ​ລາ​ສ​ຕິກ ໂດຍ ສະ​ຫະ​ພາບ​ຢູ​ໂຣບ, ສະ​ຫະ​ລັດ, ຍີ່​ປຸ່ນ ແລະ ໄຕ້​ຫວັນ


​ລົດ​ປັນ​ທຸກ​ຕູ້​ສິນ​ຄ້າ​ແລນ​ຢູ່​ທ່າ​ເຮືອ ຢາງ​ຊານ ໃນ​ນະ​ຄອນ ຊຽງ​ໄຮ້, ຈີນ, 29 ມີ​ນາ 2018.
​ລົດ​ປັນ​ທຸກ​ຕູ້​ສິນ​ຄ້າ​ແລນ​ຢູ່​ທ່າ​ເຮືອ ຢາງ​ຊານ ໃນ​ນະ​ຄອນ ຊຽງ​ໄຮ້, ຈີນ, 29 ມີ​ນາ 2018.

ກະ​ຊວງ​ການ​ຄ້າ​ຂອງ ຈີນ ໃນ​ວັນ​ອາ​ທິດ​ວານນີ້​ ໄດ້​ເປີດ​ການ​ສືບ​ສວນ ໃນເລື້ອງ ​ການຕໍ່​ຕ້າ​ທຸ້ມເທ​ວັດຖຸທີ່ເຮັດດ້ວຍສານ​ປະ​ກອບ ໂຄ​ໂພ​ລີ​ເມີ ຫຼື POM ເຂົ້າໃນຕະຫຼາດ​, ເຊິ່ງ​ແມ່ນ​ຢາງ​ພ​ລາ​ສ​ຕິກວິ​ສະ​ວະ​ກຳ​ຊ​ະ​ນິດ​ນຶ່ງ, ທີ່​ຖືກ​ນຳ​ເຂົ້າ​ຈາກ ​ສະ​ຫະ​ພາບ ຢູ​ໂຣບ, ສ​ະ​ຫະ​ລັດ, ຍີ່​ປຸ່ນ ແລະ ໄຕ້​ຫວັນ ອີງຕາມລາຍງານຂອງອົງການຂ່າວ ຣອຍເຕີສ໌.

ພ​ລາ​ສ​ຕິກດັ່ງ​ກ່າວ ​ສາ​ມາດ​ໃຊ້​ທົດ​ແທນ​ເຫຼັກ​ສ່ວນ​ນຶ່ງ​ເຊັ່ນ ທອງ​ແດງ ແລະ ສັງ​ກະ​ສີ ແລະ ຖືກ​ໃຊ້​ສຳ​ລັບຫຼາຍ​ຢ່າງ​ລວມ​ທັງ​ອາ​ໄຫຼ່​ລົດ​ຍົນ, ເຄື່ອງ​ອີ​ເລັກ​ໂທ​ຣ​ນິກ ແລະ ການ​ແພດ, ອີງ​ຕາມ​ການ​ກ່າວ​ໃນ​ຖະ​ແຫຼງ​ການ​ຂອງ​ກະ​ຊວງ.

ການ​ສືບ​ສວນ​ສອບ​ສວນ​ຄວນ​ແລ້ວ​ສຳ​ເລັດ​ ພາຍ​ໃນ​ນຶ່ງ​ປີ​ ແຕ່​ອາດ​ຕໍ່​ເວ​ລາ​ອອກ​ໄປ 6 ເດືອນ, ອີງ​ຕ​າມ​ການ​ກ່າວ​ຂອງ​ເຂົາ​ເຈົ້າ.

ຄະ​ນະ​ກຳ​ມາ​ທິ​ການ​ຢູ​ໂຣບ, ເຊິ່ງ​ຄວບ​ຄຸມ​ນະ​ໂຍ​ບາຍ​ການ​ຄ້າ​ຂອງສະ​ຫະ​ພາບ​ຢູ​ໂຣບ, ໄດ້​ກ່າວ​ວ່າ ​ເຂົາ​ເຈົ້າ​ຈະ​ສຶກ​ສາ​ຢ່າງ​ລະ​ມັດ​ລະ​ວັງ ກ່ຽວ​ກັບ ຫົວ​ຂໍ້​ຕ່າງໆ​ຂອງ​ການ​ສືບ​ສວນ ​ກ່ອນ​ຕັດ​ສິນ​ໃຈ ກ່ຽວ​ກັບບາດ​ກ້າວ​ຕໍ່​ໄປ​ໃດໆ.

ໂຄ​ສົກ​ທ່ານ​ນຶ່ງ​ໄດ້​ກ່າວ​ວ່າ “ພວກ​ເຮົາ​ຄາດ​ວ່າ ​ຈີນ​ຈະ​ຮັບ​ປະ​ກັນ​ວ່າ ​ການ​ສືບ​ສວນ​ສອບ​ສວນ​ນີ້ ​ແມ່ນ​ສອດ​ຄ່ອງ​ຢ່າງ​ເຕັ​ມ​ທີ່​ກັບ​ກົດ​ລະ​ບຽບ ແລະ ພັນ​ທະ​ຂອງ​ອົງ​ການ​ການ​ຄ້າ​ໂລກ (WTO).”

ການ​ສືບ​ສວນ ກ່ຽວ​ກັບ ຢາງພ​ລາ​ສ​ຕິກ ຂອງ ຈີນ ໄດ້​ມີ​ຂຶ້ນ​ທ່າມ​ກາງ​ຄວາມ​ຂັດ​ແຍ້ງ​ດ້ານ​ການ​ຄ້າ​ທີ່ກວ້າງ​ຂວາງ​ກັບ ສະ​ຫະ​ລັດ ແລະ ຢູ​ໂຣບ.

ສະ​ຫະ​ລັດ ໃນ​ວັນ​ອັງ​ຄານ​ທີ່​ຜ່ານ​ມາ​ໄດ້​ເປີ​ດ​ເຜີຍ​ການ​ຂຶ້ນ​ພາ​ສີ​ຢ່າງຫຼວງຫຼາຍ​ຕໍ່​ລົດ​ໄຟ​ຟ້າ​ຂອງ ຈີນ, ຫຼື EV, ໄມ​ໂຄ​ຊິບ​ຄອມ​ພິວ​ເຕີ, ຜະ​ລິດ​ຕະ​ພັນ​ການ​ແພດ ແລະ ສິນ​ຄ້າ​ນຳ​ເຂົ້າ​ອື່ນໆ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG