ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຈີນ ສົ່ງຍານ ແລະນັກບິນ ອະວະກາດ 3 ຄົນ ຂຶ້ນສູ່ ວົງໂຄຈອນ (ສະໄລດ໌/ວີດີໂອ)


ຍານອະວະກາດ Shenzhou-10 ຈະ​ນໍາ​​ເອົານັກ​ບິນ​ອະວະກາດ ສາມ​ຄົນ ຮວມ​ທັງ​ພະນັກງານ​ຄົນ​ນຶ່ງ​ທີ່​ເປັນ​ຜູ້ຍິງ​ຂຶ້ນ​ໄປ​ປະຕິບັດງານ ​ຢູ່​ເທິງອະວະກາດ
ຍານອະວະກາດ Shenzhou-10 ຈະ​ນໍາ​​ເອົານັກ​ບິນ​ອະວະກາດ ສາມ​ຄົນ ຮວມ​ທັງ​ພະນັກງານ​ຄົນ​ນຶ່ງ​ທີ່​ເປັນ​ຜູ້ຍິງ​ຂຶ້ນ​ໄປ​ປະຕິບັດງານ ​ຢູ່​ເທິງອະວະກາດ
ຈີນ ພວມ​ເອົາ​ອີກ​ບາດກ້າວ​ນຶ່ງ ​ໄປ​ສູ່​ເປົ້າໝາຍ​ ໃນ​ຄວາມ​ໄຝ່
ຝັນ​ທີ່​ຢາກ​ສ້າງສະ ຖານີອະວະກາດຂອງ​ຕົນ ດ້ວຍ​ການ​ສົ່ງ
ໃນອັນ​ທີ່ຈີນ​ຫວັງ​ວ່າ ​ເປັນ​ໂຄງການ​ຍານ ​ອະວະກາດທີ່ບັງ
ຄັບ​ ໂດຍມະນຸດ​ຂຶ້ນ​ໄປ​ປະຕິບັດ​ງານ​ ທີ່​ມີ​ການລໍຄອຍ​ຖ້າມາ
​ເປັນ​ເວລາ​ດົນນານທີ່​ສຸດນັ້ນ.

​ໂດຍ​ທີ່​ມີ​ປະທານ​ປະ​ເທດ ທ່ານ Xi Jinping ​ແລະ​ຜູ້ນຳ​ອະ​ວຸ
​ໂສ​ຄົນ​ອື່ນໆ​ເບິ່ງ​ຢູ່ ​ໃກ້ໆ​ນັ້ນ Shenzhou-10 ຊຶ່ງ​ມີ​ຄວາມ​
ໝາຍວ່າ ຍານ​ຂ​ອງ​ເທບພະ​ເຈົ້າ ​ໄດ້​ພຸ່ງ ຂຶ້ນສູ່ອະວະກາດ
ໃນ​ວັນ​ອັງຄານ​ມື້​ນີ້ ຈາກ​ສູນກາງ​ສົ່ງ​ໃນ​ເຂດທະ​ເລ​ຊາຍ Gobi
ທີ່ຢູ່ໂດດດ່ຽວຫ່າງ​ໄກຂອງ​ຈີນ.

ຍານ​ອະວະກາດລຳ​ນີ້ ຈະ​ນໍາເອົານັກ​ບິນ​ອະວະກາດ ສາມ​ຄົນ ຮວມ​ທັງ​ພະນັກ ງານ​ຄົນ​ນຶ່ງ​
ທີ່​ເປັນ​ຜູ້ຍິງ​ຂຶ້ນ​ໄປ​ປະຕິບັດງານ​ເປັນເວລາ 15 ມື້ຢູ່​ເທິງອະວະກາດ ຄື​ສອງ​ມື້ ດົນກວ່າ​ການ​
ປະຕິບັດ​ງານ ​ທີ່ມີ​ລັກ​ສະສະ​ແບບ​ດຽວ​ກັນ ​ໃນ​ປີນີ້ ​ແລະ​ຈະ​ເຊື່ອມ​ຕໍ່ກັບ​ຫ້ອງ​ລົດ​ລອງ​ອະວະ
ກາດທີ່​ຮູ້​ກັນ​ວ່າ Tiangong 1 ​ໃຊ້​ມີ​ໜ້າ​ທີ່​ເປັນ​ໂຕແບບ​ຂອງສະຖານີອະວະກາດ​ຢ່າງ​ເຕັມ​
ທີ່​ນັ້ນ.

ການ​ເຂົ້າເຊື່ອມ​ຕໍ່ ​ແລະ​ການທົດ​ລອງອື່ນໆ​ ທີ່​ກຳນົດຈະ​ປະຕິບັດຢູ່​ໃນຫ້ອງ​ທົດລອງອະວະ
ກາດດັ່ງກ່າວ ​ແມ່ນ​ຖື​ວ່າ​ເປັນບາດກ້າວທີ່ສໍາຄັນຂັ້ນທຳ​ອິດໄປ​ສູ່​ການ​ສ້າງ​ສະຖານີ​ອະວະ
ກາດຢ່າງ​ເປັນ​ການ​ຖາວອນ ຊຶ່ງ​ຈີນ​ມີ​ຄວາມ​ຫວັງ​ວ່າ​ຈະ​ແລ້ວ ສຳ​ເລັດ ໃນ​ປີ 2020.


ໂຄງການອະວະກາດຂອງ​ຈີນ ​ໄດ້ປະສົບ​ຄວາມ​ສຳ​ເລັດ​ຢ່າງ​ໃຫຍ່​ຫຼວງພາຍ​ໃນ​ເວລາ​ຂ້ອນ
​ຂ້າງສັ້ນ. ເຖິງ​ແມ່ນ​ວ່າ ຍັງ​ຫລ້າ​ຫລັງສະຫະລັດ ​ແລະຣັດ​ເຊຍຢູ່​ກ່ຽວ​ກັບ​ເທັກ​ໂນ​ໂລ​ຈີດ້ານ
ອະວະກາດແລະ​ປະສົບ​ການກໍ​ຕາມ. ​ໃນ​ປີ 2003 ຈີນ​ໄດ້​ສົ່ງ​ນັກ​ບິນ​ອະວະກາດຄົນ​ທໍາ​ອິດ
​ສູ່ວົງ​ໂຄຈອນ. ຫ້າ​ປີ​ຕໍ່​ມາ ໄດ້​ສໍາ​ເລັດ ​ໃນການ ອອກໄປ​ປະຕິບັດ​ງານ​ ນອກຍານ​ອະວະ
ກາດ​ເປັນເທື່ອ​ທໍາ​ອິດ.

ນັບແຕ່​ນັ້ນ​ມາ ຈີນ​ໄດ້​ສົ່ງນັກ​ບິນ​ອະວະກາດ 8 ຄົນ​ຂື້ນ​ສູ່ວົງ​ໂຄຈອນ ​ໃນ​ການ​ປະຕິບັດ​ງານ​ສີ່​ຄັ້ງ.

China Space
please wait
Embed

No media source currently available

0:00 0:00:57 0:00

XS
SM
MD
LG