ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສ​ຫລ ກຳ​ລັງເກັບເອົາຊິ້ນສ່ວນຂອງບາ​ລ​ລູນ​ ສອດ​ແນມ​ຂອງ​ຈີນ ທີ່​ຖືກ​ຍິງ​ຕົກ​ນັ້ນ ​ມາເບິ່ງ


(ພາບ​ໃນ​ແຟ​ໃ) ທ່ານ Xie Feng ຂອງ​ຈົນ​ກ່າວ​ຢູ່​ໃນ​ກອງ​ປະ​ຊຸມ​ຖະ​ແຫລງ​ຂ່າວ ໃນ​ຮົງ​ກົງ, ວັນ​ທີ 7 ກຸມ​ພາ, 2020. ທ່ານ Xie ເອີ້ນ​ການ​ຍິງ​ບາ​ລ​ລູນຂອງ​ຈີນ​ໃຫ້​ຕົກໂດຍ​ສະ​ຫະ​ລັດ​ນັ້ນ​ວ່າ​ເປັນ​"ການ​ລະ​ເມີດຕໍ່​ຫລັກການ​ປະ​ຕິ​ບັດຂອງ​ສາ​ກົນ​ຢ່າງ​ແຮງ.”
(ພາບ​ໃນ​ແຟ​ໃ) ທ່ານ Xie Feng ຂອງ​ຈົນ​ກ່າວ​ຢູ່​ໃນ​ກອງ​ປະ​ຊຸມ​ຖະ​ແຫລງ​ຂ່າວ ໃນ​ຮົງ​ກົງ, ວັນ​ທີ 7 ກຸມ​ພາ, 2020. ທ່ານ Xie ເອີ້ນ​ການ​ຍິງ​ບາ​ລ​ລູນຂອງ​ຈີນ​ໃຫ້​ຕົກໂດຍ​ສະ​ຫະ​ລັດ​ນັ້ນ​ວ່າ​ເປັນ​"ການ​ລະ​ເມີດຕໍ່​ຫລັກການ​ປະ​ຕິ​ບັດຂອງ​ສາ​ກົນ​ຢ່າງ​ແຮງ.”

ສະຫະລັດ ກ່າວໃນວັນຈັນວານນີ້ວ່າ ຕົນກຳລັງສືບຕໍ່ເກັບເອົາຊິ້ນສ່ວນຂອງບາລລູນສອດແນມຂອງຈີນ ທີ່ບິນ​ຢູ່​ໃນ​ລະ​ດັບສູງ ແລະ​ຖືກຍິງຕົກຢູ່ມະຫາສະໝຸດແອັດແລນຕິກ ໃນທ້າຍອາທິດແລ້ວນີ້ ແລະເວົ້າ​ວ່າ ພວກນັກຊ່ຽວຊານດ້ານສືບລັບໄດ້ເລີ່ມວິເຄາະມັນຢູ່.

"ພວກເຂົາເຈົ້າໄດ້ເກັບເອົາສິ່ງເສດເຫຼືອມາ​ຈາກໜ້ານ້ຳທະເລແລ້ວ", ນັ້ນ​ຄື​ຄຳ​ເວົ້າ​ຂອງທ່ານຈອນ ເຄີ​ບີ, ໂຄສົກຂອງສະພາຄວາມໝັ້ນຄົງແຫ່ງຊາດ ທີ່ກ່າວຕໍ່ພວກນັກຂ່າວ ແຕ່ທ່ານກໍກ່າວວ່າ "ສະພາບດິນຟ້າອາກາດບໍ່ອຳ​ນວຍໃຫ້ມີການກວດກາເຂດທີ່​ມີຊາກຫັກພັງ​ຢູ່ໃຕ້ທະເລນັ້ນ ​ໄດ້ຫລາຍ​ປານ​ໃດ", ເຊິ່ງຂະຫຍາຍອອກກວ້າງ ເປັນໄລຍະກວ້າງກວ່າ 11 ກິໂລແມັດ ຊຶ່ງ​ຢູ່ປະມານ 10 ກິໂລແມັດ ຫ່າງ​ຈາກ​ຝັ່ງທະ​ເລຂອງລັດຄາ​ໂຣ​ໄລ​ນາ​ໃຕ້.

ເຮືອ​ບິນ​ລົບ​ອາຍ​ພົ່ນ​ລຳ​ນຶ່ງ​ຂອງ​ສະຫະລັດ ໂດຍ​ໄດ້​ຮັບ​ຄຳ​ສັ່ງ​ຈາກ​ປະທານາທິບໍດີ ໂຈ ໄບ​ເດັນ ​ໄດ້​ຍິງບາ​ລ​ລູນນັ້ນ​ຕົກ ​ໃນ​ວັນ​ເສົາຜ່ານ​ມາ​ນີ້ ຫລັງ​ຈາກ​ມັນ​ໄດ້​ເດີນທາງ​ຜ່ານ​ສະຫະລັດ​ໄປເປັນ​ເວລາ​ດົນ​ກວ່າ​ນຶ່ງ​ອາທິດ, ລວມທັງ​ບ່ອນ​ທີ່​ມີການ​ຕິດ​ຕັ້ງດ້ານການ​ທະຫານ​ທີ່​ສຳຄັນ. ຈີນ​ໄດ້​ອ້າງ​ວ່າ ​ມັນ​ເປັນ​ບາ​ລ​ລູນ​ສັງ​ເກດ​ການ​ສະ​ພາບ​ອາ​ກາດ​ທີ່​ຜິດ​ພາດ ​ໂດຍ​ບໍ່​ມີ​ຈຸດ​ປະ​ສົງ​ທາງດ້ານ​ການ​ທະ​ຫານ ແຕ່​ສະ​ຫະ​ລັດ​ກ່າວ​ວ່າ ​ມັນ​ເປັນ​ບາ​ລ​ລູນ ​ເຝົ້າສອດ​ແນມ​ທີ່​ທັນ​ສະ​ໄໝ.

ທ່ານເຄີ​ບີ ກ່າວວ່າ ທີມດຳນ້ຳຂອງສະຫະລັດ "ໃນຫລາຍມື້ຂ້າງໜ້ານີ້ ຈະສາມາດລົງໄປບ່ອນນັ້ນ ແລະເບິ່ງສິ່ງທີ່ຢູ່ພື້ນຂອງມະຫາສະໝຸດໄດ້ດີຂຶ້ນ, ແຕ່ວ່າ ມັນຫາກໍ່ເລີ່ມຕົ້ນຂຶ້ນ."

ທ່ານ​ກ່າວ​ວ່າ ​ສະ​ຫະ​ລັດ​ບໍ່​ມີ​ເຈດ​ຕະນາ​ທີ່​ຈະ​ສົ່ງ​ສິ້ນ​ສ່ວນ​ໃດໆ ​ກັບ​ຄືນ​ໄປ​ໃຫ້ຈີນ.

ທ່ານເຄີ​ບີ ກ່າວວ່າ ໄດ້​ມີ​ການ​ເອົາ​ບາດ​ກ້າວ​ຕ່າງໆ ໃນໄລ​ຍະທີ່ບາລລູນ​ບິນຢູ່ແປດມື້ ຜ່ານສະຫະລັດ ແລະພາກຕາເວັນຕົກຕອນໄກຂອງການາດາໄປ ເພື່ອ "ຫຼຸດຜ່ອນ" ຄວາມສາມາດໃນການສອດແນມເບິ່ງສະຫະລັດ, ໃນຂະນະທີ່ "ເພີ່ມແລະປັບປຸງ ຄວາມສາມາດການເກັບກໍາຂ່າວ ແລະຂໍ້ມູນຂອງພວກເຮົາ ຈາກມັນໃຫ້​ໄດ້​ຫລາຍ​ຂຶ້ນ​ໄປ​ພ້ອມໆ​ກັນ."

ແຜນ​ທີ່​ສະ​ແດງ​ໃຫ້​ເຫັນ​ແລວ​ທາງ​ທີ່​ບາ​ລ​ລູນທີ່​ສົງ​ໄສວ່າ​ເປັນ​ບ​າ​ລ​ລູນ​ສອດ​ແນ​ມ​ບິນ​ຜ່ານ​ໄປ
ແຜນ​ທີ່​ສະ​ແດງ​ໃຫ້​ເຫັນ​ແລວ​ທາງ​ທີ່​ບາ​ລ​ລູນທີ່​ສົງ​ໄສວ່າ​ເປັນ​ບ​າ​ລ​ລູນ​ສອດ​ແນ​ມ​ບິນ​ຜ່ານ​ໄປ

ທ່ານກ່າວວ່າ "ພວກເຮົາຍັງວິເຄາະຂໍ້ມູນທີ່ພວກເຮົາສາມາດເກັບກຳມາຈາກບາລລູນ ກ່ອນທີ່ພວກເຮົາຈະຍິງມັນໃຫ້​ຕົກອອກຈາກທ້ອງຟ້າ ແລະດຽວນີ້, ພວກເຮົາຈະເກັບ ເອົາມັນມາ ແລະຂ້າ​ພະ​ເຈົ້າສົງໄສວ່າ ພວກເຮົາຍິ່ງອາດຈະຮຽນຮູ້ກ່ຽວ​ກັບ​ມັນໄດ້ຕື່ມອີກ."

ທ່ານເຄີ​ບີກ່າວ​ວ່າ ມີ​ລາຍ​ລະ​ອຽດ​ອັນນຶ່ງທີ່​ໄດ້ຮູ້​ກັນ​ແລ້ວ​ວ່າ ບາ​ລ​ລູນນີ້​ບໍ່​ພຽງ​ແຕ່​ລອຍ​ມາ​ຈາກ​ທາງ​ເໜືອ​ຂອງ​ລັດອາ​ລ​າ​ສ​ກາ ຊຶ່ງ​ເປັນ​ລັດ​ທາງ​ຕາ​ເວັນ​ຕົກ​ສຽງ​ເໜືອ​ຂອງ​ສະ ຫະລັດ ​ລອຍ​ຜ່ານຂ້າມ​ປະ​ເທດໄປຫາ​ຝັ່ງທະ​ເລ​ຕາ​ເວັນ​ອອກ​ເທົ່າ​ນັ້ນ ແຕ່ມັນ​ຍັງ​ມີ​ໃບ​ພັດ​ ແລະເຄື່ອງ​ຊີ້​ນຳ ​ເພື່ອ​ໃຫ້​ມັນມີ​ມາດ​ຕະ​ການ​ຄວບ​ຄຸມ ແມ່ນ​ແຕ່​ວ່າມັນຖືກ​ພັດ​ໄປ ຢູ່​ໃນ​ລະ​ດັບ​ຄວາມ​ສູງ ​ຂອງ​ພະ​ລັງ​ງານ​ສາຍລົມ ສຳ​ລັບ​ເຮືອ​ບິນ​ອາຍ​ພົ່ນ​ກໍ​ຕາມ​.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG