ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ມູນຄ່າການຄ້າລະຫວ່າງລາວກັບຈີນເພີ່ມຂື້ນ


ລາວກັບຈີນເຊັນສັນຍາຊື້ຂາຍເຮືອບິນກັນ
ລາວກັບຈີນເຊັນສັນຍາຊື້ຂາຍເຮືອບິນກັນ

ມູນຄ່າການຄ້າລະວ່າງລາວກັບຈີນ ເພີ່ມຂື້ນ 77 ເປີເຊັນ ໃນປີ 2009 ຜ່ານມາ ແລະໃນປີ 2010 ນີ້ທາງການຂອງທັງສອງຝ່າຍເຊື່ອໝັ້ນວ່າມູນຄ່າການຄ້າສອງຝ່າຍຈະມີຫລາຍ ກວ່ານຶ່ງພັນລ້ານໂດລາຢ່າງແນ່ນອນ.

ທາງ​ການ​ກະຊວງ​ອຸດ​ສະຫະ​ກຳ​ແລະ​ການ​ຄ້າ​ຂອງ​ລາວ​ລາຍ​ງານ​ວ່າສະພາວະ​ການຄ້າ​ລະ​ວ່າງລາວ​ກັບ​ຈີນ​ໄດ້​ມີ​ມູນ​ຄ່າເພີ່ມ​ສູງ​ຂື້ນ​ຢ່າງ​ຕໍ່​ເນຶ່ອງ​ໃນ​ໄລຍະ​ນຶ່ງ​ທົດ​ສະ​ວັດ​ມາ​ນີ້ ​ໂດຍ​ສະ​ເພາະ​ແມ່ນ​ໃນ​ປີ 2009 ທີ່​ຜ່ານ​ມາ​ນີ້ ກໍ​ປາກົດ​ວ່າການ​ຄ້າ​ລະຫວ່າງ​ສອງ​ຝ່າຍ​ມີ​ມູນ​ຄ່າ​ລວມ​ເກີນ​ກວ່າ 744 ລ້ານ​ໂດ​ລາ ຫລື​ເພີ່ມ​ຂື້ນ​ເຖິງ 77 ​ເປີ​ເຊັນ ​ເມື່ອ​ທຽບ​ໃສ່​ປີ 2008.

ໂດຍ​ໃນ​ມູນ​ຄ່າ​ການ​ຄ້າ​ທັງ​ໝົດ​ດັ່ງກ່າວ​ນັ້ນ ​ເປັນ​ການ​ສົ່ງ​ອອກ​ສິນຄ້າ​ຂອງ​ລາວ​ໄປ​ຈີນ ​ເຖິງ 367 ລ້ານ​ຫລື​ຄິດ​ເປັນ​ອັດຕາ​ສະ​ເລັ່ຍທີ່​ເພີ່ມ​ຂື້ນ​ຈາກ​ປີ 2008 ​ເຖິງ 149​ ເປີ​ເຊັນ ​ໃນ​ຂະນະ​ທີ່​ລາວ​ເອງ​ນຳ​ເຂົ້າສິນຄ້າ​ຈາກ​ຈີນ​ຄິດ​ເປັນ​ມູນ​ຄ່າ​ລວມ 377 ລ້ານ ຫລື​ຄິດ​ເປັນ​ອັດຕາ​ສະ​ເລ່ຍທີ່​ເພີ່ມຂື້ນ​ຈາກ​ປີ 2008 ​ເຖິງ 44 ​ເປີ​ເຊັນ ຊຶ່ງ​ພາຍ​ໃຕ້​ສະພາວະ​ການ​ຄ້າ​ທີ່​ປັບ​ຕົວ​ສູງ​ຂື້ນ​ດັ່ງກ່າວ​ນີ້ ກໍ​ຍັງ​ເຮັດ​ໃຫ້​ທາງ​ການ​ຂອງ​ທັງ​ສອງ​ຝ່າຍ​ໄດ້​ສະ​ແດງ​ຄວາມ​ເຊື່ອ​ໝັ້ນ​ວ່າ​ມູນ​ຄ່າ​ການ​ຄ້າ​ລະ​ຫວ່າງ​ລາວ​ກັບ​ຈີນ​ໃນ ຕະຫລອດ​ຊ່ວງ​ປີ 2010 ນີ້​ຈະ​ເພີ່ມ​ຂື້ນເປັນ​ຫລາຍ​ກວ່າ 1000 ລ້ານ​ໂດ​ລາ​ຢ່າງ​ແນ່ ນອນ ​ເນຶ່ອງຈາກ​ວ່າ​ສະ​ເພາະ​ໃນ​ຊ່ວງ 2 ​ເດືອນ​ທຳ​ອິດ​ຂອງ​ປີ 2010 ນີ້ ປາກົດ​ວ່າ ການ​ຄ້າ​ລະ​ຫວ່າງ​ລາວ​ກັບ​ຈີນ​ມີ​ມູນ​ຄ່າ​ລວມ​ເຖິງ 190 ລ້ານ​ແລ້ວ ສາ​ເຫດ​ສຳຄັນ​ທີ່​ເຮັດ​ໃຫ້​ມູນ​ຄ່າ​ການ​ຄ້າ​ລະຫວ່າງ​ລາວ​ກັບ​ຈີນ​ເພີ່ມ​ຂື້ນ​ກໍ​ຍ້ອນ​ວ່າ ທາງ​ການ​ລາວ​ກັບ​ຈີນ​ຖື​ວ່າ​ທັງ​ສອງ​ປະ​ເທດ​ເປັນ​ຫຸ້ນ​ສ່ວນ​ທາງ​ຍຸດ​ທະ​ສາດ​ການ​ພັດທະ ນາ​ທາງ​ເສດຖະກິດ​ເພື່ອ​ເຮັດ​ໃຫ້​ປະຊາຊົນ​ລາວ-ຈີນ​ມີ​ສະພາບ​ຊີວິດ​ການ​ເປັນ​ຢູ່ທີ່​ດີ​ຂື້ນ​ເລື້ອຍໆ.

ຍິ່ງ​ໄປ​ກວ່າ​ນັ້ນການ​ທີ່​ລາວ​ເອັງ​ກໍ​ເປັນ​ປະ​ເທດ​ສະມາຊິກ​ຂອງ​ກຸ່ມ​ອາ​ຊຽນທີ່​ໄດ້​ເລີ່​ມລົງມື​ປະຕິບັດ​ຕາມ​ຂໍ້​ຕົກລົງ​ວ່າ​ດ້ວຍ​ເຂດ​ການ​ຄ້າ​ເສລີ​ລະຫວ່າງ​ອາ​ຊຽນກັບ​ຈີນ​ນັບ​ແຕ່​ຕົ້ນ​ປີ 2010 ນີ້ ​ເປັນ​ຕົ້ນ​ມາ​ແລ້ວ​ນັ້ນ ກໍ​ຍັງ​ເຮັດ​ໃຫ້​ຜູ້ນຳ​ລາວ​ມີ​ຄວາມ​ເຊື່ອໝັ້ນ​ວ່າການ​ປະຕິບັດ​ຕາມ​ຂໍ້ຕົກລົງ​ ດັ່ງກ່າວ​ນີ້​ຈະ​ສົ່ງ​ຜົນ​ດີ​ຕໍ່​ກ່ານ​ພັດທະນາ​ລາວ​ໃນ​ອະນາ ຄົດ​ອີກ​ດ້ວຍ.

ດັ່ງ​ທີ່​ທ່ານ ຈູມ​ມະ​ລີ ​ໄຊ​ຍະ​ສອນ ​ເລຂາ​ທິການ​ໃຫຍ່​ພັກ​ປະຊາຊົນ​ປະຕິວັດ​ລາວ​ແລະ ປະທານ​ປະ​ເທດ​ລາວ​ໄດ້​ຖະ​ແຫລ​ງ​ເພື່ອ​ຄວາມ​ເຊື່ອ​ໝັ້ນ​ດັ່ງກ່າວ​ໃນ​ຕອນນຶ່ງ​ວ່າ

"ເຂດ​ການ​ຄ້າ​ເສລີ​ລະຫວ່າງ​ອາ​ຊຽນ-ຈີນ ຈະ​ນຳ​ເອົາ​ຜົນ​ປະ​ໂຍດ​ຢ່າງ​ຫລວງຫລາຍ​ມາ ສູ່​ອາຊຽນກັບ​ຈີນ ພ້ອມ​ກັນ​ນັ້ນ​ຍັງ​ຈະ​ເຮັດ​ໃຫ້​ບັນດາ​ປະ​ເທດ​ມະຫາ​ອຳນາດ​ແລະ​ກຸ່ມ ​ເສດຖະກິດ​ຂະໜາດ​ໃຫຍ່​ຂອງ​ໂລກ​ພາກັນ​ຫັນ​ມາ​ໃຫ້​ຄວາມ​ສົນ​ໃຈ​ແລະ​ໃຫ້​ຄວາມ​ສຳ ຄັນ​ໃນ​ການ​ພັດທະນາ​ສາຍ​ພົວພັນ​ທາງ​ເສດຖະກິດ​ພ​ແລະ​ການ​ຄ້າ​ກັບປະ​ເທດ​ໃນ​ເອ ​ເຊຍ​ຕາ​ເວັນ​ອອກ​ຫລາຍຂື້ນ ພວກ​ຂ້າພະ​ເຈົ້າຖື​ວ່າການ​ຮ່ວມ​ມື​ກັບ​ຈີນ​ເປັນ​ການ​ສ້າງ​ກຳລັງ​ແຮງ​ໃຫ້​ແກ່​ຕົນ​ທີ່​ຈະ​ຊ່ວຍ​ໃຫ້​ລາວ​ມີ​ຄວາມ​ສະດວກ​ຍິ່ງ​ຂື້ນ​ໃນ​ການ​ເຂົ້າຫາ​ຕະຫລາດ​ສິນຄ້າ ຕະຫລາດ​ເທ​ກນິກ ​ແລະ​ເທ​ກ​ໂນ​ໂລ​ຈີ່​ທີ່​ກ້າວໜ້າ."

ສ່ວນ​ກ່ຽວ​ກັບ​ສະພາວະ​ການ​ລົງທຶນ​ຂອງ​ຈີນ​ຢູ່​ໃນ​ລາວ​ນັ້ນ ທາງ​ການ​ລາວ​ໂດຍ​ກະຊວງແຜນການ​ແລະ​ການ​ລົງ​ທຶນ ກໍ​ໄດ້​ສະ​ເໜີ​ລາຍ​ງານ​ວ່າການ​ລົງທຶນ​ສະ​ສົມ​ຂອງ ຈີນ​ຢູ່​ໃນ​ລາວ​ມີ​ມູນ​ຄ່າ​ລວມ​ເກີນ​ກວ່າ 3,577 ລ້ານ​ໂດ​ລາ ​ໂດຍ​ເປັນ​ການ​ລົງທຶນ​ໃນ 12 ພາກ​ການ​ຜະລິດ​ດ້ວຍ​ກັນ ​ແຕ່​ວ່າ​ພາກ​ການ​ຜະລິດ​ທີ່​ກຸ່ມ​ທຶນ​ຈີນ​ໄດ້​ໃສ​ຫ້ຄວາມ​ສຳຄັນ​ຫລາຍ​ເປັນ​ພິ​ເສດ​ນັ້ນ ກໍ​ຄື​ພາກ​ການ​ກະ​ເສດ ອຸດ​ສະຫະ​ກຳ​ບໍ່​ແຮ່ ​ແລະ​ພາກ ພະລັງງານ​ໄຟຟ້າ ​ແລະ​ລ່າ​ສຸດ​ນັ້ນ ທາງ​ການ​ຈີນ​ກໍ​ຍັງ​ໄດ້​ປະກາດ​ແຜນການ​ລົງທຶນ​ສ້າງ​ດາວ​ທຽມ​ເພື່ອ​ປ່ອຍ​ຂື້ນ​ສູ່​ວົງ​ໂຄຈອນ​ໃຫ້​ກັບ​ລາວ​ໃນ​ມູນ​ຄ່າ​ເຖິງ 250 ລ້ານ​ສະຫະລັດ​ອີກ​ດ້ວຍ.

ໂດຍ​ການ​ລົງ​ທືນຂອງ​ຈີນ​ທີ່​ເປັນ​ໂຄງການ​ຂະໜາດ​ໃຫຍ່​ຢູ່​ໃນ​ລາວ​ໃນ​ເວລາ​ນີ້ ກໍ​ຄື​ການ​ຊື້​ກິດຈະການ​ເໜືອ​ງ​ແຮ່​ຄຳ​ແລະ​ທອງ​ແດງ​ຢູ່​ເຊ​ໂປ​ນ ການ​ສ້າງ​ເມືອງ​ໃໝ່​ສາມ ຫລ່ຽມ​ຄຳ ຢູ່​ເມືອງ​ຕົ້ນ​ເຜິ້ງ​ໃນ​ແຂວງ​ບໍ່​ແກ້ວ ການ​ສ້າງ​ເມື​ອງ​ໃໝ່ China Town ຢູ່​ໃນ​ເຂດ​ນະຄອນຫລວງ​ວຽງ​ຈັນ ​ແລະ​ການ​ຂຸດ​ຄົ້ນ​ບໍ່​ແຮ່​ບ໊ອກ​ໄຊ້ຕ໌ ຢູ່​ພາກ​ໃຕ້​ຂອງ​ລາວ ສ່ວນ​ຢູ່​ເຂດ​ພາກ​ເໜືອ​ນັ້ນ ກໍ​ມີ​ໂຄງການ​ປູກ​ຢາງພາຣາ ສາລີ ອ້ອຍ ​ເປັນ​ຕົ້ນ ​ແລະ​ຊາ​ ​ເປັນ​ບໍລິ​ເວນ​ທີ່​ກວ້າງ​ກວ່າ 2 ​ແສນ ​ເຮັກ​ຕ້າ ຊຶ່ງ​ກໍ​ເຮັດ​ໃຫ້ການ​ລົງທຶນ​ຂອງ ຈີນ​ຢູ່​ໃນ​ລາວ​ໄດ້​ແຊງ​ໜ້າ​ໄທ​ຂື້ນ​ມາ​ເປັນອັນ​ດັບ 1 ຢ່າງ​ເປັນ​ທາງ​ການ​ແລ້ວ​ໃນ​ປັດຈຸບັນ​ນີ້.

XS
SM
MD
LG