ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ຈີນແລະລາວເສີມຂະຫຍາຍ ຄວາມສຳພັນ ທາງທະຫານ


ທະຫານຈີນ ຝຶກຊ້ອມ ການໃຊ້ປືນສັ້ນ ທີ່ຄ້າຍແຫ່ງນຶ່ງ ໃນແຂວງເຫໜານ
ທະຫານຈີນ ຝຶກຊ້ອມ ການໃຊ້ປືນສັ້ນ ທີ່ຄ້າຍແຫ່ງນຶ່ງ ໃນແຂວງເຫໜານ

ຈີນ ແລະ ສປປ ລາວ ໃຫ້ຄຳໝັ້ນສັນຍາວ່າ ຈະເສີມຂະ ຫຍາຍ ຄວາມສຳພັນ ທາງດ້ານທະຫານ ແລະດ້ານອື່ນໆ ລະຫວ່າງ ປະເທດທັງສອງ.

ອົງການຂ່າວຊິນຫົວ ຂອງທາງການຈີນ ລາຍງານ ໃນມື້ ວັນພະຫັດ ວານນີ້ວ່າ ນາຍົກລັດຖະມົນຕີຈີນ ທ່ານ WEN JIABAO ແລະນາຍພົນ ດວງໃຈ ພິຈິດ ຮອງນາຍົກ ລັດຖະມົນຕີ ແລະລັດຖະມົນຕີ ປ້ອງກັນປະເທດ ຂອງລາວ ໄດ້ໃຫ້ຄຳໝັ້ນສັນຍາ ດັ່ງກ່າວ ໃນລະຫວ່າງ ການພົບປະ ເປັນເວລາ ເຄິ່ງຊົ່ວໂມງ ທີ່ນະຄອນຫຼວງ ປັກກິ່ງຂອງຈີນ.

ອົງການຂ່າວຊິນຫົວເວົ້າວ່າ ທ່ານ WEN ໄດ້ອ້າງເຖິງຄວາມຈຳເປັນ ກ່ຽວກັບການຮ່ວມມື ຢ່າງໃກ້ຊິດ ທາງດ້ານການເມືອງ ການຄ້າ ເສດຖະກິດ ວັດທະນະທຳ ແລະ ການປ້ອງກັນປະເທດ.

ລັດຖະມົນຕີ ກະຊວງປ້ອງກັນປະເທດ ຂອງຈີນ ທ່ານ LIANG GUANGLIE ກໍໄດ້ພົບປະ ກັບນາຍພົນ ດວງໃຈ ແລະໄດ້ລົງນາມ ໃນຂໍ້ຕົກລົງ ການຮ່ວມມື ກັບລັດຖະມົນຕີ ປ້ອງກັນ ປະເທດ ຂອງລາວ. ອົງການຂ່າວຊິນຫົວ ໄດ້ອ້າງຄຳເວົ້າ ຂອງທ່ານ LIANG ທີ່ກ່າວວ່າ ຄວາມສຳພັນ ຂອງຈີນ ກັບກອງທັບ ຂອງລາວ ແມ່ນນອນຢູ່ໃນ ຜົນປະໂຫຍດ ຂອງປະຊາຊົນ ປະເທດທັງສອງ ຕະຫຼອດທັງ ຄວາມໝັ້ນຄົງ ແລະການພັດທະນາ ຂອງພູມີພາກ.

XS
SM
MD
LG