ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໑໗ ເມສາ ໒໐໒໔

ຮອງປະທານປະເທດຈີນ ຢ້ຽມຢາມ ສປປ ລາວ


ຮອງປະທານປະເທດຈີນ ທ່ານ Xi Jinping
ຮອງປະທານປະເທດຈີນ ທ່ານ Xi Jinping

ຮອງປະທານປະເທດຈີນ ທ່ານ XI JINPING ພວມຢູ່ໃນລະຫວ່າງການ ຢ້ຽມຢາມ
ສປປ ລາວໃນວັນອັງຄານມື້ນີ້ຊຶ່ງເປັນພາກສ່ວນນຶ່ງໃນການຢ້ຽມຢາມ 4 ປະເທດ
ແນໃສ່ເພື່ອເສີມຂະຫຍາຍຄວາມສຳພັນຂອງປັກກິ່ງກັບບັນດາປະເທດເພື່ອນບ້ານ
ໃນເອເຊຍ.

ເປັນທີ່ຄາດກັນວ່າທ່ານ XI ທີ່ປາກົດວ່າຈະເປັນຜູ້ສືບທອດອຳນາດຕໍ່ຈາກ ປະທານ
ປະເທດຈີນທ່ານ HU JINTAO ນັ້ນ ຈະໄດ້ພົບປະກັບເຈົ້າໜ້າທີ່ລາວ ໃນລະຫວ່າງ
ການຢ້ຽມຢາມ ເປັນເວລານຶ່ງມື້ນີ້ ແລະລົງນາມໃນສັນຍາສອງຝ່າຍ ຫຼາຍສະບັບ.

ການຄ້າຂາຍລະຫວ່າງ ສປປ ລາວແລະຈີນ ໄດ້ມີມູນ​ຄ່າບໍ່ຕໍ່າກວ່າ 500 ລ້ານໂດລາ
ໃນປີ 2009.

ທ່ານ XI ເລີ່ມການຢ້ຽມຢາມ Bangladash ກ່ອນທີ່ຈະເດີນທາງໄປຢ້ຽມຢາມລາວ
ຊຶ່ງ​ຫລັງ​ຈາກ​ນັ້ນ ທ່ານຍັງມີກຳນົດທີ່ຈະໄປຢ້ຽມຢາມນິວຊີແລນ ແລະອອສເຕຣເລຍ
ກ່ອນຈະເດີນທາງກັບຄືນປະເທດຈີນ.

XS
SM
MD
LG