ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ການຄ້າທາງເຮືອ ລະຫວ່າງ ຈີນ-ລາວ-ໄທ ຫລຸດລົງເກີນກວ່າ 61 ເປີເຊັນ ເປັນຜົນມາຈາກການລະບາດຂອງໂຄວິດ-19


ເຮືອບັນທຸກສິນຄ້າຂອງຈີນ ຈອດຢູ່ແຄມຝັ່ງແມ່ນ້ຳຂອງ ທີ່ທ່າເຮືອຟາກຝັ່ງລາວ.
ເຮືອບັນທຸກສິນຄ້າຂອງຈີນ ຈອດຢູ່ແຄມຝັ່ງແມ່ນ້ຳຂອງ ທີ່ທ່າເຮືອຟາກຝັ່ງລາວ.

ການຄ້າທາງເຮືອໃນແມ່ນ້ຳຂອງລະຫວ່າງ ຈີນແລະລາວ-ໄທ ຫລຸດລົງເກີນກວ່າ 61 ເປີເຊັນ ໂດຍເປັນຜົນຈາກການລະບາດຂອງໄວຣັສໂຄວິດ-19 ທີ່ເຮັດໃຫ້ທາງການຈີນ ປິດທ່າເຮືອແລະຫ້າມຂົນສົ່ງສິນຄ້າເຂົ້າໄປໃນຈີນ ຊົນຣິດ ໂພນເງິນ ລາຍງານຈາກບາງກອກ.

ທ່ານກະມົນສັກ ພຣົມປຣະຢູນ ຜູ້ອຳນວຍການໃຫຍ່ຂອງການທ່າເຮືອແຫ່ງປະ ເທດໄທ ຖະແຫລງວ່າ ການຂົນສົ່ງສິນຄ້າທາງເຮືອໃນແມ່ນ້ຳຂອງລະຫວ່າງຈີນ-ລາວ-ໄທ ໃນເດືອນຕຸລາ 2020 ຫາ ມີນາ 2021 ມີຈຳນວນໄດ້ປັບຕົວຫລຸດລົງເຖິງ 61.04 ເປີເຊັນ ທຽບກັບໄລຍະດຽວກັນໃນປີກ່ອນໜ້ານີ້ ໂດຍມີປະລິມານສິນຄ້າທີ່ຂົນສົ່ງຈາກຈີນ ແລະລາວ ມາທ່າເຮືອຊຽງແສນ ຈັງຫວັດຊຽງຣາຍ ຄິດເປັນນ້ຳໜັກລວມພຽງ 45,092.68 ໂຕນ ໂດຍມີສາເຫດມາຈາກການລະບາດຂອງໄວຣັສໂຄວິດ-19 ຈຶ່ງເຮັດໃຫ້ທາງການຈີນຫ້າມຂົນສົ່ງສິນຄ້າຈາກລາວ-ໄທ ໄປໃນແຂວງຢຸນນານ ນັບແຕ່ເດືອນເມສາ 2021 ເປັນຕົ້ນມາ.

ໂດຍໃນສະພາບການປົກກະຕິ ການຄ້າໃນແມ່ນ້ຳຂອງລະຫວ່າງ ຈີນ-ລາວ-ໄທ ຢູ່ທ່າເຮືອຊຽງແສນ ຈະມີມູນຄ່າລວມເກີນກວ່າ 50,000 ລ້ານບາດໃນແຕ່ລະປີ ຫາກແຕ່ນັບຈາກຕົ້ນປີ 2020 ມາເຖິງປັດຈຸບັນນີ້ ປາກົດວ່າ ມູນຄ່າການຄ້າທາງເຮືອໃນແມ່ນ້ຳຂອງລະຫວ່າງ ຈີນ-ລາວ-ໄທ ໄດ້ຫລຸດລົງເກີນກວ່າ 50 ເປີເຊັນ ຊຶ່ງກໍເປັນຍ້ອນວ່າ ທາງການຈີນ ໄດ້ດຳເນີນມາດຕະການສະກັດກັ້ນ ການລະບາດຂອງໂຄວິດ-19 ດ້ວຍການປິດທ່າເຮືອກວນເຫຼີຍແລະຫ້າມບໍ່ໃຫ້ຂົນສົ່ງສິນ້າຈາກ ລາວ-ມຽນມາ ແລະໄທ ໄປໃນຈີນຢ່າງເດັດຂາດດັ່ງທີ່ ທ່ານອະນຸຣັດ ອິນທອນ ປະທານຫໍການຄ້າ ຈັງຫວັດຊຽງຣາຍ ໄດ້ໃຫ້ການຢືນຢັນວ່າ:

“ການຄ້າຈາກຈັງຫວັດຊຽງຣາຍໄປປະເທດຈີນຕອນໃຕ້ໄປຍັງປະເທດມຽນມາ ແລ້ວກໍ ສປປ. ລາວ ອັນນີ້ ອາດຈະຢຸດຊະງັກລົງ ເພາະວ່າທາງການຈີນເຂົາເຈົ້າເຂັ້ມງວດ ແລ້ວກໍຍັງບໍ່ເປີດຮັບສິນຄ້າ ໂດຍສະເພາະທ່າເຮືອກວນເຫຼີຍ ເຂົາເຈົ້າກໍຍັງປິດ ເຮັດໃຫ້ຕົວເລກຫລຸດລົງຫຼາຍແດ່ ກ່ອນມີໂຄວິດ ມີມູນຄ່າປະມານ 5 ໝື່ນລ້ານ ແຕ່ລຸນຫຼັງມານີ້ ເນື່ອງຈາກວ່າ ເຮົາປິດດ່ານໝົດ ແລ້ວພວກເຂົາກໍປິດດ່ານ ກໍອາດຈະມີຜົນກະທົບອາດຈະລົງມາເປັນບາງເດືອນ ທີ່ນຳນວນອາດຈະຕົກລົງໄປເກີນເຄິ່ງ.”

ສ່ວນທ່ານຈຸຣິນ ລັກຊະນະວິສິດ ຮອງນາຍົກລັດຖະມົນຕີ-ລັດຖະມົນຕີກະຊວງການຄ້າໄທ ໄດ້ມີຄຳສັ່ງໃຫ້ກົມເຈລະຈາການຄ້າຕ່າງປະເທດເລັ່ງດຳເນີນການເຈລະຈາຕົກລົງເປີດດ່ານການຄ້າຊາຍແດນກັບປະເທດເພື່ອນບ້ານໃຫ້ຫຼາຍຂຶ້ນໃນຕະຫຼອດຫປີ 2021 ນີ້ ເພາະວ່າ ການລະບາດຂອງໄວຣັສ ໂຄວິດ-19 ນັບແຕ່ປີ 2020 ເປັນຕົ້ນມາໄດ້ສົ່ງຜົນເຮັດໃຫ້ຕ້ອງປິດຊາຍແດນໄທ ກັບປະເທດເພື່ອນບ້ານເຖິງ 51 ດ່ານຈາກທັງໝົດ 97 ດ່ານ ແລະເຮັດໃຫ້ມູນຄ່າການຄ້າຊາຍແດນລະຫວ່າງໄທກັບປະເທດເພື່ອນບ້ານຫລຸດລົງຢ່າງຕໍ່ເນື່ອງ ສະນັ້ນ ເພື່ອເພີ້ມມູນຄ່າການຄ້າຊາຍແດນໃຫ້ສູງຂຶ້ນ ຈຶ່ງຈະຕ້ອງມີການເປີດດ່ານຊາຍແດນເພີ້ມຂຶ້ນນັ້ນເອງ ດັ່ງທີ່ ທ່ານຈຸຣິນ ໄດ້ໃຫ້ການຢືນຢັນວ່າ:

“ຕ້ອງເລັ່ງລັດການຄ້າຊາຍແດນ ເພາະທັນທີທີ່ເຮົາສົ່ງສິນຄ້າຂ້າມແດນ ຈໍານວນການສົ່ງອອກຈະເພີ້ມຂຶ້ນເປັນບວກໄປເລື້ອຍໆທັນທີ ນຳລາຍໄດ້ເຂົ້າປະເທດທັນທີ ເພາະສະນັ້ນ ການຄ້າຊາຍແດນ ຈະເປັນຫົວໃຈສຳຄັນ ແລະມີບົດບາດສຳຄັນ ການຄ້າຊາຍແດນຈະເດີນໄດ້ ກໍຕໍ່ເມື່ອດ່ານທຸກດ່ານທີ່ຢູ່ອ້ອມປະເທດໄທ ຕ້ອງເປີດເພື່ອໃຫ້ການຄ້າລະຫວ່າງພົມແດນເດີນໜ້າໄດ້.”

ທັງນີ້ ໂດຍລາວກັບໄທມີດ່ານການຄ້າຊາຍແດນລະຫວ່າງກັນ 49 ດ່ານ ຫາກແຕ່ວ່າ ດ້ວຍການລະບາດຂອງໄວຣັສ ໂຄວິດ-19 ຈຶ່ງຕ້ອງປິດດ່ານຊາຍແດນ ສ່ວນໃຫຍ່ເພື່ອສະກັດກັ້ນການແຜ່ລະບາດຂອງໄວຣັສໂຄວິດ-19 ໂດຍທາງການລາວ-ໄທ ໄດ້ອະນຸຍາດໃຫ້ຂົນສົ່ງສິນຄ້າຜ່ານດ່ານຊາຍແດນລະຫວ່າງກັນ ໄດ້ ພຽງ 14 ດ້ານເທົ່ານັ້ນ ນັບແຕ່ປີ 2020 ເປັນຕົ້ນມາໂດຍສຳລັບເປົ້າໝາຍໃນ 6 ເດືອນທ້າຍປີ 2021 ນີ້ ທາງການໄທ ຈະເຈລະຈາກັບທາງການລາວເພື່ອເປີດດ່ານການຄ້າຊາຍແດນເພີ້ມຂຶ້ນອີກ 6 ດ່ານທ່າເຮືອໃນນ້ຳຂອງ ກໍຄື ທ່າເຮືອຊຽງຄານ-ຊະນະຄາມ, ສີຊຽງໃໝ່ ຫາ ນະຄອນວຽງຈັນ, ທ່າສະເດັດ ຫາ ທ່າເດື່ອ, ນະຄອນພະນົມ ຫາ ທ່າແຂກ, ມຸກດາຫານ ຫາ ສະຫວັນນະເຂດ ແລະນາຕານ ຫາ ລະຄອນເພັງ ຕາມລຳດັບ.

ການຄ້າລາວ-ໄທ ໃນ 4 ເດືອນຕົ້ນປີ 2021 ມີມູນຄ່າລວມເກີນກວ່າ 75,905ລ້ານບາດ ໂດຍໄທ ໄດ້ປຽບດຸນການຄ້າຕໍ່ລາວ ກວ່າ 15,440 ລ້ານບາດ ເພີ້ມຂຶ້ນ 86 ເປີເຊັນທຽບໃສ່ຊ່ວງດຽວກັນໃນປີ 2020.

XS
SM
MD
LG