ການກໍ່ສ້າງທາງລົດໄຟ ເພື່ອເຊື່ອມຕໍ່ລະຫວ່າງ ຈີນ-ລາວ ແລະ ໄທ ຈະສຳເລັດ ໃນ
ປີ 2022 ໂດຍການກໍ່ສ້າງ ໃນໄທ ຈະແບ່ງເປັນ 2 ໄລຍະ ຄື ບາງກອກ-ໂຄລາດ ແລະ ໂຄລາດ-ໜອງຄາຍ.
ທ່ານອາຄົມ ເຕີມພິທະຍາໄພສິດ ລັດຖະມົນຕີວ່າການ ກະຊວງຄົມມະນາຄົມຂອງໄທ
ຢືນຢັນວ່າ ການກໍ່ສ້າງທາງລົດໄຟຄວາມໄວສູງໃນໄທ ເພື່ອເຊື່ອມຕໍ່ກັບ ລາວ ແລະ ຈີນ
ນັ້ນ ໄດ້ຜ່ານການຮັບຮອງ ແລະ ອະນຸມັດແຜນການ ໂດຍຄະນະລັດຖະມົນຕີ (ຄລມ)
ຂອງໄທ ຢ່າງເປັນທາງການແລ້ວ ເຊິ່ງໄດ້ແບ່ງອອກເປັນ 2 ໄລຍະດ້ວຍກັນ ກໍຄືໄລຍະ
ທີ 1 ເປັນເສັ້ນທາງຈາກກຸງເທບ (ບາງກອກ) ໄປໂຄລາດ (ນະຄອນລາດຊະສີມາ) ກັບ
ໄລຍະທີ 2 ເປັນເສັ້ນທາງຈາກໂຄລາດ ໄປໜອງຄາຍ ເພື່ອເຊື່ອມຕໍ່ກັບລາວ ທີ່ນະຄອນ
ວຽງຈັນ ດັ່ງທີ່ທ່ານອາຄົມ ໄດ້ໃຫ້ການຢືນຢັນວ່າ:
“ຄລມ ກໍອະນຸມັດໃຫ້ກະຊວງຄົມມະນາຄົມ ດຳເນີນການໂຄງການກໍ່ສ້າງລົດໄຟ
ຄວາມໄວສູງ ຊ່ວງ ກຸງເທບ-ໜອງຄາຍ ແຕ່ວ່າເຮົາຈະແບ່ງເປັນ 2 ໄລຍະ ໄລຍະ
ທີ 1 ກໍຄື ກຸງເທບ-ໂຄລາດ ກ່ອນ ພໍເດືອນກັນຍາທີ່ເຮົາເຊັນສັນຍາກັບຈີນ ເຮົາກໍ
ຈະເລີ່ມວາງແຜນສຳລັບ ຊ່ວງທີ 2 ເລີຍ ເພາະສະນັ້ນ ໃນຊ່ວງນີ້ ເຮົາຈະເຮັດຊ່ວງ
ກຸງເທບ-ໂຄລາດ ໃຫ້ແລ້ວກ່ອນ ຈາກໂຄລາດ ກໍຈະໄປຂອນແກ່ນ-ອຸດອນ ແລ້ວ
ກໍໜອງຄາຍ ເຊິ່ງເຮົາກໍຈະເຮັດຂົວເຊື່ອມ ລະຫວ່າງໜອງຄາຍ ກັບວຽງຈັນ ກໍຈະ
ແລ້ວ ປະມານປີ ພ.ສ. 2565.”
ໂດຍທາງລົດໄຟໄລຍະທີ 1 ຈາກບາງກອກ ໄປໂຄລາດນັ້ນ ມີກຳນົດການກໍ່ສ້າງໃຫ້
ແລ້ວສຳເລັດ ໃນ 36 ເດືອນ ນັບຈາກການລົງນາມໃນສັນຍາຮ່ວມມື ເພື່ອກໍ່ສ້າງທາງ
ລົດໄຟ ລະຫວ່າງ ລັດຖະບານໄທ ກັບ ຈີນ ໃນເດືອນກັນຍາ 2017 ນີ້ ເຊິ່ງຈະເຮັດໃຫ້
ສາມາດເລີ່ມລົງມືກໍ່ສ້າງພາກຕົວຈິງໃຫ້ແລ້ວສຳເລັດສົມບູນໄດ້ ພາຍໃນເດືອນກັນຍາ
2020 ແລະ ເປີດໃຫ້ບໍລິການໃນປີ 2021 ຕໍ່ໄປ.
ທາງດ້ານທ່ານສົມຄິດ ຈາຕຸສີພິທັກ ຮອງນາຍົກລັດຖະມົນຕີ ຢືນຢັນວ່າ ລັດຖະບານ
ໄທ ໄດ້ສ້າງຕັ້ງເຂດເສດຖະກິດພິເສດພາກຕະເວັນອອກ ເພື່ອພັດທະນາໃຫ້ເປັນເຂດ
ທີ່ເຊື່ອມຕໍ່ກັບແຜນການ ນຶ່ງແລວທາງນຶ່ງເສັ້ນທາງ (One Belt-One Road) ຂອງຈີນ
ດັ່ງນັ້ນ ການເຊື່ອມຕໍ່ທາງລົດໄຟ ໄທ-ຈີນ-ລາວ ແລະ ໃນລຸ່ມແມ່ນ້ຳຂອງ ຈຶ່ງເປັນສິ່ງທີ່ຈະຕ້ອງເລັ່ງຈັດທຳຂໍຕົກລົງຮ່ວມກັນ ໃຫ້ໄດ້ໄວທີ່ສຸດ.
ໂດຍການເຊື່ອມຕໍ່ທາງລົດໄຟ ໄທ-ຈີນ ດັ່ງກ່າວນີ້ ກໍຄືເສັ້ນທາງລົດໄຟ ທີ່ລາວເປັນສູນ
ກາງ ການເຊື່ອມຕໍ່ນັ້ນເອງ ເຊິ່ງການກໍ່ສ້າງທາງລົດໄຟໃນລາວ ເພື່ອເຊື່ອມຕໍ່ຈີນ ແລະ
ໄທ ມີກຳນົດການກໍ່ສ້າງແລ້ວສຳເລັດ ພາຍໃນ 60 ເດືອນ ນັບຈາກພິທີເປີດການກໍ່ສ້າງ
ທີ່ຈັດຂຶ້ນຢ່າງເປັນທາງການເມື່ອວັນທີ 25 ທັນວາ 2016 ທີ່ຜ່ານມາ ຢູ່ທີ່ແຂວງ
ຫລວງພະບາງ.
ທັງນີ້ ໂດຍຄະນະບໍລິຫານ ບໍລິສັດຮ່ວມທຶນທາງລົດໄຟ ລາວ-ຈີນ ໄດ້ຕົກລົງຄັດເລືອກ
11 ບໍລິສັດຈີນ ໃຫ້ເປັນພາກສ່ວນຮັບຜິດຊອບ ການກໍ່ສ້າງທີ່ຈະຕ້ອງນຳໃຊ້ແຮງງານ
ຈາກຈີນ 5,000 ກວ່າຄົນ ເນື່ອງຈາກວ່າ 10,000 ຄົນ ເຊັ່ນຢູ່ທີ່ແຂວງອຸດົມໄຊ ຈະຕ້ອງ
ນຳໃຊ້ແຮງງານຈາກຈີນ 5,000 ກວ່າຄົນ ເນື່ອງຈາກທາງລົດໄຟ ຈະຕ້ອງຜ່ານເຂດ
ແຂວງອຸດົມໄຊ ເຖິງ 126.6 ກິໂລແມັດ ຄິດເປັນ 1 ໃນ 3 ຂອງເສັ້ນທາງທັງໝົດ ໃນລາວ
ທັງຍັງຈະຕ້ອງກໍ່ສ້າງຂົວ ແລະ ເຈາະອຸໂມງ ຄິດເປັນ 40 ເປີເຊັນ ຂອງທາງລົດໄຟ ໃນ
ແຂວງດັ່ງກ່າວນີ້ອີກດ້ວຍ.
ສ່ວນຢູ່ທີ່ແຂວງຫລວງພະບາງ ກໍຈະໃຊ້ແຮງງານຈີນ 3,000 ກວ່າຄົນ ໂດຍທາງລົດໄຟ
ຈະຜ່ານເມືອງຈອມເພັດ ເມືອງຫລວງພະບາງ ແລະ ເມືອງຊຽງເງິນ ມີໄລຍະທາງລວມ
80 ກິໂລແມັດ ໂດຍມີ 1 ສະຖານີໃຫຍ່ ກັບ 4 ສະຖານີຍ່ອຍ ຂົວຂ້າມນ້ຳຂອງ 1 ແຮ່ງ
ແລະ ເຈາະອຸໂມງ 6 ແຫ່ງ.
ໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ ເປັນການຮ່ວມທຶນ ລະຫວ່າງ ລັດຖະບານລາວ
ກັບຈີນ ໃນສັດສ່ວນ 30 ເປີເຊັນ ຕໍ່ 70 ເປີເຊັນ ຂອງມູນຄ່າການລົງທຶນລວມ 6,000
ລ້ານໂດລາ ທີ່ກູ້ຢືມຈາກສະຖາບັນການເງິນຂອງຈີນ ມີໄລຍະທາງ 417 ກິໂລແມັດ
ຈາກດ່ານບໍ່ເຕັນແຂວງຫລວງນ້ຳທາ ຜ່ານອຸດົມໄຊ-ຫລວງພະບາງ-ວັງວຽງ-ວຽງຈັນ
ແລະນະຄອນວຽງຈັນ ໂດຍລາງລົດໄຟ ກວ້າງ 1.435 ແມັດ ທີ່ຂະບວນຂົນສົ່ງສິນຄ້າ
ແລະໂດຍສານ ແລ່ນດ້ວຍຄວາມໄວ 120 ແລະ 160 ກິໂລແມັດຕໍ່ຊົ່ວໂມງຕາມລຳດັບ.