ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຈີນພະຍາຍາມ ເສີມສ້າງອິດທິພົນ ໃນລາວ ໂດຍການໃຫ້ເງິນ ຊ່ວຍເຫລືອ ແກ່ລາວ 5,280 ຕື້ກີບ


ກອງປະຊຸມລະຫວ່າງເຈົ້າໜ້າທີ່ລາວ ກັບຈີນ ທີ່ຈັດຂຶ້ນໃນໄລຍະ
ທີ່ປະທານປະເທດຈີນຢ້ຽມຢາມລາວ ໃນເດືອນພະຈິກ ປີ 2017
ກອງປະຊຸມລະຫວ່າງເຈົ້າໜ້າທີ່ລາວ ກັບຈີນ ທີ່ຈັດຂຶ້ນໃນໄລຍະ ທີ່ປະທານປະເທດຈີນຢ້ຽມຢາມລາວ ໃນເດືອນພະຈິກ ປີ 2017

ລັດຖະບານຈີນໃຫ້ການຊ່ວຍເຫລືອລາວ 4 ຕື້ຢວນ ສໍາລັບນໍາໃຊ້ເຂົ້າໃນການ
ພັດທະນາດ້ານການສຶກສາ ແລະການເປັນຢູ່ຂອງປະຊາຊົນລາວ ບັນດາເຜົ່າ
ໃຫ້ດີຂຶ້ນນັບມື້.

ທ່ານຫວັງ ເວີນທຽນ ເອກຄະລັດຖະທູດ ສປ ຈີນປະຈໍາ ສປປ ລາວ ຖະແຫລງຢືນ
ຢັນວ່າ ການຊ່ວຍເຫລືອໃນມູນຄ່າ 4 ຕື້ຢວນ ຫລື 5,280 ຕື້ກີບ ທີ່ລັດຖະບານຈີນ
ໄດ້ຕົກລົງໃຫ້ແກ່ລັດຖະບານລາວ ມີຂຶ້ນໃນໂອກາດທີ່ປະທານປະເທດຈີນ ສີ ຈິ້ນຜິງ
ເດີນທາງຢ້ຽມຢາມ ສ ປປປ ລາວ ຢ່າງເປັນທາງການ ເມື່ອເດືນພະຈິກ 2017 ທີ່
ຜ່ານມາ ຊຶ່ງປັດຈຸບັນ ທາງການຈີນກໍາລັງປະສານງານຢ່າງໃກ້ສິດກັບບັນດາພາກ
ສ່ວນຕ່າງໆ ທີ່ກ່ຽວຂ້ອງຂອງທາງການລາວ ເພື່ອຈະໄດ້ລົງມືຈັດຕັ້ງປະຕິບັດພາກ
ຕົວຈິງຕະຫລອດປີ 2018 ນີ້.

ການຊ່ວຍເຫລືອດັ່ງກ່າວນີ້ ແມ່ນແນໃສ່ການພັດທະນາ ເພື່ອຍົກລະດັບຄຸນນະພາບຊີ
ວິດ ແລະການເປັນຢູ່ຂອງປະຊາຊົນລາວບັນດາເຜົ່າໃຫ້ດີຂຶ້ນດ້ວຍການພັດທະນາໃນ
ຂົງເຂດການສຶກສາ, ສາທາລະນະສຸກ, ເທັກໂນໂລຈີ, ການຄ້າ, ແລະການກໍ່ສ້າງຊັບພະ
ຍາກອນມະນຸດ ທີ່ປະກອບມີ 8 ໂຄງການໃຫຍ່ດ້ວຍກັນ ເຊັ່ນໂຄງການ 100 ບ້ານຕ້ອງ
ມີນໍ້າປະປາ, 100 ບ້ານຕ້ອງມີໄຟຟ້າ, 100 ບ້ານຕ້ອງມີສຸກສາລາ, 100 ບ້ານຕ້ອງມີລະ
ບົບ Digital, ໂຄງການສຶກສາທາງໄກ, ໂຄງການສຶກສາອົບຮົມບຸກຄະລາກອນສະເພາະ
ດ້ານ ເພື່ອປົກປັກຮັກສາສິ່ງແວດລ້ອມ ທໍາມະຊາດ, ໂຄງການຍົກລະດັບຄະນນຸພາບ
ການຮຽນ-ການສອນຂອງຄູຊົນນະບົດ ແລະໂຄງການສ້າງເວທີໃນ Internet ເພື່ອຊ່ວຍ
ຊາວກະສິກອນໃນຊົນນະບົດ ທັງໃນດ້ານການຜະລິດ-ການຕະຫລາດ ແລະການສົ່ງສິນຄ້າ.

ທ່ານຫວັງ ເວີນ ທຽນຢືນຢັນວ່າການຈັດຕັ້ງປະຕິບັດບັນດາໂຄງການພັດທະນາຕ່າງໆ
ໃນລາວດ້ວຍການຊ່ວຍເຫລືອດ້ານງົບປະມານ ແລະເທັກນິກຈາກຈີນດັ່ງກ່າວ ຖືເປັນ
ການຢັ້ງຢືນໃຫ້ເຫັນເຖິງການເປັນຫຸ້ນສ່ວນ ຍຸດທະສາດການພັວພັນຮ່ວມມືຮອບດ້ານ
ລະຫວ່າງລາວ-ຈີນໄດ້ຢ່າງຊັດເຈນ ໂດຍລັດຖະບານຈີນຍັງຈະສືບຕໍ່ໃຫ້ການຊ່ວຍເຫລືອ
ແກ່ລັດຖະບານລາວ ກໍຄືປະຊາຊົນລາວບັນດາເຜົ່າ ຕະຫລອດໄປອີກດ້ວຍ ເພາະວ່າ
ຖືເປັນພາກສ່ວນສໍາຄັນໃນການຮ່ວມມືລະຫວ່າງລາວ-ຈີນໃນ ແຜນການນຶ່ງແລວທາງ
-ນຶ່ງເສັ້ນທາງ (One Belt-One Road) ທີ່ລິເລີ້ມໂດຍປະທານປະເທດຈີນ ສີ ຈິ້ນຜິງ
ຊຶ່ງພັກແລະລັດຖະບານລາວຢືນຢັນຢ່າງຄັກແນ່ແລ້ວວ່າຈະໃຫ້ການຮ່ວມມື ແລະສະໜັບ
ສະໜຸນແຜນການດັ່ງກ່າວນີ້ຢ່າງສຸດກໍາລັງ.

ການຢ້ຽມຢາມລາວຢ່າງເປັນທາງການຂອງປະທານ ປະເທດຈີນ ໃນປີ 2017
ການຢ້ຽມຢາມລາວຢ່າງເປັນທາງການຂອງປະທານ ປະເທດຈີນ ໃນປີ 2017

ທັງນີ້ທາງການລາວກັບຈີນໄດ້ຈັດກອງປະຊຸມເວທີປຶກສາຫາລືການຮ່ວມມືໃນແຜນການ
ນຶ່ງແລວທາງ-ນຶ່ງເສັ້ນທາງຮ່ວມກັນຄັ້ງທຳອິດ ໃນເດືອນກຸມພາ 2018 ທີ່ຜ່ານມາຢູ່ທີ່
ນະຄອນວຽງຈັນ ໂດຍມີຜູ້ຕາງໜ້າ ຂອງທັງສອງຝ່າຍເຂົ້າຮ່ວມຫລາຍກວ່າ 600 ຄົນ
ເພື່ອຜັນຂະຫຍາຍການຮ່ວມມືຫຸ້ນສ່ວນຍຸດທະສາດການພັດທະນາຮອບດ້ານ ລະຫວ່າງ
ລາວ-ຈີນ ເຂົ້າໃນແຜນການຢ່າງເປັນຮູບປະທຳ.

ທັງນີ້ ທ່ານສະເຫລີມໄຊ ກົມມະສິດ ລັດຖະມົນຕີວ່າການຕ່າງປະເທດ ຢືນຢັນວ່າແຜນ
ການນຶ່ງແລວທາງ-ນຶ່ງເສັ້ນທາງ ຈະສົ່ງຜົນດີຕໍ່ແຜນການພັດທະນາລາວໃຫ້ເປັນສູນ
ກາງການເຊື່ອມຕໍ່ດ້ານຄົມມະນາຄົມ-ຂົນສົ່ງໃນລຸ່ມນ້ຳຂອງ ແລະອາຊຽນໃນອະນາຄົດ
ໂດຍສະເພາະແມ່ນການກໍ່ສ້າງທາງລົດໄຟ ທີ່ເຊື່ອມຕໍ່ຈາກຈີນມາລາວ ທີ່ກຳລັງດຳ
ເນີນການກໍ່ສ້າງຢູ່ໃນປັດຈຸບັນ ຖືເປັນສິ່ງທີ່ຮັບປະກັນວ່າ ສປປ ລາວ ໄດ້ເຂົ້າໄປເປັນ
ສ່ວນນຶ່ງໃນແຜນການນຶ່ງແລວທາງ-ນຶ່ງເສັ້ນທາງຂອງຈີນ ຢ່າງເຕັມຕົວແລ້ວ ຊຶ່ງໃນ
ປັດຈຸບັນ ກໍຄືລະຍະຂອງການຜັນຂະຫຍາຍບັນດາຂໍ້ຕົກລົງຕ່າງໆ ລະຫວ່າງລາວ-
ຈີນໄປສູ່ການຈັດຕັ້ງປະຕິບັດທີ່ເປັນຮູບປະທໍາ ດັ່ງທີ່ທ່ານສະເຫລີມໄຊໄດ້ໃຫ້ການ
ຢືນຢັນວ່າ
ສິ່ງທີ່ພວກເຮົາຈະສຸມໃສ່ໃນຕໍ່ໜ້ານີ້ ກໍແມ່ນຈັດຕັ້ງປະຕິບັດບັນດາຂໍ້ຕົກລົງ ບັນ
ດາສັນຍາທີ່
2 ປະເທດໄດ້ມີການລົງນາມ ແລະກະເຊັນກັນ ເພາະວ່າ ສັນຍາ
ເອກະສານທັງໝົດນີ້ແມ່ນລ້ວນແລ້ວ ແຕ່ແມ່ນເອກະສານທີ່ເກີດຂຶ້ນບົນພື້ນຖານ
ການພົວພັນ-ຮ່ວມມື 2 ຝ່າຍ ສະນັ້ນ ສິ່ງທີ່ພວກເຮົາຈະເອົາໃຈໃສ່ນີ້ ກະແມ່ນປະ
ຕິບັດອັນນີ້ໃຫ້ມັນໄດ້ ຫຼືວ່າ ໃຫ້ມັນເກີດດອກອອກຜົນ ແລ້ວມັນຈະນຳຜົນປະ
ໂຫຍດຕົວຈິງ ມາສູ່ປະຊາຊົນ 2 ຊາດພວກເຮົາ.”

ທາງການລາວກັບຈີນ ໄດ້ລົງນາມໃນຂໍ້ຕົກລົງເຖິງ 17 ສະບັບໃນໂອກາດທີ່ທ່ານສີ ຈິ້ນ
ຜິງ ເດີນທາງມາຢ້ຽມຢາມ ສປປ ລາວ ໃນເດືອນພະຈິກ 2017 ຊຶ່ງທ່ານວໍຣະສັກ ມະຫັດ
ທະໂນບົນ ອາຈານປະຈໍາຄະນະລັດຖະສາດ ຈຸລາລົງກອນມະຫາວິທະຍາໄລ ມອງວ່າ
ເປັນການເສີມສ້າງອິດທິພົນຂອງຈີນໃນລາວຜ່ານການເປັນຫຸ້ນສ່ວນຍຸດທະສາດການພັດ
ທະນາຮອບດ້ານ ລະຫວ່າງລາວ-ຈີນ ດັ່ງຈະເຫັນໄດ້ຈາກຂໍ້ຕົກລົງວ່າດ້ວຍການສ້າງ
ແລວເສດຖະກິດລາວ-ຈີນ ການພັດທະນາເທັກໂນໂລຈີຂໍ້ມູນ-ຂ່າວສານໃນດ້ານວິທະ
ຍາສາດ, ຊັບພະຍາກອນນ້ຳ, ກະສິກໍາຢ່າງຄົບວົງຈອນ, ການພັດທະນາຊັບພະຍາກອນ
ມະນຸດ, ອຸດສາຫະກໍາການຄ້າ, ການເປັນຄູ່ຮ່ວມຍຸດທະສາດໃນດ້ານພະລັງງານ ແລະ
ໂຄງການກໍ່ສ້າງທາງດ່ວນນະຄອນວຽງຈັນ-ບໍ່ເຕັນ ເປັນຕົ້ນ.

XS
SM
MD
LG