ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຈີນໄວ້ທຸກໃຫ້ພວກເຄາະຮ້າຍດິນເຈື່ອນ


ຈີນໄດ້ປະກາດໃນວັນເສົາມື້ນີ້ ກ່ຽວກັບວັນໄວ້ທຸກແຫ່ງຊາດ ໃຫ້ແກ່ພວກເຄາະຮ້າຍຫຼາຍກວ່າ 1,150 ຄົນທີ່ເສຍຊີວິດ ຍ້ອນດິນເຈື່ອນຮ້າຍແຮງ ໃນເຂດສອກຫຼີກ ຫ່າງໄກ ທາງພາກຕາເວັນຕົກສຽງເໜືອ ຂອງປະເທດ.

ສະພາແຫ່ງລັດ ຫຼືຄະນະລັດຖະບານຂອງຈີນ ໄດ້ມີຄຳສັ່ງ ໃຫ້ຊັກທຸງຊາດຂຶ້ນເຄິ່ງເສົາ ຢູ່ໃນທົ່ວປະເທດ ຕະຫຼອດທັງ ຢູ່ຕາມສະຖານທູດ ແລະກົງສຸນ ໃນປະເທດຕ່າງໆ ທົ່ວໂລກ ໃນວັນອາທິດມື້ອື່ນ ເພື່ອໄວ້ອາໄລ ໃຫ້ແກ່ພວກທີ່ເສຍຊີວິດ ຍ້ອນດິນຖະຫຼົ່ມ ເມື່ອນຶ່ງອາທິດຜ່ານມາ ທີ່ເມືອງ Zhouqu ໃນແຂວງ Gansu.

ເຈົ້າໜ້າທີ່ເວົ້າວ່າ ຍັງມີ 588 ຄົນ ຊອກຫາບໍ່ພໍ້ ຫຼືຫາຍສາບສູນ ແລະມີການພະຍາກອນ ອາກາດວ່າ ຈະມີຝົນຕົກໜັກຕື່ມ ໃນໄລຍະສອງສາມມື້ ຂ້າງໜ້ານີ້ ເຮັດໃຫ້ສະຖານະການ ມີຄວາມຍຸ່ງຍາກເພີ້ມຂຶ້ນ ສຳລັບພວກທະຫານ ທີ່ເຮັດວຽກຕະຫຼອດ 24 ຊົ່ວໂມງ ເພື່ອລຸໂລ່ງ ຊາກຫັກພັງຕ່າງໆ ທີ່ອຸດຕັນນັ້ນ ອອກຈາກແມ່ນໍ້າ Bailong ໃນແຂວງ Gansu. ເຈົ້າໜ້າທີ່ຢ້ານວ່າ ຝົນທີ່ຕົກລົງມາຕື່ມ ປະກອບໃສ່ກັບແມ່ນໍ້າ ທີ່ອຸດຕັນ ອາດຈະພາໃຫ້ເກີດນໍ້າຖ້ວມ ຮ້າຍແຮງກວ່າເກົ່າ ທີ່ເມືອງ Zhouqu.

XS
SM
MD
LG