ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເກີດດິນເຈື່ອນອີກ ທີ່ປະເທດຈີນ


ດິນເຈື່ອນຄັ້ງໃໝ່ ທີ່ແຂວງ Ganzu ໃນພາກຕາເວັນຕົກ ສຽງເໜືອຂອງຈີນ ເຮັດໃຫ້ມີຜູ້ເສຍຊີວິດ ຢ່າງນ້ອຍ 20 ຄົນ ແລະອີກຫຼາຍກວ່າ 10,000 ຄົນຕົກຄ້າງ.

ເຫດດິນເຈື່ອນທີ່ວ່ານີ້ ໄດ້ເກີດຂຶ້ນທີ່ເມືອງ Longnan ຫຼັງຈາກຄໍ່າຄືນ ທີ່ມີຝົນຕົກໜັກ ຢ່າງຕໍ່ເນື່ອງ.

ດິນເຈື່ອນທີ່ແຂວງ Ganzu ເຮັດໃຫ້ມີຜູ້ເສຍຊີວິດແລ້ວ ຫຼາຍກວ່າ 1,100 ຄົນ ສ່ວນໃຫຍ່ຂອງພວກທີ່ເສຍຊີວິດ ແມ່ນຢູ່ທີ່ເມືອງ Shouqu ບ່ອນທີ່ໄດ້ເກີດ ດິນຖະຫຼົ່ມຢ່າງ ຮ້າຍແຮງ ໃນມື້ວັນອາທິດແລ້ວ. ຝົນຕົກໜັກໃນມື້ວານນີ້ ພາໃຫ້ເກີດດິນເຈື່ອນຄັ້ງໃໝ່ ທີ່ໄດ້ຕັດຂາດຫົນທາງທີ່ເນັ່ງເຂົ້າໄປຫາເມືອງ Shouqu ພາໃຫ້ ເປັນອຸບປະສັກຂັດຂວາງ ຕໍ່ການປະຕິບັດງານກູ້ໄພ ແລະການດຳເນີນຄວາມພະຍາຍາມ ເພື່ອຟື້ນຟູຊີວິດການເປັນຢູ່ ຂອງປະຊາຊົນ ໃນເມືອງດັ່ງກ່າວ.

ມີລາຍງານວ່າ ບໍ່ມີການຊ່ອຍ ຜູ້ຄົນອອກມາໄດ້ຕື່ມ ຢູ່ທີ່ເມືອງ Shouqu ນັບແຕ່ມື້ວັນ ພຸດມາ ແລະອົງການຂ່າວຊິນຫົວ ຂອງທາງການຈີນແຈ້ງວ່າ ເວລານີ້ ພວກເຈົ້າໜ້າທີ່ ໄດ້ຫັນຄວາມສົນໃຈ ໄປຍັງພວກທີ່ລອດຊີວິດມາໄດ້ ຊຶ່ງສ່ວນໃຫຍ່ແລ້ວ ເປັນພວກລ້ຽງ ສັດ ແລະພໍ່ໄຮ່ຊາວສວນ ຊົນເຜົ່າທິເບດ.

ຂະນະດຽວກັນ ເຫດດິນເຈື່ອນ ທີ່ແຂວງ Sichuan ທາງພາກຕາເວັນຕົກສຽງໃຕ້ຂອງຈີນ ເຮັດໃຫ້ມີຜູ້ເສຍຊີວິດ 5 ຄົນ ແລະອີກ 500 ຄົນ ຍັງຕົກຄ້າງ.

XS
SM
MD
LG