ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ເກີດດິນຖະຫຼົ່ມຕື່ມອີກ ໃນຈີນ


ຝົນຕົກໜັກ ເຮັດໃຫ້ການປະຕິບັດຊອກຄົ້ນແລະກູ້ໄພ ທີ່ແຂວງ Gansu ໃນພາກຕາເວັນຕົກສຽງເໜືອຂອງຈີນ ປະສົບບັນຫາ (12 ສິງຫາ 2010)
ຝົນຕົກໜັກ ເຮັດໃຫ້ການປະຕິບັດຊອກຄົ້ນແລະກູ້ໄພ ທີ່ແຂວງ Gansu ໃນພາກຕາເວັນຕົກສຽງເໜືອຂອງຈີນ ປະສົບບັນຫາ (12 ສິງຫາ 2010)

ຝົນຕົກໜັກຮອບໃໝ່ ໃນເຂດພາກຕາເວັນຕົກສຽງເໜືອ ຂອງຈີນ ເຮັດໃຫ້ການດຳເນີນຄວາມພະຍາຍາມ ເພື່ອໃຫ້ຄວາມຊ່ອຍເຫຼືອແກ່ພວກທີ່ລອດຊີວິດມາໄດ້ ຈາກດິນເຈື່ອນຮ້າຍແຮງ ໃນມື້ວັນອາທິດຜ່ານມານັ້ນ ປະສົບກັບຄວາມຍຸ່ງຍາກ.

ຝົນທີ່ຕົກລົງມາ ໃນແລງວັນພຸດ ພາໃຫ້ເກີດດິນ​ເຈື່ອນຕື່ມ ແລະໄດ້ສຸເອົາຂີ້ຕົມ ລົງມາຖົມຖະໜົນຫົນທາງ ແລະຂົວ ຫຼາຍໆບ່ອນ ທີ່ແຂວງ Gansu.

ໄພທຳມະຊາດດັ່ງກ່າວ ເຮັດໃຫ້ມີຜູ້ເສຍຊີວິດແລ້ວ ຢ່າງ ນ້ອຍ 1,117 ຄົນ ຫຼາຍໆຄົນໃນນັ້ນ ແມ່ນປະຊາຊົນ ໃນເມືອງ Zhouqu. ນອກນັ້ນ ຍັງມີອີກ 625 ຄົນ ທີ່ຍັງຫາຍສາບສູນ. ເຮືອນປະຊາຊົນຫຼາຍໆຮ້ອຍຫຼັງ ໄດ້ຖືກທັບຖົມ ດ້ວຍຫີນ ແລະຕົມ ເຮັດໃຫ້ປະຊາຊົນ ຈຳນວນຫຼວງຫຼາຍ ບໍ່ມີບ່ອນພັກພາອາໄສ.

ໃນມື້ວານນີ້ ພະນັກງານກູ້ໄພສຸກເສີນ ໄດ້ຊ່ອຍຜູ້ຊາຍອາຍຸ 50 ປີຄົນນຶ່ງ ອອກມາຈາກ ຊັ້ນທີ 2 ຂອງໂຮງແຮມ​ແຫ່ງ​ນຶ່ງ ແຕ່ຄວາມຫວັງລຸດນ້ອຍ​ລົງ​ນັບ​ມື້ ໃນການທີ່​ໄດ້ຈະພົບ ເຫັນພວກທີ່ອາດ​ຍັງລອດຊີວິດ ໄດ້ຕື່ມອີກນັ້ນ.

ເວລານີ້ ເຈົ້າໜ້າທີ່ກຳລັງຫັນຄວາມສົນໃຈ ໄປໃສ່ການຫາທາງປ້ອງກັນ ບໍ່ໃຫ້ເກີດ ພະຍາດຕິດຕໍ່ ເນື່ອງຈາກ ຂາດແຄນນໍ້າສະອາດ ແລະສຸຂາພິບານ.

XS
SM
MD
LG