ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເຫດດິນຖະຫຼົ່ມຢູ່ຈີນ


ຄວາມຫວັງກໍາລັງຈາງຫາຍໄປໃນ ການທີ່ຈະພົບເຫັນ ພວກລອດຊີວິດມາໄດ້ເພີ້ມຕື່ມ ຢູ່ຕາມເສດຊາກຫັກພັງ ຈາກດິນເຈື່ອນຮ້າຍແຮງ ໃນພາກຕາເວັນຕົກສຽງເໜືອຂອງຈີນ.

ທະຫານ ແລະພະນັກງານຊ່ອຍເຫຼືອສຸກເສີນ 10,000 ກວ່າຄົນ ໄດ້ພາກັນຂຸດຄົ້ນ ຢູ່ຕາມ ດິນທີ່ຖະຫຼົ່ມລົງມາ ແລະຊາກຫັກພັງ ທີ່ເມືອງ ZHOUQU ໃນແຂວງ GANSU ບ່ອນທີ່ ມີຜູ້ເສຍຊີວິດ ຢ່າງນ້ອຍ 702 ຄົນ ຈາກເຫດດິນຖະຫຼົ່ມ ໃນມື້ວັນອາທິດ ຜ່ານມາ. ມີຊາວເມືອງອີກ 1,042 ຄົນ ຍັງຫາຍສາບສູນ ຂະນະທີ່ 45,000 ຄົນ ໄດ້ຖືກຍົກຍ້າຍ ອອກໜີ. ປະຊາຊົນສ່ວນໃຫຍ່ ຢູ່ໃນເມືອງນີ້ ແມ່ນເປັນພວກລ້ຽງສັດ ແລະເຮັດໄຮ່ເຮັດສວນ ຊົນເຜົ່າທິເບດ.

ພວກຄົນງານກູ້ໄພ ໄດ້ເຮັດບ່ອນເກັບສົບຊົ່ວຄາວ ທ່າມກາງສະພາບອາກາດ ທີ່ຮ້ອນຈັດ ຊຶ່ງພາໃຫ້ເກີດ ມີກິ່ນເໝັນເນົ່າຂອງສົບ ໄປທົ່ວບໍລິເວນດັ່ງກ່າວ.

ພວກພະຍາກອນອາກາດ ທຳນາຍວ່າ ຈະມີຝົນຕົກໜັກ ໃນໄລຍະສອງສາມມື້ຂ້າງໜ້າ ຊຶ່ງແນ່ນອນ ຈະເຮັດໃຫ້ການກູ້ໄພ ແລະຟື້ນຟູສະພາບການເປັນຢູ່ ໃຫ້ກັບຄືນສູ່ປົກກະຕິ ທີ່ເມືອງ ZHOUQU ນັ້ນ ປະສົບກັບບັນຫາຍຸ່ງຍາກ.


XS
SM
MD
LG