ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ເສຍຊີວິດ 46 ຄົນ ໃນເຫດດິນເຈື່ອນໃນຈີນ


ໜ່ວຍກູ້ໄພຂະນະຄົ້ນຫາຜູ້ລອດຊີວິດ ແລະຊາກສົບ ໃນເຫດດິນເຈື່ອນ ໃນເຂວງຢຸນນານຂອງຈີນ, ວັນທີ 11 ມັງກອນ 2013;
ໜ່ວຍກູ້ໄພຂະນະຄົ້ນຫາຜູ້ລອດຊີວິດ ແລະຊາກສົບ ໃນເຫດດິນເຈື່ອນ ໃນເຂວງຢຸນນານຂອງຈີນ, ວັນທີ 11 ມັງກອນ 2013;
ທາງ​ການ​ຈີນ​ເວົ້າ​ວ່າ ​ເຫດ​ດິນ​ເຈື່ອນ​ບັ້ນ​ນຶ່ງ ທາງ​ພາກ​ຕາ​ເວັນ​ຕົກ​ສຽງ​ໃຕ້ ຂອງ​ປະ​ເທດ ​ຍັງ​ຜົນ​ໃຫ້​ມີ​ຜູ້​ເສຍ​ຊີວິດ 46 ຄົນ ​ໂຮມ​ທັງ​ເດັກນ້ອຍ​ຫຼາຍຄົນ.

ທີ​ມກູ້​ໄພ ​ໄດ້​ຄົ້ນ​ພົບ 3 ສົບ​ເມື່ອ​ວັນ​ເສົາ​ວານ​ນີ້ ​ເວລາ​ການ​ປະຕິບັດ​ການ ​ກູ້​ໄພ​ໄດ້​ສິ້ນ​ສຸດ​ລົງ​ໃນ​ເຂດ​ໝູ່​ບ້ານ Gaopo ທີ່ຢູ່​ສອກຫຼີກ ຢູ່​ໃນ​ແຂວງ​ຢຸນນານ ນັ້ນ.

​ເຈົ້າໜ້າ​ທີ່​ຈີນ​ເຊື່ອ​ວ່າ ພວກ​ທີ່​ຫາຍ​ສາບ​ສູນ​ໄປ​ທັງ​ໝົດ​ນັ້ນ ​ໄດ້​ຄົ້ນ​ພົບ​ແລ້ວ.

ອົງການ​ຂ່າວ​ຊິນ​ຫົວ​ຂອງ​ທາງ​ການ​ຈີນ ​ເວົ້າ​ວ່າ ຝົນ​ແລະ​ຫິມະ ​ທີ່ຕົກລົງ​ມາ​ເປັນ​ເວລາຫຼາຍໆມື້ ​ໄດ້​ເປັນ​ເຫດ​ໃຫ້​ດິນ​ເຈື່ອນ​ເມື່ອ​ວັນ​ສຸກ​ຜ່ານ​ມາ ທີ່​ແຂວງ​ຢຸນນານ ​ໂດ​ຍໄດ້​ທໍາລາຍ​ບ້ານ​ເຮືອນສິບກວ່າຫຼັງ​.
XS
SM
MD
LG