ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

18 ຄົນເສຍຊີວິດ ຍ້ອນເຫດດິນເຈຶ່ອນ ຢູ່ຈີນ


ດິນເຈຶ່ອນໃນຈີນ
ດິນເຈຶ່ອນໃນຈີນ

ພວກເຈົ້າໜ້າທີ່ຈີນກ່າວວ່າ ມີຜູ້ເສຍຊີວິດຢ່າງໜ້ອຍ 25 ຄົນ ຈາກໄພດິນເຈື່ອນຄັ້ງໃຫຍ່
ຍ້ອນພາຍຸຝົນຕົກໜັກໃນຂົງເຂດຕາເວັນຕົກສຽງເໜືອ ແລະຕາເວັນຕົກສຽງໃຕ້ຂອງ
ປະເທດ.

18 ຄົນເສຍຊີວິດ ເວລາດິນເຈຶ່ອນທັບຖົມເຮືອນ 12 ຫລັງ ທີ່ເມືອງ Lueyang ແຂວງ Shaanxi. ພວກພະຍາກອນອາກາດທໍານາຍວ່າ ຂົງເຂດດັ່ງກ່າວຍັງຈະມີຝົນຕົກໜັກ ຕໍ່ໄປອີກຫລາຍມື້.

ໃນແຂວງ Sichuan ມີຜູ້ເສຍຊີວິດ 7 ຄົນ ຈາກດິນເຈື່ອນນັບຕັ້ງແຕ່ວັນທີ່ 30 ເດືອນ ມິຖຸນາເປັນຕົ້ນມາ. ຜູ້ເຄາະຮ້າຍຄົນສຸດທ້າຍຄືຊາວບ້ານຄົນນຶ່ງ ທີ່ເສຍຊີວິດເວລາຝາ ເຮືອນຂອງລາວພັງລົງມາທັບ ໃນຂະນະທີ່ຜູ້ກ່ຽວກໍາ ລັງເປັ່ງນໍ້າອອກຈາກເດີ່ນບ້ານຂອງ ລາວນັ້ນ.

ມີປະຊາຊົນຫລາຍກວ່າ 27,000 ຄົນ ຖືກບັງຄັບໃຫ້ອົບພະຍົບໜີອອກຈາກເຮືອນຊານ ບ້ານຊ່ອງຂອງພວກເຂົາເຈົ້າ ໃນລະຫວ່າງທີ່ເກີດສະພາ ວະອາກາດປັ່ນປ່ວນຮຸນແຮງນີ້. ພວກພະນັກງານຮັບມືກັບໄພສຸກເສີນ ພາກັນທໍາງານຢ່າງໜັກເພື່ອກໍາຈັດຂີ້ຕົມ ແລະຊາກ ຫັກພັງອອກຈາກຖະໜົນໃຫຍ່ທີ່ເຊື່ອມຕໍ່ເມືອງ Chengdu ເມືອງຫລວງແຂວງ Sichuan ກັບເມືອງ Wenchuan.

ພວກເຈົ້າໜ້າທີ່ລັດຖະບານຈີນກ່າວວ່າ ມີປະຊາຊົນເສຍຊີວິດຫລາຍກວ່າ 260 ຄົນ ໃນ ເດືອນມິຖຸນາຜ່ານມາ ຍ້ອນຝົນຕົກໜັກ ແລະດິນເຈຶ່ອນນັ້ນ.

XS
SM
MD
LG