ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຈີນນຳ ເຮືອບິນທະຫານ ລົງຈອດ ຢູ່ເກາະທຽມ ໃນທະເລຈີນໃຕ້


ເກາະ Fiery Cross Reef ທີ່ບ່ອນມີການໂຕ້ຖຽງກັນ ຊຶ່ງເປັນສ່ວນນຶ່ງ ຂອງໝູ່ເກາະ Spratly ໃນລະເລຈີນໃຕ້.
ເກາະ Fiery Cross Reef ທີ່ບ່ອນມີການໂຕ້ຖຽງກັນ ຊຶ່ງເປັນສ່ວນນຶ່ງ ຂອງໝູ່ເກາະ Spratly ໃນລະເລຈີນໃຕ້.

ຈີນກ່າວ​ວ່າ ​ເຮືອບິນ​ທ​ະຫານ​ລຳ​ນຶ່ງ​ໄດ້​ລົງຈອດ ​ຢູ່ໃນ​ເກາະທຽມ​ເກາະນຶ່ງຂອງຕົນ ​ໃນ​ທະ​ ເລ​ຈີນ​ໃຕ້ທີ່ຍັງ​ເປັນ​ບັນຫາ​ຖົກ​ຖຽງ ຊຶ່ງ​ເປັນ​ການ​ຮັບ​ຮູ້​ຢ່າງ​ເປີ​ດ​ເຜີຍເທື່ອ​ທຳ​ອິດ ກ່ຽວ​ກັບ ການ​ປະຕິບັດ​ງານ​ດັ່ງກ່າວ.

ອົງການ​ຂ່າວ​ລັດຖະບານ​ຈີນ ກ່າວ​ໃນ​ວັນ​ຈັນ​ວານ​ນີ້​ວ່າ ​ເຮືອບິນ​ທະຫານ​ທີ່​ພວມ ລາດຕະ ​ເວນ​ຢູ່​ໃນ​ເຂດດັ່ງກ່າວ ​ໄດ້​ຮັບ​ໂທລະສັບ​ສຸກ​ເສີ​ນ​ ໃຫ້​ລົງ​ຈອດ​ຢູ່​ເກາະ Fiery Cross Reef ​ເພື່ອ​ຮັບ​ເອົາ​ພະນັກງານ​ກໍ່​ສ້າງ ​ທີ່​ໄດ້​ຮັບ​ບາດ​ເຈັບ.

ຫລັງ​ຈາກ​ໄດ້​ຮັບ​ເອົາ​ບັນດາ​ພະນັກງານ​ທີ່​ໄດ້​ຮັບ​ບາດເຈັບ​ແລ້ວ ​ເຮືອບິນ​ໄດ້​ບິນ​ໄປ​ສູ່​ເກາະ Hainan ບ່ອນ​ທີ່​ມີ​ລົດ​ໂຮງ​ໝໍ​ມາ​ຮັບເອົາ.

​ໂຄສົກ​ກະຊວງ​ຕ່າງປະ​ເທດ​ຈີນ​ ທ່ານ Lu Kang ກ່າວ​ວ່າ ການ​ປະຕິບັດ​ງານ​ກູ້​ໄພ​ດັ່ງກ່າວ​ເປັນ​ພາກສ່ວນທີ່​ເຄີຍ​ມີ​ການ​ປະຕິບັດ​ກັນ​ມາ​ເປັນ​ປະຈຳ​ຂອງ​ພວກທະຫານ. ທ່ານ​ກ່າວ​ວ່າ “ຢູ່​ໃນ​ດິນ​ແດນ​ຈີນ​ເຫດການ​ໃນ​ທຳນອງ​ນີ້​ບໍ່​ແມ່ນເປັນ​ເລື້ອງ ທີ່​ຜິດ​ທຳມະ​ດາ.”

ຈິນ ​ໄດ້​ເສັດ​ສິ້ນການ​ສ້າງ​ທາງ​ແລ່ນ 3,000 ​ແມັດ​ຢູ່​ເທິງ​ເກາະ​ທຽມ​ເກາະ​ນຶ່ງ​ໃນ​ໝູ່ເກາະ Spratlys ທີ່​ມີ​ການ​ໂຕ້​ແຍ້​ງກັນ​ໃນປີແລ້ວ​ນີ້ ​ແລະ​ໄດ້ສົ່ງ​ເຮືອບິນພົນ ລະ​ເຮືອນ ​ໄປ​ລົງ ​ຈອດ​ຢູ່​ທີ່​ນັ້ນ ​ໃນ​ເດືອນ​ມັງກອນຕົ້ນປີນີ້.

​ໃນ​ຕົ້ນ​ເດືອນ​ນີ້ ລັດຖະມົນຕີ​ປ້ອງກັນປະ​ເທດ​ສະຫະລັດ ທ່ານ Ash Carter ກ່າວ​ວ່າ ສະຫະລັດ ມີ​ຄວາມ​ເປັນ​ຫ່ວງ​ທີ່​ສຸດ​ກ່ຽວ​ກັບ​ການເຄື່ອນ​ໄຫວ​ຂອງ​ຈີນ​ຢູ່​ໃນ​ທະ​ເລ​ຈີນ​ໃຕ້.

ອ່ານເປັນພາສາອັງກິດ

XS
SM
MD
LG