ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

40 ຄົນຖືກ ດິນເຈື່ອນຖົມ ຢູ່ຈີນ (ວີດິໂອ)


ແຜນທີ່ແຂວງ Sichuan (ສີແດງ) ບ່ອນທີ່ດິນເຈື່ອນຖົມ 40 ຄົນ
ແຜນທີ່ແຂວງ Sichuan (ສີແດງ) ບ່ອນທີ່ດິນເຈື່ອນຖົມ 40 ຄົນ
ໄພນໍ້າຖ້ວມຢູ່ໃນພາກຕາເວັນຕົກຂອງຈີນໄດ້ພາໃຫ້ເກີດດິນ
ເຈື່ອນ ທີ່ໄດ້ຖົມ 40 ຄົນ ໃນວັນພຸດວານນີ້ ແລະໄດ້ທໍາລາຍ
ສະຖິຕິການເຕືອນຄວາມຊົງ ຈໍາທີ່ມີຊື່ສຽງໂດ່ງດັງຂອງເຫດ ແຜ່ນດິນໄຫວທີ່ຮ້າຍແຮງໃນປີ 2008.

ອົງການຂ່າວຊິນຫົວຂອງລັດ ລາຍງານວ່າ ພະນັກງານກູ້ໄພ
ໄດ້ພາກັນໄປຍັງເມືອງ Dujiangyan ໃນແຂວງ Sichuan ບ່ອນທີ່ມີຄົນປະມານ 30
ຫາ 40 ຄົນ ຖືກດິນເຈື່ອນທັບນັ້ນ ຢ່າງຟ້າວຟັ່ງ.

ມັນເປັນໄພນໍ້າຖ້ວມທີ່ຮ້າຍແຮງທີ່ສຸດ ໃນຮອບ 50 ປີ ຢູ່ໃນບາງເຂດ.

ໃນຂະນະດຽວກັນ ຢູ່ພາກຕາເວັນອອກສຽງເໜືອນັ້ນ ມີຄົນງານຢ່າງໜ້ອຍ 12 ຄົນເສຍ
ຊີວິດ ເມື່ອພາຍຸຝົນທີ່ຮ້າຍແຮງ ພາໃຫ້ໂຮງງານບໍ່ຖ່ານຫີນ ທີ່ພວກເຂົາເຈົ້າກໍາລັງສ້າງ
ຢູ່ນັ້ນ ພັງທະລາຍລົງ ອີງຕາມຖະແຫລງການຂອງລັດຖະບານ ໃນເມືອງ Jinzhong
ບ່ອນທີ່ເຫດຮ້າຍເກີດຂຶ້ນນັ້ນ.

ເຫດຮ້າຍໃນຄືນວັນອັງຄານ ແມ່ນເກີດຂຶ້ນຖ້າມກາງຝົນທີ່ຕົກໜັກ ແລະລົມແຮງ ທີ່ມີຢູ່
ທົ່ວຂົງເຂດພາກເໜືອຂອງຈີນ ລວມທັງນະຄອນຫລວງປັກກິ່ງ ອີກດ້ວຍ.

ດິນເຈື່ອນ ແລະນໍ້າຖ້ວມແມ່ນເປັນເລື້ອງທໍາມະດາ ຢູ່ໃນເຂດພູຜາຂອງຂອງຈີນ ຊຶ່ງ​ເຮັດ​
ໃຫ້​ມີ​ຜູ້​ເສຍ​ຊີວິດຫລາຍຮ້ອຍຄົນ ໃນແຕ່ລະປີ.

ການຕັດໄມ້ທໍາລາຍປ່າ ໄດ້ພາໃຫ້ມີດິນເຊາະເຈື່ອນ ແລະເຮັດໃຫ້ບາງພາກຂອງຈີນມັກ​
ເກີດ​ດິນເຈື່ອນ ຫລັງຈາກຝົນຕົກແຮງ.

ອົງການຂ່າວຊິນຫົວ ລາຍງານວ່າ ນັບແຕ່ວັນອາທິດເປັນຕົ້ນມາ ໄພນໍ້າຖ້ວມໃນແຂວງ
ຊີສວນ ໄດ້ສົ່ງຜົນກະທົບຕໍ່ 360 ພັນຄົນ ຊຶ່ງທໍາລາຍ ແລະເຮັດໃຫ້ບ້ານເຮືອນເສຍຫາຍ 300 ຫລັງ ພ້ອມທັງບັງຄັບໃຫ້ມີການຍົກຍ້າຍ ຜູ້ຄົນຢ່າງໜ້ອຍ 6 ພັນ 1 ຮ້ອຍຄົນໜີ
ແບບສຸກເສີນ.

ເບິ່ງວີດິໂອກ່ຽວກັບຂ່າວນີ້:

40 ຄົນ ຖືກດິນ ເຈື່ອນທັບ ຢູ່ໃນຈີນ
please wait

No media source currently available

0:00 0:00:53 0:00
XS
SM
MD
LG