ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຈີນກ່າວວ່າ ຕົນຈະບໍ່ສາມາດ ປົກປ້ອງເກົາຫຼີເໜືອໄດ້ ຖ້າເກົາຫລີເໜືອທົດລອງນີວເຄຼຍອີກ


ພາບຈາດດາວທຽມ, ຖ່າຍເມື່ອວັນທີ 1 ເມສາ 2012, ສະແດງໃຫ້ເຫັນບໍລິເວນນຶ່ງຂອງບ່ອນທົດລອງຍິງລະເບີດ
ນິວເຄລຍ ໃກ້ໆກັບ Punggue-ri, ເກົາຫລີເໜືອ. ເຈົ້າໜ້າທີ່ເກົາຫລີໃຕ້ພົບຫລັກຖານວ່າ ມີການຂຸດອຸບໂມງໃໝ່ ຢູ່ໃກ້ໆບ່ອນນີ້, ຊຶ່ງເປັນບ່ອນທີ່ກົາຫລີເໜືອໄດ້ທົດລອງລະເບີດນິວເຄລຍໃຕ້ດິນ ໃນປ
ພາບຈາດດາວທຽມ, ຖ່າຍເມື່ອວັນທີ 1 ເມສາ 2012, ສະແດງໃຫ້ເຫັນບໍລິເວນນຶ່ງຂອງບ່ອນທົດລອງຍິງລະເບີດ ນິວເຄລຍ ໃກ້ໆກັບ Punggue-ri, ເກົາຫລີເໜືອ. ເຈົ້າໜ້າທີ່ເກົາຫລີໃຕ້ພົບຫລັກຖານວ່າ ມີການຂຸດອຸບໂມງໃໝ່ ຢູ່ໃກ້ໆບ່ອນນີ້, ຊຶ່ງເປັນບ່ອນທີ່ກົາຫລີເໜືອໄດ້ທົດລອງລະເບີດນິວເຄລຍໃຕ້ດິນ ໃນປ

ສື່​ມວນ​ຊົນ​ທີ່​ຄວບ​ຄຸມ​ໂດຍ​ລັດ​ຂອງ​ຈີນ​ກ່າວ​ວ່າ ປັກ​ກິ່ງ​ບໍ່ສາມາດ​ຊ່ວຍ​ປົກ​ປ້ອງ​ເກົາຫຼີ​ເໜືອ ​ຈາກ​ຜົນ​ລັບ​ຕາມ​ມາ​ດ້ານ​ການ​ທູດ ​ຖ້າ​ຫາກ​ພຽງ​ຢາງຈະ​ທໍາ​ການທົດ​ລອງ​ນີວ​ເຄລຍຄັ້ງ​ທີ່​ສາມ​ນັ້ນ.

ຄໍາ​ຕັກ​ເຕືອນ​ດັ່ງກ່າວປະກົດ​ໃຫ້​ເຫັນ​ເມື່ອ​ວັນ​ພະຫັດ​ມື້​ນີ້ ​ໃນ​ບົດ​ຄວາມ​ບົດ ນຶ່ງ​ທີ່​ລົງ​ໃນ​ໜັງສືພິມ Global Times ຊຶ່ງ​ເປັນ​ໜັງສືພິມທີ່ເປັນ​ເຄືອ​ຂ່າຍ ກັບພັກ​ຄອມ​ມີ​ວນີສຂອງ​ຈີນ. ບົດ​ຄວາມ​ທີ່​ວ່າ​ນີ້ໄດ້​ໃຫ້​ຂໍ້​ສັງ​ເກດ​ຂອງ​ການ​ຄາດ​ການ​ທີ່​ກໍາລັງ​ເພີ່​ມທະວີ​ຂຶ້ນວ່າ ພຽງ​ຢາງ​ ພວມຕຽມ​ທໍາ​ການ​ທົດລອງ​ນີວ​ເຄລຍ​ໃຕ້​ພື້ນ​ດິນ ຊຶ່ງຈະ​ເປັນ​ການ​ທົດ​ລອງ​ຄັ້ງ​ທີ່​ສາມ​ນັບ​ແຕ່​ປີ 2006 ​ເປັນ​ຕົ້ນ​ມານັ້ນ.

ລັດຖະບານ​ປັກ​ກິ່ງ​ຄັດຄ້ານ​ການ​ທົດ​ລອງນີວ​ເຄລຍຄັ້ງ​ນີ້ຢ່າງ​ແຂງ​ຂັນ ຊຶ່ງ ບົດ​ຄວາມ​ເວົ້າອີກ​ວ່າ ຖ້າ​ຫາກ​ເກົາຫລີ​ເໜືອ​ຍັງ​ຂືນ​ເດີນ​ໜ້າ​ຕໍ່​ໄປໃນ​ເລຶ່ອງ ນີ້​ແລ້ວ ຈີນ​ກໍ​ຈະ​ບໍ່​ສາມາດ​ຊ່ວຍ​ເຫລືອ​ເກົາຫລີ​ເໜືອໃຫ້ຫລີກ​ລ່ຽງຈາກ​ຜົນ​ກະທົບ​ຫລາຍ​ປະການ​ທາງ​ການ​ທູດນັ້ນ​ໄດ້. ສະພາ​ຄວາມໝັ້ນຄົງ​ອົງການ​ສະຫະ​ປະຊາ​ຊາດ​ກໍ​ໄດ້​ເຕືອນ​ເກົາຫຼີ​ເໜືອ​ໄປ​ແລ້ວ​ວ່າ ຕົນຈະ​ຕອບ​ໂຕ້​ຢ່າງເໝາະ​ສົມ ຕໍ່ການທ້າ​ທາຍເກາະ​ຜິດ​ຄິດ​ຮ້າຍ​ໃດໆກໍ​ຕາມ​ຕື່ມ​ອີກໂດຍ​ພຽງ​ຢາງ​ນັ້ນ.

ໃນ​ເດືອນ​ນີ້ ​ເກົາຫລີ​ໃຕ້ໄດ້​ນຳ​ອອກ​ເຜີຍ​ແຜ່​ຮູບ​ພາບ​ສອດ​ແນມ​ຕ່າງໆຕໍ່ວີ​ໂອ​ເອແລະ ​ບັນດາ​ອົງການ​ຂ່າວ​ອື່ນໆທີ່​ສະ​ແດງ​ໃຫ້​ເຫັນກິດຈະ​ກໍາ​ທີ່​ເກີດ​ຂຶ້ນ​ໃໝ່ໆ ຢູ່​ທີ່​ສະຖານ​ ທີ່​ທົດ​ລອງ​ນີວ​ເຄລຍສອງ​ຄັ້ງ​ຜ່ານ​ມາ​ຂອງ​ເກົາຫລີ​ເໜືອ

ຄວາມ​ລະ​ແວງ​ກັນ​ທີ່​ວ່າການ​ທົດ​ລອງນີ້​ແມ່ນ​ກໍາລັງ​ມີ​ແທ້​ໄດ້​ເກີດ​ຂຶ້ນຫລັງ​ຈາກຄວາມ​ພະຍາຍາມ​ຍິງ​ຈະ​ຫລວດ​ຂອງ​ເກົາຫລີ​ເໜືອ​ທີ່​ລົ້ມ​ແຫລວ​ເມື່ອ ວັນ​ທີ່ 13 ​ເດືອນ​ເມສາ​ນີ້. ການ​ທົດ​ລອງ​ນີວ​ເຄລຍສອງ​ຄັ້ງ​ຜ່ານ​ມາ​ໄດ້​ມີ ຂຶ້ນຫຼັງຈາກ​ການ​ທົດ​ລອງ​ຍິງ​ລູກ​ສອນ​ໄຟ​ຂີປະ​ນາ​ວຸດ​ທີ່​ລົ້ມ​ແຫລວ ​ແລະ​ເຫັນວ່າເປັນຄວາມ​ພະຍາຍາມ​ຕື່ມ​ອີກ ​ເພື່ອ​ທົດແທນ​ການ​ທົດ​ລອງ​ທີ່​ລົ້ມ​ແຫລວນັ້ນ.

XS
SM
MD
LG