ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ການໂຈມຕີ ພວກນັກຮຽນ ຢູ່ຈີນ


ແຜນທີ່ ຈີນ
ແຜນທີ່ ຈີນ

ສື່ມວນຊົນ ຂອງທາງການຈີນ ລາຍງານວ່າ ມີພວກເດັກ ນ້ອຍ ນັກຮຽນ 28 ຄົນ ແລະຜູ້ໃຫຍ່ອີກ 3 ຄົນ ໄດ້ຮັບບາດເຈັບ ໃນການໂຈມຕີ ດ້ວຍການ ໃຊ້ມີດແທງ ຊຶ່ງເຫດຮ້າຍ ປະເພດດຽວກັນນີ້ ​ໄດ້​ເກີດ​ຂຶ້ນ ​ເປັນຄັ້ງທີ 3 ​ແລ້ວ ໃນໄລຍະສອງ ສາມອາທິດຜ່ານມາ. ອົງການຂ່າວຊິນຫວາ ລາຍງານວ່າ ເຫດຮ້າຍລ່າສຸດ ເກີດຂຶ້ນທີ່ ໂຮງຮຽນອະນຸບານ ແຫ່ງນຶ່ງ ທີ່ເມືອງ TAIXING ໃນແຂວງ JIANGSU ທາງພາກຕາເວັນອອກ ຂອງຈີນ. ຊິນຫວາເວົ້າວ່າ ຜູ້ໂຈມຕີໃນເທື່ອນີ້ ແມ່ນຜູ້ຊາຍອາຍຸ 47 ປີ. ເຈົ້າໜ້າທີ່ເມືອງ TAIXING ກ່າວວ່າ ເດັກນ້ອຍ 5 ຄົນ ທີ່ມີອາການສາຫັດ ໄດ້ຖືກສົ່ງ ໄປຮັບການປິ່ນປົວ ທີ່ໂຮງພະຍາບານ. ສ່ວນຜູ້ໃຫຍ່ 3 ຄົນ ທີ່ໄດ້ຮັບບາດເຈັບ ແມ່ນຮວມທັງນາຍຄູ 2 ຄົນ ແລະຍາມຄົນນຶ່ງ. ຜູ້ທີ່ຖືກກ່າວຫາວ່າ ທຳການໂຈມຕີ ໃນເທື່ອນີ້ ໄດ້ຖືກຕຳຫລວດ ຈັບໂຕໄວ້ແລ້ວ. ໃນມື້ວານນີ້ ກໍມີນັກຮຽນ ຢ່າງນ້ອຍ 15 ຄົນ ແລະນາຍຄູຄົນນຶ່ງ ໄດ້ຮັບບາດເຈັບ ໃນ​ເຫດການ​ໂຈມ​ຕີ ​ໂດຍຜູ້ຊາຍ ຄົນນຶ່ງ ທີ່ໃຊ້ມີດເປັນອາວຸດ ຢູ່ເມືອງ LEIZHOU ໃນພາກໃຕ້ຂອງຈີນ. ເມື່ອ 2 ອາທິດກ່ອນ ກໍມີເດັກນ້ອຍຄົນນຶ່ງ ແລະຜູ້ແມ່ຍິງ ສູງອາຍຸຄົນນຶ່ງ ຖືກແທງຕາຍ ທີ່ເມືອງ GUANGXI ໃນພາກໃຕ້ ຂອງຈີນ.

XS
SM
MD
LG