ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເຈົ້າ​ໜ້າ​ທີ່​​ຈີນ ຖືກ​ຈັບ​ກຸມ ຍ້ອນ​ຈ່າຍ​ສິນ​ບົນ ໃຫ້​ເຈົ້າ​ໜ້າ​ທີ່ ໃນ​ທ່າມ​ກາງ​ການ​ສືບ​ສວນ​ສໍ້​ລາດ​ບັງ​ຫຼວງ ​ຂອງ ບໍ​ລິ​ສັດ SGR


ລົດ​ໄຟ ​ເປີດ​ການ​ທຳ​ງານ SGR ຊຶ່ງ​ເປັນ​ສາຍ​ທີີ່​ທາງບໍ​ລິ​ສັດ ທາງແລະ​ຂົວຈີນ ຫຼື China Road and Bridge Corporation ແລະ​ໃຫ້​ການ​ສະ​ໜັບ​ສະ​ໜູນ​ທາງ​ການ​ເງິນ​ໂດຍ​ລັດ​ຖະ​ບານ​ຈີນ ທີ່​ເຂົ້າ​ໄປ​ໃນ​ສະ​ຖາ​ນີ​ໄນ​ໂຣ​ບີ ​ຂ້າງນອກ​ເມືອງ​ຫຼວງ​ຂອງ​ເຄັນ​ຍາ ນະ​ຄອນ​ໄນ​ໂຣ​ບີi, 31 ພຶດ​ສະ​ພາ 2017.
ລົດ​ໄຟ ​ເປີດ​ການ​ທຳ​ງານ SGR ຊຶ່ງ​ເປັນ​ສາຍ​ທີີ່​ທາງບໍ​ລິ​ສັດ ທາງແລະ​ຂົວຈີນ ຫຼື China Road and Bridge Corporation ແລະ​ໃຫ້​ການ​ສະ​ໜັບ​ສະ​ໜູນ​ທາງ​ການ​ເງິນ​ໂດຍ​ລັດ​ຖະ​ບານ​ຈີນ ທີ່​ເຂົ້າ​ໄປ​ໃນ​ສະ​ຖາ​ນີ​ໄນ​ໂຣ​ບີ ​ຂ້າງນອກ​ເມືອງ​ຫຼວງ​ຂອງ​ເຄັນ​ຍາ ນະ​ຄອນ​ໄນ​ໂຣ​ບີi, 31 ພຶດ​ສະ​ພາ 2017.

ພວກ​ເຈົ້າ​ໜ້າ​ທີ່​ເຄັນ​ຢາ ໄດ້​ຈັບ​ກຸມ​ເຈົ້າ​ໜ້າ​ທີ່ຂອງ​ບໍ​ລິ​ສັດ ທາງແລະ​ຂົວຈີນ ຫຼື China
Road and Bridge Corporation (CRBC) ໃນ​ການ​ໃຫ້​ເງິນ​ສິນ​ບົນ​ຕໍ່​ເຈົ້າ​ໜ້າ​ທີ່​
ສືບ​ສວນ​ການ​ສໍ້​ລາດ​ບັງ​ຫຼວງ ທີ່​ໄດ້ພົວ​ພັນ​ກັບ​ບໍ​ລິ​ສັດ Standard Gauge Railway
ຊຶ່ງ​ໜັງ​ສື​ພິມ Daily Nation ທີ່​ເປັນ​ໜັງ​ສື​ພິມ​ທີ່​ໃຫຍ່​ສຸດ​ຂອງ​ເຄັນ​ຢາ ໄດ້​ນຳ​ອອ​ກ​ເຜີຍ
​ແຜ່ໃນ​ວັນ​ອາ​ທິດ​ວານ​ນີ້.

ການ​ຈັບ​ກຸມ​ດັ່ງ​ກ່າວ ແມ່ນ​ຂີດ​ໝາຍ​ຄັ້ງ​ທຳ​ອິດ​ຂອງເຈົ້າ​ໜ້າ​ທີ່ຈີນ ທີ່​ໄດ້​ປະ​ເຊີນ​ກັບ​ຄະ​ດີ
ທີ່​ພົວ​ພັນ​ກັບ ບໍ​ລິ​ສັດ SGR, ທີ່​ໄດ້​ຮວບ​ຮວມ​ຂ່າວນອງ​ນັນ ນັບ​ຕັ້ງ​ແຕ່​ການ​ພິ​ທີ​ເປີດ​ງານ
​ຂອງ​ທາງ​ລົດ​ໄຟ ທີ່​ຈະ​ແລ່ນ​ລະ​ຫວ່າງ​ໄນ​ໂຣ​ບີ ເມືອງ​ຫຼວງ​ຂອງ​ປະ​ເທດ ກັບເມືອງ​ໂມມ
​ບາ​ຊາ ເມືອງ​ແຄມ​ຝັ່ງ​ທະ​ເລ​ທີ່​ສຳ​ຄັນ ໃນ​ກາງ​ປີ 2017 ນັ້ນ.

ເຈົ້າ​ໜ້າ​ທີ່​ຂອງ​ຄະ​ນະ​ກຳ​ມະ​ການ​ຈັນ​ຍາ​ບັ​ນ ແລະ​ຕໍ່​ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງຫຼື
(EACC) ໄດ້​ຈັບ​ກຸມເຈົ້າ​ໜ້າ​ທີ່ 3 ຄົນ ທີ່​ເປັນ​ຄົນ​ສັນ​ຊາດ​ຈີນ ແລະ​ຊາວ​ເຄັນ​ຍາ 4 ຄົນ
ຊຶ່ງ​ທັງ​ໝົດ​ພວກ​ນີ້ ແມ່ນ​ເຮັດ​ວຽກ​ກັບ CRBC ແລະ​ຈະ​ປະ​ເຊີ​ນ​ໜ້າ​ກັບສານ ໃນ​ວັນ​ຈັນ
​ມື້​ນີ້ ອີງ​ຕາມ​ໜັງ​ມື​ພິມ The Nation.

ຄະ​ນະ​ກຳ​ມະ​ການ EACC ໄດ້​ຂຽນ​ລົງ​ໃນ​ທວິດ​ເຕີ​ຣ໌ ວ່າ ການ​ໃຫ້​ເງິນ​ສິນ​ບົນທີ່​ວ່າ​ນີ້
ແມ່ນ​ຮວມ​ເປັນ​ເງິນ 500,000 shillings ເຄັນ​ຢາ ຫຼື​ປະ​ມານ 4,850 ໂດ​ລາ​ສະ​ຫະ​ລັດ.

ໜັງ​ມື​ພິມ The Nation ໄດ້​ອ້າ​ງ​ເອົາ​ແຫຼ່ງ​ຂ່າວ​ທີ່​ບໍ່​ໄດ້​ລະ​ບຸ​ຊື່ ກັບ​ບໍ​ລິ​ສັດ​ທາງ​ລົດ​ໄຟ
ທີ່​ໄດ້​ອ້າງ​ວ່າ​ເປັນ​ການ​ຂີ້​ລັກ ພາຍ​ໃຕ້ ການ​ສື​ບສວນໃນ​ຈຳ​ນວນ 1 ລ້ານ shillings
ເຄັນ​ຢາຕໍ່​ວັນ ກໍ​ປະ​ມານ 9,700 ໂດ​ລາ​ສະ​ຫະ​ລັດ.

ອີງ​ຕາມ ການ​ກະ​ປະ​ມານ ຂອງ​ປີ້ 4,000 ໃບ ທີ່​ຂາຍໃນ​ແຕ່​ລະມື້ ແລະ​ສະ​ເລ່ຍ​ຂອງ​ປີ້
ໃນ​ລາ​ຄາ 15.50 ໂດ​ລາ ແລະ​ມີ​ຫຼາຍກວ່າ 15 ເປີ​ເຊັນ ຂອງກຳ​ໄລນັ້ນ ຖືກວ່າ​ຂີ້​ລັກ.

ໂຄງ​ການ​ດັ່ງ​ກ່າວ​ທີ່​ມີ​ມູນ​ຄ່າ 3 ພັນ​ລ້ານໂດ​ລາ​ ຂອງບໍ​ລິ​ສັດ SGR ທີ່​ໄດ້​ເລີ້ມ​ໃນ​ປີ 2017
ທ່າມ​ກາງ​ການ​ໂຄ​ສະ​ນາ, ແຕ່​ກໍ​ໄດ້​ບັ່ນ​ທອນ​ໂດຍ​ການ​ຖືກ​ກ່າວ​ຫາ​ຂອງ​ການ​ສໍ້​ລາດ
​ບັງ​ຫຼວງແລະ​ແບ່ງ​ແຍກ​ຜີວ​ພັນ ແລະ​ການ​ເປັນ​ຫ່ວງ​ການ​ຈະ​ເລີນ​ເຕີບ​ໂຕທາງ​ດ້ານ
​ເສດ​ຖະ​ກິດ.

ອ່ານ​ຂ່າວ​ນີ້​ເພີ້ມ​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG