ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຈີນ ບໍ່ພໍໃຈ ທີ່ ສຫລ ເກັບພາສີເພີ້ມ ຕໍ່ສິນຄ້າ ຂາເຂົ້າ ຂອງຕົນ


ແມ່ຜູ້ນຶ່ງແລະລູກຊາຍຂອງລາວ ຍ່າງຜ່ານສິນຄ້າຈີນ ຄືໂທລະພາບ
ຈໍແບນ ທີ່ວາງສະແດງ ໃນປັກກິ່ງ, 11 ກໍລະກົດ 2018.
ແມ່ຜູ້ນຶ່ງແລະລູກຊາຍຂອງລາວ ຍ່າງຜ່ານສິນຄ້າຈີນ ຄືໂທລະພາບ ຈໍແບນ ທີ່ວາງສະແດງ ໃນປັກກິ່ງ, 11 ກໍລະກົດ 2018.

ຈີນ ​ໄດ້​ສະ​ແດງ​ອອກ​ຊຶ່ງ​ຄວາມ​ຕົກ​ໃຈ ​ໃນ​ວັນ​ພຸດ​ວານ​ນີ້ ຕໍ່​ການ​ຕັດສິນ​ໃຈ​ຂອງລັດຖະ
ບານ​ຂອງ​ປະທານາທິບໍດີ ດໍໂນລ ​ທຣຳ ທີ່ຕຽມເກັບ​ພາສີຕື່ມອີກ 10 ​ເປີ​ເຊັນ​ ​ໃນ​ມູນ​ຄ່າ
200 ພັນ​ລ້ານໂດ​ລາ ຕໍ່ສິນຄ້າຂາ​ເຂົ້າ​ຫຼາຍພັນ​ຊະນິດຂອງຈີນ ຊຶ່ງເປັນການເຄື່ອນໄຫວ
ຫຼ້າ​ສຸດ ​ໃນການເພີ້ມທະວີຄວາມຮ້າຍແຮງຂຶ້ນຂອງສົງຄາມ​ການ​ຄ້າ ລະຫວ່າງ​ສອງ
ປະ​ເທດ​ທີ່​ມີ​ເສດຖະກິດ​ໃຫຍ່​ທີ່​ສຸດ​ຂອງ​ໂລກ​ນັ້ນ.

ກະຊວງ​ການ​ຄ້າ​ຈີນ ​ເອີ້ນ​ການ​ຕັດສິນ​ໃຈ​ນີ້​ວ່າ ​ເປັນ​ການ​ຮັບ​ເອົາ​ບໍ່​ໄດ້​ເລີຍ ​ແລະໄດ້​ປະຕິ
ຍານ​ທີ່​ຈະ​ໂຕ້​ຕອບ.

ການ​ສະ​ເໜີ​ເກັບ​ພາສີ​ໃໝ່​ຂອງ​ສະຫະລັດ ມີ​ຂຶ້ນຫຼັງ​ຈາກການ​ຕັດສິນ​ໃຈ ທີ່​ຈະເກັບ​ພາສີ
​ເປັນ 2 ຂັ້ນ ຕໍ່ສິນຄ້າ​ຂາ​ເຂົ້າ​ຈາກ​ຈີນ​ໃນ​ມູນ​ຄ່າ 50 ພັນ​ລ້ານ​ໂດ​ລາ. ຜູ້ຕາງໜ້າທາງດ້ານ
ການຄ້າ ສະຫະລັດ ທ່ານ ໂຣເບີດ ໄລໄຕເຊີ (Robert Lighthizer) ​ໄດ້​ກ່າວ​ວ່າ ລັດຖະ
ບານ​ຂອງ​ທ່ານ​ທຣຳ ​ໄດ້ສະແດງຄວາມ​ອົດທົນ ໂດຍຮຽກຮ້ອງ​ໃຫ້​ຈີນ ຍຸຕິ​ການ​ເຮັດການ
​ຄ້າ​ທີ່ບໍ່ເປັນທຳ, ເປີດ​ກວ້າງ​ໃນ​ຕະຫຼາດ​ຂອງຕົນ ​ແລະພົວພັນ​ໃນ​ອັນ​ທີ່​ເປັນ​ການ​ແຂ່ງຂັນ​
ໃນ​ຕະຫຼາດຢ່າງ​ແທ້​ຈິງ​ນັ້ນ.

ທ່ານໄລໄຕເຊີ ​ໄດ້​ກ່າວຢູ່ໃນຖະແຫຼງການ​ສະບັບ​ນຶ່ງ ທີ່ປະກາດກ່ຽວກັບການ​ເກັບ​ພາສີ​
ນີ້ວ່າ “​ແທນທີ່​ຈະ​ກ່າວ​ເຖິງຄວາມ​ເປັນ​ຫ່ວງ​ເປັນໃຍຂອງ​ພວກ​ເຮົາ​ຢ່າງ​ຈິງ​ຈັງ​ນັ້ນ,
ຈີນກັບເລີ້ມ​ຕອບໂຕ້ຕໍ່ຜະລິດຕະພັນຂອງສະຫະລັດ, ມັນ​ບໍ່​ເປັນ​ການ​ຍຸຕິ​ທຳ​ເລີຍ
ສຳລັບ​ການ​ເອົາ​ບາດກ້າວ​ທີ່​ວ່າ​ນີ້.”

ການ​ສະ​ເໜີກ່ຽວກັບ​ການ​ເກັບ​ພາສີໃໝ່​ ​ມີ​ຂຶ້ນພຽງ​ບໍ່ເທົ່າ​ໃດ​ມື້ ຫຼັງ​ຈາກ​ທີ່​ ລັດຖະບານ​
ຂອງທ່ານ​ທຣຳ ​ໄດ້​ສະ​ເໜີ​ເກັບ​ພາສີ 25 ​ເປີ​ເຊັນ​ ຕໍ່ສິນຄ້າ​ຂອງ​ຈີນຫຼາຍກວ່າ 800
ຊະນິດ ທີ່​ມີ​ມູນ​ຄ່າ 34 ພັນ​ລ້ານ, ໂດຍອ້າງເຫດຜົນໃນອັນທີ່ເອີ້ນວ່າ ການເຮັດການ
ຄ້າທີ່ບໍ່ເປັນທຳຂອງ​ຈີນ ​ແລະ​ການ​ລັກຂະ​ໂມ​ຍຊັບສິນ​ທາງດ້ານສະຕິ​ປັນຍາ. ປັກ​ກິ່ງ
ກໍໄດ້ຕອບໂຕ້ໃນທັນທີ ໂດຍເກັບພາສີ​ໃນ​ມູນ​ຄ່າເທົ່າກັນ ​ຕໍ່​ສິນຄ້າ​ສະຫະລັດ.

ທ່ານ​ນາງຄຣິສຕີນ ​ເມັກ​ດາ​ນຽລ (Christine McDaniel) ນັກຄົ້ນຄວ້າອະ​ວຸ​ໂສ​ຈາກ​ມະຫາວິທະຍາ​ໄລ​ຈອຣ໌ຈ ​ເມ​ສັນ ​ໃນ​ລັດ​ເວີ​ຈີ​ເນຍ ​ໄດ້​ບອກ​ກັບ​ວີໂອ​ເອວ່າ ​ໃນ​ຂະນະ​ທີ່​
ມີ​ການ​ເອົາ​ບາດກ້າວ​ຂອງ​ລັດຖະບານ​ທ່ານ​ທຣຳ ​ໄດ້​ຮັບ​ການ​ສະໜັບສະ​ໜຸນຈາກ​ລັດ ຖະສະພາຂອງທັງ​ສອງ​ພັກ ແຕ່​ຍຸດ​ທະ​ສາດໃນ​ການ​ເກັບ​ພາສີ​ແລະການຈຳກັດໃນ​ການ
​ລົງ​ທຶນ ມາຮອດປັດຈຸບັນນີ້ ແມ່ນຈະສ້າງຄວາມເສຍຫາຍຢ່າງແຮງ ​ຕໍ່​ຜູ້​ຜະລິດ ​ແລະ​ຜູ້​
ບໍລິ​ໂພກຂອງສະຫະລັດ.

ອ່ານ​ຂ່າວ​ນີ້​ເພີ່ມຕື່ມ​ເປັນ​ພາສາ​ອັງກິດ

ພວກຖົ່ວທີ່ນຳເຂົ້າຈາກສະຫະລັດ ທີ່ຈັດວາງສະແດງ ໃນຊຸບເປີມາກເກັດ ໃນປັກກິ່ງ, 23 ມີນາ 2018.
ພວກຖົ່ວທີ່ນຳເຂົ້າຈາກສະຫະລັດ ທີ່ຈັດວາງສະແດງ ໃນຊຸບເປີມາກເກັດ ໃນປັກກິ່ງ, 23 ມີນາ 2018.

XS
SM
MD
LG