ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຈີນວ່າ ຄວາມປອດໄພ ຕາມລຳນໍ້າຂອງ ຄ່ອຍໆດີຂຶ້ນ


ເຮືອຂົນສົ່ງສິນຄ້າຂອງຈີນ ທີ່ຂຶ້ນລ່ອງຕາມລໍາແມ່ນໍ້າຂອງ ມີຄວາມປອດ ໄພຫຼາຍຂຶ້ນ ຫຼັງຈາກມີການລາດຕະເວນຮ່ວມກັນລະຫວ່າງຈີນ
ແລະ 3 ປະເທດເພື່ອນບ້ານ ທີ່ຢູ່ທາງໃຕ້ລົງມາ
ເຮືອຂົນສົ່ງສິນຄ້າຂອງຈີນ ທີ່ຂຶ້ນລ່ອງຕາມລໍາແມ່ນໍ້າຂອງ ມີຄວາມປອດ ໄພຫຼາຍຂຶ້ນ ຫຼັງຈາກມີການລາດຕະເວນຮ່ວມກັນລະຫວ່າງຈີນ ແລະ 3 ປະເທດເພື່ອນບ້ານ ທີ່ຢູ່ທາງໃຕ້ລົງມາ

ເຈົ້າ​ໜ້າ​ທີ່​ຈີນ​ກ່າວວ່າ ຄວາມ​ປອດໄພຢູ່​ຕາມ​ລຳແມ່​ນໍ້າຂອງ​ໄດ້​ຄ່ອຍໆດີ​ຂື້ນ​ຊຶ່ງ​ເປັນ​ຜົນ​
ຂອງການຮ່ວ​ມມື​ກັບ​ບັນດາສາມ​ປະ​ເທດ​ເພື່ອນບ້ານ​ຂອງ​ຈີນ ​ໃນ​ເຂດ​ເອ​ເຊຍອາ​ຄະ​ເນ​.

ໜັງສື​ພີ​ມ China Daily ຂອງ​ຈີນ ສະບັບ​ທີ່​ອອກ​ໃນວັນ​ອັງ​ຄານມື້ນີ້ ​ໄດ້ອ້າງຄໍາ​ເວົ້າ​ຂອງ
ທ່ານ Meng Sutie ຜູ້​ອໍານວຍ​ການ​ພະ​ແນ​ກຮັກສາ​ຄວາມ​ປອດໄພ ​ໃນ​ແຂ​ວງ Yunnan
ທີ່ກ່າວ​ວ່າ ພວກ​ໂຈນ​ຕາມ​ລໍາແມ່​ນໍ້າຂອງສາມາດ​ປຸ້​ນສະດົມເປັນ​ບາງ​ຄັ້ງ​ບາງ​ຄາວ​ແລະທຳ​
ການ​ໂຈມ ຕີ​ແບບຢູ່​ໃນ​ເຂດ​ທີ່​ໂດດດ່ຽວນັບ​ຕັ້ງ​ແຕ່​ໄດ້​ເລີ້ມ​ມີ​ການ​ຮ່ວມ​ມື​ກັນ​ໃນທ້າຍປີ​ທີ່​
ຜ່ານ​ມາ.

ທ່ານ Meng ກ່າວວ່າ ຈີນ ລາວ ​ມຽນມາ ​ແລະ ​ໄທ ກໍາລັງ​ປະຕິບັດ​ງານຮ່ວມ​ກັນ​ ​ໃນ
ການລາດຕະ​ເວນ​ ການ​ຄຸ້ມ​ກັນ​ດ້ວຍ​ກຳລັງ​ອາ​ວຸດ​ ​ແລະ​ແລກການປ່ຽນ​ຂໍ້​ມູນ​ສື​ບລັບຢູ່​
ຕາມ​ລໍາ​ແມ່​ນໍ້າຂອງ ບ່ອນ​ທີ່​ລູກ​ເຮືອ ຈີນ ​ໄດ້​ຖື​ກ​ຂ້າຕາຍ​ໃນການ​ໂຈມ​ຕີ​ເມື່ອປີ​ແລ້ວ​ນີ້.
ທ່ານ​ກ່າວ​ອີກ​ວ່າ ບັນດາ​ປະ​ເທດ​ເຫລົ່າ​ນີ້ ຍັງ​ໄດ້​ຮ່ວ​ມມືກັນ​ໃນ​ການໂຈມ​ຕີກຸ່ມ​ກຳລັງ​
ປະກອບອາ​ວຸດ ​ແລະ​ກຸ່ມ​ຄ້າ​ຢາ​ເສບ​ຕິດຢູ່ໃນຂົງ​ເຂດ​ສາມ​ຫລ່ຽມຄໍາ​ໃນ ​ແມ່​ນໍ້າຂອງ.

ການ​ຂົນ​ສົ່ງ​ທາງ​ນໍ້າຂອງ​ຈີນ​ໄດ້​ຢຸດຕິ​ລົງ​ເປັນ​ເວລາ​ສອງ​ເດືອນຫຼັງຈາກໄດ້​ມີ​ການໂຈມ​ຕີ​
ໃນເດືອນຕຸລາ ໂດຍ​ພວກສົງ​ໄສ​ວ່າ​ເປັນ​ກຸ່ມ​ຄ້າ​ຢາ​ເສບ​ຕິດນັ້ນ.

ໃນ​ເວລາ​ຕໍ່​ມາປ​ະ​ເທດ​ໄທ​ໄດ້​ຈັບ​ກຸມທະ​ຫານ​ເກົ້າ​ຄົນ ​ໃນ​ຖານ​ສົງໄສ​ສັງພວກ​ລູກ​ເຮືອ​
ຊາວ​ຈີນ ແລະ​ນອກ​ນັ້ນຍັງ​ສົງ​ໄສ​ວ່າ​ພົວພັນ​ກັບລາຊາ​ຄ້າ​ຢາ​ເສບ​ຕິດຂອງ​ມຽນມານຳ​
ດ້ວຍ.

ແມ່​ນໍ້າຂອງ​ໄຫລຜ່ານແຂວງ​ຢູນານ ພາກ​ໃຕ້ຂອງ​ຈີນ​ເຂົ້າ​ສູ່​ເຂດ​ເອ​ເຊຍ​ອາ​ຄະ​ເນ​ ຊຶ່ງຖືກ
ໃຊ້​ເປັນ​ເສັ້ນທາງ​ການ​ຄ້າ​ຜ່ານ​ຫລາຍ​ປະ​ເທດ​ ຮວມ​ທັງມຽນມາ ລາວ ກໍາ​ປູ​ເຈຍ ​ໄທ ​ແລະ​
ຫວຽດນາ​ມ.

XS
SM
MD
LG