ເຈົ້າໜ້າທີ່ຈີນໄດ້ປະຕິເສດຢ່າງເປັນທາງການຕໍ່ລາຍງານຂ່າວທີ່ວ່າ ອະດີດປະທານປະເທດ
ຈີນ ທ່ານ Jiang Zemin ໄດ້ເຖິງແກ່ມໍລະນະກຳ ຫຼັງຈາກໄດ້ມີການສັນນິຖານກັນຕ່າງໆ
ນາໆມາເປັນເວລາຫຼາຍໆມື້ ກ່ຽວກັບສຸກຂະພາບຂອງທ່ານ.
ລາຍງານຂ່າວທີ່ວ່າ ອະດີດປະທານປະເທດຈີນໄວ 84 ປີ ໄດ້ເຖິງແກ່ມໍລະນະກຳໄປແລ້ວ
ນັ້ນ ໄດ້ແຜ່ໄປທົ່ວປະເທດທາງອິນເຕີແນັດ ຫຼັງຈາກທ່ານບໍ່ໄດ້ໄປປາກົດໂຕໃນພິທີສະເຫຼີມ
ສະຫຼອງວັນຄົບຮອບ 90 ປີຂອງການສ້າງຕັ້ງພັກຄອມມິວນິສຈີນໃນວັນສຸກສັບປະດາແລ້ວ.
ສະຖານີໂທລະພາບແຫ່ງນຶ່ງຂອງຮົງກົງໄດ້ນຳສະເໜີລາຍງານທີ່ວ່າທ່ານ Jiang ໄດ້ເຖິງແກ່
ມໍລະນະກຳແລ້ວເປັນເວລາຫຼາຍໆຊົ່ວໂມງ ໃນຕອນແລງຂອງມື້ວັນພຸດວານນີ້. ລາຍງານໃນ ທຳນອງດຽວກັນນີ້ກໍໄດ້ປາກົດໃຫ້ເຫັນຢູ່ໃນສື່ມວນຊົນຂອງຍີ່ປຸ່ນແລະເກົາຫຼີໃຕ້.
ນຶ່ງມື້ຫຼັງຈາກໄດ້ພະຍາຍາມຫາທາງກວດກາຫລືຢຸດຂ່າວດັ່ງກ່າວທາງອິນເຕີແນັດ ເຈົ້າໜ້າ
ທີ່ຈີນກໍໄດ້ອອກຄຳປະຕິເສດຢ່າງເປັນທາງການ ຕໍ່ລາຍງານຂ່າວນັ້ນໃນວັນພະຫັດມື້ນີ້. ໃນ
ລາຍງານສະບັບນຶ່ງ ທີ່ອ້າງແຫຼ່ງຂ່າວທາງການນັ້ນ ອົງການຂ່າວຊິນຫົວເວົ້າວ່າ ລາຍງານ
ຂ່າວກ່ຽວກັບການເຖິງແມ່ມໍລະນະກຳຂອງທ່ານ Jiang ແມ່ນເປັນພຽງຂ່າວລືທໍ່ນັ້ນ.