ບັນດາເຈົ້າໜ້າທີ່ສະຫະລັດກ່າວວ່າ ໃນວັນຈັນວານນີ້ວ່າ ເຮືອບິນລົບຈີນສອງລຳໄດ້
ບິນເຂົ້າສະກັດກັ້ນ ເຮືອບິນສັງເກດການສະຫະລັດ ຢູ່ໃນເຂດ ທະເລຈີນຕາເວັນອອກ
ໃນວັນທ້າຍອາທິດທີ່ຜ່ານມາ.
ເຈົ້າໜ້າທີ່ກອງທັບສະຫະລັດສອງທ່ານ ຜູ້ທີ່ບໍ່ປະສົງອອກຊື່ ກ່າວຕໍ່ອົງການຂ່າວ ຣອຍ
ເຕີ້ວ່າ ນຶ່ງໃນຈຳນວນເຮືອບິນລົບຈີນ J-10 ໄດ້ບິນເຂົ້າມາໂດຍກົງ ຫາເຮືອບິນ EP-3
ຂອງກອງທັບເຮືອສະຫະລັດ ໂດຍບັງຄັບໃຫ້ເຮືອບິນອາເມຣິກັນເຈີດອອກໄປເພື່ອຫຼີກ
ລ່ຽງການຕຳກັນ. ນຶ່ງໃນຈໍານວນເຮືອບິນລົບຂອງຈີນນັ້ນ ມີລຳນຶ່ງຕິດອາວຸດ.
ເຮືອບິນສອດແນມອາເມຣິກັນໄດ້ປະຕິບັດງານຕາມປົກກະຕິ ຢູ່ໃນເຂດນ່ານຟ້າສາກົນ
ປະມານ 80 ໄມລ໌ທະເລ ຫ່າງຈາກເມືອງ Qingdao ຂອງຈີນ ເວລາອຸບັດເຫດດັ່ງກ່າວ
ເກີດຂຶ້ນ.
ອຸປະຕິເຫດແບບນີ້ ແມ່ນເກີດຂຶ້ນຢູ່ເລື້ອຍໆ ຢູ່ໃນບໍລິເວນແຄມຝັ່ງທະເລາຂອງຈີນ. ໃນ
ເດືອນພຶດສະພາຜ່ານມາ ເຮືອບິນລົບຈີນໄດ້ບິນຂຶ້ນສະກັດກັ້ນເຮືອບິນສະຫະລັດທີ່ກຳ
ລັງບິນສັງເກດການເບິ່ງກຳມັນຕະພາບລັງສີ ໃນຂະນະທີ່ບິນຢູ່ເທິງເຂດນ່ານນໍ້າສາກົນ.