ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຈີນຍົກເລີກ ພິທີສະຫລອງ ຄົບຮອບການສ້າງຕັ້ງ ສາຍສໍາພັນທາງການທູດ ກັບຍີ່ປຸ່ນ


ກໍາປັ່ນລໍານຶ່ງຂອງໜ່ວຍຍາມຝັ່ງຂອງຍີ່ປຸ່ນ ທໍາການລາດຕະເວນ ເຂດໝູ່ເກາະທີ່ເອີ້ນວ່າ Senkaku ຢູ່ຍີ່ປຸ່ນ ແລະ Diaoyu ຢູ່ຈີນ
ທີ່ເປັນຂໍ້ຂັດແຍ້ງກັນ ລະຫວ່າງປະເທດທັງສອງນີ້.
ກໍາປັ່ນລໍານຶ່ງຂອງໜ່ວຍຍາມຝັ່ງຂອງຍີ່ປຸ່ນ ທໍາການລາດຕະເວນ ເຂດໝູ່ເກາະທີ່ເອີ້ນວ່າ Senkaku ຢູ່ຍີ່ປຸ່ນ ແລະ Diaoyu ຢູ່ຈີນ ທີ່ເປັນຂໍ້ຂັດແຍ້ງກັນ ລະຫວ່າງປະເທດທັງສອງນີ້.
ຈີນໄດ້ຍົກເລີກພິທີສະເຫລີມສະຫລອງວັນຄົບຮອບ 40 ປີ
ແຫ່ງການສ້າງຕັ້ງສາຍສໍາພັນທາງການທູດກັບຍີ່ປຸ່ນ.

ອົງການຂ່າວຊິນຫົວຂອງທາງການຈີນ ເວົ້າວ່າ ງານດັ່ງກ່າວໄດ້
ຖືກເລື່ອນໄປ ຈົນກວ່າຈະຮອດອັນທີ່ລັດຖະບານກຸງປັກກິ່ງກ່າວ
ວ່າ ເວລາອັນເໝາະສົມ. ພິທີດັ່ງກ່າວ ທໍາອິດໄດ້ມີໝາຍກໍານົດ
ຈະຈັດຂຶ້ນໃນວັນທີ 27ເດືອນກັນຍານີ້.

ປະເທດທັງສອງກໍາລັງມີຂໍ້ຂັດແຍ້ງທີ່ເພີ້ມທະວີຂຶ້ນນັບມື້ ກ່ຽວກັບ
ໝູ່ເກາະກຸ່ມນຶ່ງ ຢູ່ໃນທະເລຈີນຕາເວັນອອກ. ທັງສອງປະເທດນີ້
ຕ່າງກໍອ້າງເອົາກໍາມະສິດ ໃນໝູ່ເກາະທີ່ເອີ້ນວ່າ Senkaku ຢູ່ຍີ່ປຸ່ນ ແລະ Diaoyu ຢູ່ຈີນນັ້ນ.
XS
SM
MD
LG