ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໑໕ ມິຖຸນາ ໒໐໒໕

ຍີ່ປຸ່ນຮຽກຮ້ອງໃຫ້ຈີນ ຮັບປະກັນ ຄວາມປອດໄພ ແກ່ພົນລະເມືອງຂອງຕົນ


ພວກເດີນຂະບວນປະທ້ວງ ປະທະກັນກັບຕໍາຫລວດ ໃນຂະນະທີ່ພາກັນໂຮມຊຸມນຸມປະທ້ວງ ຢູ່ນອກສະຖານທູດຍີ່ປຸ່ນ ທີ່ກຸງປັກກິ່ງ ໃນວັນເສົາ ທີ 15 ກັນຍາ, 2012 ນີ້.
ພວກເດີນຂະບວນປະທ້ວງ ປະທະກັນກັບຕໍາຫລວດ ໃນຂະນະທີ່ພາກັນໂຮມຊຸມນຸມປະທ້ວງ ຢູ່ນອກສະຖານທູດຍີ່ປຸ່ນ ທີ່ກຸງປັກກິ່ງ ໃນວັນເສົາ ທີ 15 ກັນຍາ, 2012 ນີ້.
ນາຍົກລັດຖະມົນຕີຍີ່ປຸ່ນ ທ່ານ Yoshihiko Noda ໄດ້ຮຽກ
ຮ້ອງໃຫ້ຈີນ ຮັບປະກັນຄວາມປອດໄພ ໃຫ້ແກ່ພົນລະເມືອງ
ແລະທຸລະກິດຍີ່ປຸ່ນ ທ່າມກາງການໂຮມຊຸມນຸມປະທ້ວງຕໍ່ຕ້ານ
ຍີ່ປຸ່ນເປັນມື້ທີ 2 ຢູ່ໃນຈີນໃນວັນອາທິດມື້ນີ້.

ການໂຮມຊຸມນຸມດັ່ງກ່າວເກີດຂຶ້ນຍ້ອນການເຄື່ອນໄຫວຂອງຍີ່
ປຸ່ນທີ່ກ່າວອ້າງເອົາທັງໝົດໝູ່ເກາະທີ່ເປັນບັນຫາຂັດແຍ້ງໃນເຂດ
ທະເລຈີນຕາເວັນອອກນັ້ນ.

ກຳປັ່ນສັງເກດການຂອງຈີນໃນເຂດນ່ານນໍ້າອ້ອມແອ້ມໝູ່ເກາະທີ່ຈີນເອີ້ນວ່າ Diaoyu ແລະຍີ່ປຸ່ນເອີ້ນວ່າ Senkaku
ກຳປັ່ນສັງເກດການຂອງຈີນໃນເຂດນ່ານນໍ້າອ້ອມແອ້ມໝູ່ເກາະທີ່ຈີນເອີ້ນວ່າ Diaoyu ແລະຍີ່ປຸ່ນເອີ້ນວ່າ Senkaku

ຊາວຈີນຫລາຍໆພັນຄົນ ທີ່ພາກັນໂຮມຊຸມນຸມປະທ້ວງຢູ່ນອກ
ສະຖານທູດຍີ່ປຸ່ນທີ່ກຸງປັກກິ່ງ ໃນວັນເສົາວານນີ້ ໄດ້ແກວ່ງກ້ອນ
ຫີນ ແລະຈູດທຸງຊາດຂອງຍີ່ປຸ່ນ ຢູ່ນອກສະຖານທູດ. ການປະ
ທ້ວງຍັງແຜ່ລາມໄປຫາ ຫົວເມືອງອື່ນໆຂອງຈີນ ອີກດ້ວຍ.

ການປະທ້ວງເຫຼົ່ານີ້ແມ່ນເຫດການຫລ້າສຸດ ໃນການປະທ້ວງທີ່
ມີມາເປັນລຳດັບ ນັບແຕ່ວັນອັງຄານແລ້ວ ຫຼັງຈາກຍີ່ປຸ່ນກ່າວວ່າ ຕົນໄດ້ຊື້ໝູ່ເກາະດັ່ງກ່າວຈາກ ເຈົ້າຂອງ ທີ່ເປັນເອກກະຊົນ. ຈີນ
ກ່າວວ່າ ການຊື້ຂາຍທີ່ວ່ານີ້ບໍ່ຖືກຕ້ອງຕາມກົດໝາຍ ແລະອ້າງ
ວ່າ ດິນແດນດັ່ງກ່າວ ເປັນຂອງຕົນ.

ບັນຫາຂັດແຍ້ງໄດ້ທະວີຄວາມຮຸນແຮງຂຶ້ນ ໃນວັນສຸກຜ່ານມາ
ຫຼັງຈາກຈີນສົ່ງກຳປັ່ນສັງເກດການ 6 ລຳ ເຂົ້າໄປໃນເຂດນ່ານນໍ້າ ອ້ອມແອ້ມໝູ່ເກາະທີ່ບໍ່ມີຄົນອາໄສຢູ່ ທີ່ຈີນເອີ້ນວ່າ Diaoyu ແລະຍີ່ປຸ່ນເອີ້ນວ່າ Senkaku ນັ້ນ.
XS
SM
MD
LG