ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຊາວຈີນ ໂຮມຊຸມນຸມປະທ້ວງ ຢູ່ສະຖານທູດ ຍີ່ປຸ່ນ


ຊາວຈີນທີ່ໂຮມຊຸມນຸມປະທ້ວງຕໍ່ຕ້ານຍີ່ປຸ່ນ ປະທະກັບຕຳຫຼວດ ຢູ່ນອກສະຖານທູດຍີ່ປຸ່ນ ໃນກຸງປັກກິ່ງ (15 ກັນຍາ 2012)
ຊາວຈີນທີ່ໂຮມຊຸມນຸມປະທ້ວງຕໍ່ຕ້ານຍີ່ປຸ່ນ ປະທະກັບຕຳຫຼວດ ຢູ່ນອກສະຖານທູດຍີ່ປຸ່ນ ໃນກຸງປັກກິ່ງ (15 ກັນຍາ 2012)
ພວກປະທ້ວງຊາວຈີນຈຳນວນຫຼາຍພັນຄົນ ພາກັນໂຮມຊຸມນຸມຢູ່
ນອກສະຖານທູດຍີ່ປຸ່ນທີ່ກຸງປັກກິ່ງ ໃນວັນເສົາມື້ນີ້ ຍ້ອນມີຄວາມ
ໂກດແຄ້ນຕໍ່ການເຄື່ອນໄຫວຂອງຍີ່ປຸ່ນທີ່ກ່າວອ້າງວ່າ ຕົນໄດ້ເຂົ້າ
ຄວບຄຸມທັງໝົດແລ້ວ ໝູ່ເກາະທີ່ເປັນບັນຫາຂັດແຍ້ງ ໃນເຂດທະ
ເລຈີນຕາເວັນອອກ.

ພວກປະທ້ວງຈີນໄດ້ແກວ່ງກ້ອນຫີນແລະຈູດທຸງຊາດຂອງຍີ່ປຸ່ນຢູ່
ນອກສະຖານທູດ ແຕ່ໄດ້ຖືກຕຳຫຼວດປາບຈະລາຈົນຂັດຂວາງ ບໍ່
ໃຫ້ພວກເຂົາເຈົ້າບຸກຜ່ານເຄື່ອງກີດຂວາງທີ່ຕັ້ງໄວ້ນັ້ນ.

ນອກນັ້ນແລ້ວຍັງມີລາຍງານວ່າ ໄດ້ມີການປະທ້ວງຕໍ່ຕ້ານຍີ່ປຸ່ນຢູ່
ໃນຫຼາຍໆຫົວເມືອງຂອງຈີນ.

ການປະທ້ວງເຫຼົ່ານີ້ ແມ່ນເຫດການລ່າສຸດ ໃນການເດີນຂະບວນທີ່ມີມາເປັນລຳດັບ ນັບ ແຕ່ວັນອັງຄານແລ້ວ ຫຼັງຈາກຍີ່ປຸ່ນກ່າວວ່າ ຕົນໄດ້ຊື້ໝູ່ເກາະດັ່ງກ່າວຈາກເອກກະຊົນທີ່ ເປັນເຈົ້າຂອງ. ຈີນກ່າວວ່າ ການຊື້ທີ່ວ່ານີ້ບໍ່ຖືກຕ້ອງຕາມກົດໝາຍແລະອ້າງວ່າດິນແດນ ດັ່ງກ່າວເປັນຂອງຕົນ.

ບັນຫາຂັດແຍ້ງໄດ້ທະວີຄວາມຮ້າຍແຮງຂຶ້ນ ໃນວັນສຸກວານນີ້ ຫຼັງຈາກຈີນສົ່ງກຳປັ່ນສັງ ເກດການ 6 ລຳ ເຂົ້າໄປໃນເຂດນ່ານນໍ້າອ້ອມແອ້ມໝູ່ເກາະທີ່ບໍ່ມີຄົນອາໄສຢູ່ທີ່ຈີນເອີ້ນ
ວ່າ Diaoyu ແລະຍີ່ປຸ່ນເອີ້ນວ່າ Senkaku ນັ້ນ.
XS
SM
MD
LG