ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປັກກິ່ງປະຕິເສດ ຂໍ້ສະເໜີໄກ່ເກ່ຍຂອງສະຫະລັດ


13일 아르헨티나 출신 르헤 마리오 베르고글리오 추기경(가운데)이 새 교황에 선출되었다. 최초의 남미 출신이자 비유럽인 교황으로 프란치스코 1세로 불리게 되었다.
13일 아르헨티나 출신 르헤 마리오 베르고글리오 추기경(가운데)이 새 교황에 선출되었다. 최초의 남미 출신이자 비유럽인 교황으로 프란치스코 1세로 불리게 되었다.

ຈີນໄດ້ປະຕິເສດຕໍ່ຂໍ້ສະເໜີຂອງສະຫະລັດທີ່ຈະຊ່ອຍໄກ່ເກ່ຍລະຫວ່າງປັກກິ່ງແລະໂຕກຽວ
ໂດຍເວົ້າວ່າການຂັດແຍ້ງຂອງຕົນກັບຍີ່ປຸ່ນກ່ຽວກັບເລື່ອງໝູ່ເກາະ ນັ້ນ ຄວນຈະໄດ້ຮັບການ
ແກ້ໄຂລະຫວ່າງປະເທດທັງສອງ.

ໂຄສົກກະຊວງການຕ່າງປະເທດຈີນທ່ານ Ma Zhaoxu ກ່າວຕໍ່ພວກນັກຂ່າວ ໃນວັນອັງ
ຄານມື້ນີ້ ກ່ຽວກັບການສະເໜີຂອງສະຫະລັດທີ່ຈະເປັນເຈົ້າພາບຈັດ ການພົບປະ 3 ຝ່າຍ
ເພື່ອເຈລະຈາຫາລືກ່ຽວກັບໝູ່ເກາະທີ່ຍີ່ປຸ່ນໄດ້ຈັບກັບຕັນເຮືອປະມົງຈີນໃນເດືອນ
ກັນຍາຜ່ານມາ.

ທ່ານ Ma ເວົ້າວ່າ ການສະເໜີແນະດັ່ງກ່າວນີ້ແມ່ນເປັນຄວາມຄິດຂອງສະຫະລັດແຕ່ພຽງ
ຝ່າຍດຽວ ແລະການຂັດແຍ້ງທີ່ວ່ານີ້ແມ່ນເປັນເລື່ອງລະຫວ່າງສອງປະເທດທໍ່ນັ້ນ.

ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານນາງ Hillary Clinton ທີ່ພວມຢູ່ໃນລະ
ຫວ່າງການຢ້ຽມຢາມເຂດເອເຊຍກ່າວທີ່ປະເທດມາເລເຊຍວ່າ ຂໍ້ສະເໜີ ດັ່ງກ່າວນີ້ຍັງມີ
ຜົນຢູ່ແລະບໍ່ແມ່ນກ່ຽວກັບບັນຫາຂັດແຍ້ງເລື່ອງດິນແດນທໍ່ນັ້ນ.ທ່ານນາງເວົ້າວ່າຈີນແລະ
ຍີປຸ່ນຍັງມີຫຼາຍໆບັນຫາທີ່ຄວນຈະສົນທະນາຫາລືກັນ.

XS
SM
MD
LG