ຍີ່ປຸ່ນແລະຈີນກໍາລັງທໍາການໂອ້ລົມສົນທະນາກັນໃນລະດັບສູງໃນວັນພຸດມື້ນີ້ ທີ່ຄາດວ່າຈະເພ່ງເລັງໃສ່ໝູ່ເກາະດອນແຫ່ງນຶ່ງທີ່ບໍ່ມີຜູ້ຄົນອາໄສຢູ່ທີ່ທັງສອງປະເທດຕ່າງກໍອ້າງເອົາກໍາມະສິດໃນທະເລຈີນຕາເວັນອອກນັ້ນ.
ການພົບປະກັນທີ່ເມືອງ Hangzhou ໃນພາກຕາເວັນອອກຂອງຈີນຈະຮວມທັງພວກເຈົ້າໜ້າທີ່ກະຊວງການຕ່າງປະເທດ ກະຊວງປ້ອງກັນປະເທດ ແລະໜ່ວຍຍາມຝັ່ງຈາກທັງສອງຝ່າຍ. ນີ້ເປັນການພົບປະກັນຂັ້ນປົກກະຕິຮອບທໍາອິດກ່ຽວກັບຄວາມປອດໄພທາງທະເລທີ່ໄດ້ຕົກລົງກັນໃນເດືອນທັນວາປີກາຍນີ້.
ພວກໝູ່ເກາະທີ່ເປັນບັນຫາຂັດແຍ່ງກັນ ທີ່ເອີ້ນວ່າ Diaoyu ໃນຈີນ ແລະ Senkaku ໃນຍີ່ປຸ່ນນັ້ນ ເປັນຈຸດໃຈກາງແຫ່ງຄວາມສໍາພັນທີ່ເຄ່ງຕຶງຢູ່ເລື້ອຍໆລະຫວ່າງຈີນແລະຍີ່ປຸ່ນນັ້ນ.
ຍີ່ປຸ່ນອ້າງເອົາຂົງເຂດດັ່ງກ່າວວ່າ ເປັນພາກສ່ວນນຶ່ງໃນເຂດເສດຖະ ກິດພິເສດຂອງຕົນ ໃນຂະນະດຽວກັນກຸງປັກກິ່ງກ່າວວ່າ ໝູ່ເກາະເຫຼົ່ານີ້ເປັນພາກສ່ວນນຶ່ງຂອງຈີນ ມາຕັ້ງສະໄໝດຶກດໍາບັນ.