ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຈີນວ່າ ການພົບ​ປະກັນ​ ລະຫວ່າງ​ຜູ້ນໍາຈີນ​ແລະ​ຍີ່ປຸ່ນ ຢູ່ຣັດເຊຍ ເປັນໄປໄດ້ຍາກ


ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຈີນ ທ່ານ Li Baodong
ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຈີນ ທ່ານ Li Baodong
ເຈົ້າ​ໜ້າ​ທີ່ທາງ​ການທູດອາວຸ​ໂສ​ຄົນ​ນຶ່ງຂອງ​ຈີນ ໄດ້​ສະ​ແດງ
​ຄວາມ​ບໍ່​ແນ່​ໃຈກ່ຽວ​ກັບ​ຊ່ອງ​ທາງ​ໃນ​ ການ​ຈະພົບ​ປະກັນ
​ລະຫວ່າງ​ບັນດາ​ຜູ້​ນໍາ​ຂອງ​ຈີນ​ແລະ​ຍີ່ປຸ່ນ ຢູ່​ຂ້າງ​ນອກກອງ​
ປະຊຸມສຸດ​ຍອດຂອງ​ກຸ່ມ G20 ​ໃນ​ອາທິດ​ໜ້າ​ນີ້ທີ່ຣັດ​ເຊຍ.

ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຈີນ ທ່ານ Li Baodong ​
ກ່າວ​ໃນ​ວັນ​ອັງຄານ​ມື້​ນີ້​ວ່າ ຈະ​ເປັນ​ການ​ຍາກທີ່​ຈະ​ຈັດ​ແຈງ
ໃຫ້ມີກາ​ນພົບ​ປະກັນ​ໄດ້ ​ເມື່ອ​ພິຈາລະນາ​ເຖິງ​ສະຖານະ​ພາບ​
ໃນປະຈຸ​ບັນ​ຂອງ​ຄວາມ​ສໍາພັນຂອງ​ທັງ​ສອງ​ປະ​ເທດ ​ທີ່ຍັງ​
ເຄັ່ງ​ຕຶງຢູ່ ຍ້ອນ​ການຜິດ​ຖຽງ​ກັນ​ກ່ຽວ​ກັບ​ການຍາດ​ກັນອ້າງ
​ເອົາ​ກໍາມະສິດໃນ​ເຂດ​ນໍ້າ​ແດນ​ດິນນັ້ນ.

ນາຍົກລັດຖະມົນຕີຍີ່ປຸ່ນ ທ່ານ Shinzo Abe ​ໄດ້​ຮຽກຮ້ອງໃຫ້ມີກ​ອງປະຊຸມ​ລະດັບ​
ສູງກັບ​ຈີນ ຊຶ່ງລາຍ​ງານ​ຂ່າວ​ສະ​ເໜີ​ເ​ເນະ​ວ່າ ທ່ານຫວັງ​ທີ່​ຈະ​ໄດ້​ພົບ​ປະກັບປະທານ​
ປະເທດ​ຈີນ ທ່ານ Xi Jinping ​ແບບ​ບໍ່​ເປັນ​ທາງ​ການ​ ໃນລະຫວ່າງ​ທີ່​ໄປ​ຮ່ວມກອງ​
ປະຊຸມ​ສຸດ​ຍອດ G20 ນັ້ນ.

ທ່ານ Li ປະຕິ​ເສດ​ຕໍ່​ຂໍ້ສະ​ເໜີ​ໃຫ້​ມີ​ການ​ພົບ​ປະກັນ​ດັ່ງກ່າວ​ຂອງ​ຝ່າຍຍີ່ປຸ່ນ ຕາມທີ່
ສື່​ມວນ​ຊົນ​ລາຍ​ງານ​ຂ່າວ​ນັ້ນວ່າ​ ບໍ່​ຈິງ​ໃຈ ​ໂດຍ​ກ່າວ​ວ່າ ການ​ພົບ​ປະກັນ ບໍ່​ຄວນ
ຈັດຂຶ້ນ​ພຽງ​ເພື່ອ​ຈັບ​ມື​ກັນ​ແລະ​ຖ່າຍຮູບ​ເທົ່າ​ນັ້ນ ​ແຕ່​ຕ້ອງ​ຈັດ​ຂຶ້ນ​ເພື່ອ​ຫາ​ຊ່ອງ​ທາງ
​ແກ້​ໄຂບັນຫາຢ່າງ​ຈິງ​ຈັງ.

ສາຍ​ພົນ​ພັນ​ລະຫວ່າງຈີນ​ກັບຍີ່ປຸ່ນ​ນັ້ນ ​ໄດ້​ຕົກລົງ​ສູ່​ສະພາບ​ທີ່​ຕໍ່າສຸດ ​ໃນ​ບໍ່​ເທົ່າ​ປີ
ຜ່ານມາ​ນີ້ ຫຼັງ​ຈາກ​ທີ່​ທາງ​ລັດຖະບານ​ກຸງ​ໂຕ​ກຽວໄດ້​ຊື້​ເອົາໝູ່​ເກາະ​ແຫ່ງ​ນຶ່ງ ​ໃນທະ​ເລ
​ຈີນ​ຕາ​ເວັນ​ອອກໃນ​ເດືອນ​ກັນຍາ​ແລ້ວ​ນີ້ ຈາກ​ເຈົ້າ​ຂອງ​ທີ່ດິນ​ທີ່​ເປັນເອກະ​ຊົນ​ຍີ່ປຸ່ນ
ຊຶ່ງ​ຈີ​ນກໍ​ໄດ້​ອ້າງ​ເອົາ​ກໍາມະສິດ​ໃນ​ໝູ່​ເກາະ​ດັ່ງກ່າວ​ເຊັ່ນ​ກັນ.
XS
SM
MD
LG