ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຈີນ ຍີ່ປຸ່ນແລະເກົາຫຼໃຕ້ ຈະບໍ່ໂຍະຍານ ໃຫ້ເກົາຫຼີເໜືອ ທົດລອງນີວເຄລຍ ອີກ


ທ່ານ Wen Jiabao ນາຍົກລັດຖະມົນຕີຈີນ (ຂ້າງຊ້າຍ),ປະທາ
ນາທິບໍດີ Lee Myung-bak ແຫ່ງເກົາຫລີໃຕ້ ແລະນາຍົກລັດ
ຖະມົນຕີຍີ່ປຸ່ນທ່ານ Yoshihiko Noda ທີ່ກຸງປັກກິ່ງ, ຈີນ
ວັນທີ 13 ພຶດສະພາ 2012.
ທ່ານ Wen Jiabao ນາຍົກລັດຖະມົນຕີຈີນ (ຂ້າງຊ້າຍ),ປະທາ ນາທິບໍດີ Lee Myung-bak ແຫ່ງເກົາຫລີໃຕ້ ແລະນາຍົກລັດ ຖະມົນຕີຍີ່ປຸ່ນທ່ານ Yoshihiko Noda ທີ່ກຸງປັກກິ່ງ, ຈີນ ວັນທີ 13 ພຶດສະພາ 2012.

ບັນດາ​ຜູ້​ນໍາ​ຈີນ ຍີ່ປຸ່ນ ​ແລະ​ເກົາຫຼີ​ໃຕ້​ກ່າວ​ວ່າ ພວກ​ຕົນ​ຈະ​ບໍ່​ໂຍະຍານຕໍ່​ການ​ເກາະ​ຜິດ​ໃດໆ​ຕື່ມ​ອີກ​ຈາກ​ເກົາຫຼີ​ເໜືອ ທ່າມກາງ​ທີ່ມີ​ຄວາມ​ຢ້ານ​ກົວ​ກັນ​ວ່າ ກຸງ​ພຽງ​ຢາງ​ກໍາລັງ​ກະກຽມ​ທໍາ​ການ​ທົດ​ລອງ​ອາວຸດນີວ​ເຄລຍ ຄັ້ງ​ໃໝ່​ນັ້ນ.

ປະທານາທິບໍດີ Lee Myong-bak ​ແຫ່ງ​ເກົາຫຼີ​ໃຕ້​ ​ໄດ້ຖະແຫຼ​ງດັ່ງກ່າວ​ໃນ​ວັນ​ອາທິດ​ມື້​ນີ້ ຫຼັງ​ຈາກ​ທໍາ​ການ​ພົບ​ປະ​ຢູ່​ທີ່​ກຸງ​ປັກກິ່ງ​ກັບ​ນາຍົກ ລັດຖະມົນຕີຈີນ ທ່ານ​ເຫ​ວິ້ນ​ເຈຍ​ບາ​ວ ​ແລະນາຍົກລັດຖະມົນຕີຍີ່ປຸ່ນ​ທ່ານ Yoshihiko Noda.

ການ​ຍິງ​ຈະ​ຫຼວດທີ່​ປະ​ສົບ​ກັບ​ຄວາມ​ລົ້ມ​ແຫຼວ​ໃນ​ເດືອນ​ແລ້ວ​ນີ້​ຂອງເກົາຫຼີ​ເໜືອ​ ພາ​ໃຫ້​ມີ​ການ​ລົງ​ໂທດ​ຈາກ​ສະພາ​ຄວາມ​ໝັ້ນຄົງ​ສະຫະ​ປະຊາ​ຊາດ ​ແລະໄດ້​ຮັບ​ການ​ປະນາມ​ໂດຍ​ທັນທີ ຈາກ​ສະຫະລັດ​ແລະ​ພວກ​ພັນທະ​ມິດ ທີ່​ມອງເຫັນ​ການ​ຍິງ​ຈະ​ຫຼວດນັ້ນວ່າ ​ເປັນ​ການປອມ​ແປງ​ຍິງ​ທົດ​ລອງ​ລູກສອນ​ໄຟຂີ​ປະ​ນາ​ວຸດ ທີ່ຖືກ​ຫ້າມ​ພາຍ​ໃຕ້​ມະຕິ​ຂອງ​ສະຫະ​ປະຊາ​ຊາດ​ນັ້ນ.

ບັນດາ​ຜູ້​ນໍາ 3 ປະ​ເທດ​ໄດ້​ຕັດສິນ​ໃຈ​ໃນ​ວັນ​ອາທິດ​ມື້​ນີ້ ທີ່​ຈະ​ເລີ່​ມ​ທໍາ​ການເຈລະຈາ​ການ​ຄ້າ​ເສລີ​ກັນ​ກ່ອນ​ທ້າຍ​ປີ​ນີ້. ນອກ​ນັ້ນ ​ພວກ​ຜູ້​ນໍາ​ທັງ​ສາມຍັງ​ໄດ້​ລົງ​ນາມ​ໃນ​ຂໍ້​ຕົກລົງ​ກ່ຽວ​ກັບການ​ລົງທຶນ​ສະບັບ​ນຶ່ງ.

ຈີນ ຍີ່ປຸ່ນ ​ແລະ​ເກົາຫຼີ​ໃຕ້​ເປັນ 3 ປະ​ເທດ ​ທີ່​ມີ​ການ​ເສດຖະກິດ​ໃຫຍ່ທີ່​ສຸດ​ໃນ​ເອ​ເຊຍ​ຕາ​ເວັນ​ອອກ.

XS
SM
MD
LG