ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຈີນປ່ອຍຊາວຍີ່ປຸ່ນທີ່ຖືກຈັບ


ທຸງຊາດຈີນແລະຍີ່ປຸ່ນ
ທຸງຊາດຈີນແລະຍີ່ປຸ່ນ

ຈີນກ່າວວ່າ ຕົນໄດ້ປ່ອຍຄົນສຸດທ້າຍ ຂອງພວກຜູ້ຊາຍ ຊາວຍີ່ປຸ່ນ 4 ຄົນທີ່ຖືກຈັບໃນເດືອນແລ້ວໃນຂໍ້ຫາຖ່າຍ ວີດີໂອເທັບ ເອົາສະຖານທີ່ທາງທະຫານນັ້ນ.

ອົງການຂ່າວຊິນຫົວຂອງທາງການຈີນໄດ້ອ້າງຄຳຖະແຫຼງ ຈາກຜະແນກຮັກສາຄວາມປອດໄພຂອງລັດທີ່ກ່າວວ່ານາຍ Sadamu Takahashi ໄດ້ຖືກປ່ອຍ ໂດຍມີການປະກັນ ໂຕໃນວັນເສົາມື້ນີ້ ຫຼັງຈາກຜູ້ກ່ຽວ ຖືກບອກໃຫ້ຂຽນຄຳສາ ລະພາບ ສຳນຶກຜິດ.

ສ່ວນຊາວຍີ່ປຸ່ນອີກ 3 ຄົນໄດ້ຖືກປ່ອຍໃນວັນທີ 30 ກັນຍາ ຜ່ານມາ ຫຼັງຈາກຍອມຮັບສາລະພາບວ່າ ໄດ້ລະເມີດກົດ ໝາຍ ຂອງຈີນ.

ໃນລະຫວ່າງທີ່ເດີນທາງກັບຄືນໄປຍີ່ປຸ່ນນັ້ນ ຜູ້ທີ່ຖືກປ່ອຍ ຄົນນຶ່ງເວົ້າວ່າ ພວກເຂົາເຈົ້າຮູ້ສຶກເສຍໃຈເປັນທີ່ສຸດ ທີ່ໄດ້ ເຮັດໃຫ້ຊາວຍີ່ປຸ່ນທັງປະເທດ ມີຄວາມວິຕົກເປັນຫ່ວງ.

ຊາວຍີ່ປຸ່ນທັງ 4 ເດີນທາງໄປຈີນ ເພື່ອເຮັດວຽກໃນໂຄງການກຳຈັດອາວຸດເຄມີ ທີ່ກໍາລັງ ທະຫານຍີ່ປຸ່ນໄດ້ປະຖິ້ມໄວ້ ຫຼັງຈາກສົງຄາມໂລກຄັ້ງທີ 2.

XS
SM
MD
LG