ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຈີນບໍ່ມີຄວາມພໍໃຈນໍາ ລາຍງານຂອງຍີ່ປຸ່ນ.


ແຜນທີ່ທະເລຈີນໃຕ້
ແຜນທີ່ທະເລຈີນໃຕ້


















ຈີນ​ກ່າວ​ວ່າ​ ຕົນ​ບໍ່​ພໍ​ໃຈ​ນໍາ​ລາຍ​ງານ​ສະບັບ​ນຶ່ງ​ຂອງ​ລັດຖະບານຍີ່ປຸ່ນ ​ທີ່​ຕໍາ​ໜິຕິຕຽນ​ການ
​ເສີມ​ຂະຫຍາຍ​ກອງທັບ​ຂອງຈີນ​ນັ້ນ.

ກຸງ​ໂຕ​ກຽວ​ກ່າວ​ວ່າ ກອງທັບ​ເຮືອ​ແລະ​ກອງທັບ​ອາກາດ​ຂອງຈີນ​ທີ່​ທັນສະ​ໄໝ​ຂຶ້ນນັ້ນ ​ໝາຍ​
ຄວາມ​ວ່າ ​ວົງເຂດ​ອິດ​ທິພົນ​ຂອງ​ກຸງ​ປັກ​ກິ​ງ​ມີທ່າ​ທາງທີ່ຈະ​ຂະຫຍາຍ​ກວ້າງ​ອອກ​ໄປ​ກາຍເຂດ
ນ່ານນໍ້າຂອງ​ຈີນ​ ​ແລະ​ວ່າເປັນ​ທີ່ຄາດ​ກັນ​ໄດ້​ໂລດ​ວ່າ ຈີນຈະ​ດໍາ​ເນີນ​ການ​ເຄື່ອນ​ໄຫວ​ຕ່າງໆ​
ທາງ​ເຮືອ​ໃນ​ເຂດ​ນ່ານນໍ້າ​ອ້ອມ​ແອ້ມ​ຍີ່ປຸ່ນ​ນັ້ນ.

ຍີ່ປຸ່ນ​ກ່າວ​ອີກວ່າ ຈີນ​ໄດ້​ເອົາ​ທ່າ​ທີ​ຢືນຢັດ​ຫລາຍ​ຂຶ້ນ​ໃນ​ບັນ​ຂັດ​ແຍ້​ງ​ເລື້ອງເຂດ​ນໍ້າ​ແດນ​ດິນ
ທາງ​ທະ​ເລ​ກັບ​ພວກ​ປະ​ເທດ​ເພື່ອ​ບ້ານ​ຂອງຕົນ​ນັ້ນ.

ທ່ານ Ma Zhaozu ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນກ່າວວ່າ ການ​ເສີມ​ສ້າງ​ກໍາລັງ​
ແລະ​ການ​ປັບປຸງ​ກອງທັບ​ໃຫ້​ທັນ​ສະ​ໄໝຂຶ້ນ​ນັ້ນ ​ແມ່ນ​ມີ​ວັດຖຸ​ປະສົງ​ເພື່ອພິທັກຣັກສາອະ
ທິປະ​ໄຕ​ແລະ​ຄວາມ​ໝັ້ນຄົງ​ຂອງ​ຕົນ​ເອົາ​ໄວ້​ເທົ່າ​ນັ້ນ ​ແລະບໍ່​ໄດ້​ແນ​ເປົ້າ​ໝາຍ​ໃສ່​ປະ​ເທດ​
ອື່ນ​ໃດ.

ຈີນ​ໄດ້​ເຂົ້າ​ພົວພັນ​ກັບ​ບັນຫາ​ຂັດ​ແຍ້​ງທາງ​ທະ​ເລ​ຈໍາ​ນວນ​ນຶ່ງກັບ​ພວກປະ​ເທດ​ເພື່ອນ​ບ້ານ
ກ່ຽວ​ກັບ​ເຂດ​ນ່ານນໍ້າ​ທີ່​ອຸດົມສົມບູນ​ດ້ວຍ​ບໍ່​ແຮ່​ຂອງ​ຂົງ​ເຂດ​ເອ​ເຊຍ​ຕາ​ເວັນ​ອອກສຽງ​ໃຕ້
ຮວມທັງ​ຟີ​ລິບ​ປິນ ມາ​ເລ​ເຊຍ​ແລະໄຕ້​ຫວັນ​ນໍາ.

ພວກ​ປະ​ເທດ​ເຫລົ່າ​ນີ້​ໄດ້​ຈົ່ມ​ວ່າ​ກ່ຽວ​ກັບພຶດຕິ​ກໍາ​ຮຸກ​ຮານຕ່າງໆ​ຂອງຈີນຮວມທັງ​ການ
ຍຶດ​ເອົາ​ເຮືອ​ປະມົງ​ຫລາຍ​ຄັ້ງ​ແລະ​ບັງຄັບ​ໃຫ້​ພວກ​ເຮືອ​ບຸກເບີກ​ຫາ​ບໍ່​ນໍ້າມັນ​ອອກ​ໄປ
ຈາກ​ເຂດ​ນ່ານນໍ້າຂອງທະ​ເລ​ຈີນ​ໃຕ້​ນັ້ນ.

XS
SM
MD
LG