ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ກຳປັ່ນຈີນ ແລ່ນເຂົ້າໄປ ໃກ້ໝູ່ເກາະ ທີ່ຍີ່ປຸ່ນ ຄວບຄຸມ

ພາບຖ່າຍທາງອາກາດ ທີ່ສະແດງໃຫ້ເຫັນວ່າ ກຳປັ່ນ Haijian ເບີ 49 ແລະ Haijian ເບີ 50 ຈາກອົງການຄຸ້ມຄອງການເດີນເຮືອ ທາງທະເລຂອງຈີນ ພວມແລ່ນຢູ່ໃນບໍລິເວນ ທະເລຈີນຕາເວັນອອກ ຂະນະທີ່ແນມເຫັນ ໝູ່ເກາະທີ່ຍີ່ປຸ່ນເອີ້ນວ່າ Senkaku ແລະຈີນເອີ້ນວ່າ Diaoyu ຢູ່ທາງດ້ານຫຼັງ (23 ເມສາ 2013)

ໜ່ວຍຍາມຝັ່ງຂອງຍີ່ປຸ່ນຖະແຫຼງວ່າ ໃນວັນເສົາມື້ນີ້ ກຳປັ່ນ 3
ລຳ ຈາກອົງການຄຸ້ມຄອງການເດີນເຮືອທາງທະເລຂອງຈີນທີ່
ເອີ້ນຫຍໍ້ວ່າ CMS ໄດ້ແລ່ນເຂົ້າໄປໃນເຂດນ່ານນໍ້າອ້ອມແອ້ມ
ບໍລິເວນໝູ່ເກາະ Senkaku ທີ່ເປັນບັນຫາຖົກຖຽງໂຕ້ແຍ້ງຊຶ່ງ
ໃນເວລານີ້ຢູ່ພາຍໃຕ້ການຄວບຄຸມຂອງຍີ່ປຸ່ນແລະອ້າງກຳມະ
ສິດໂດຍຈີນ.

ເຈົ້າໜ້າທີ່ຂອງໜ່ວຍຍາມຝັ່ງຍີ່ປຸ່ນກ່າວວ່າ ກຳປັ່ນທັງ 3 ລຳ
ຂອງຈີນໄດ້ແລ່ນເຂົ້າໄປ ໃນນ່ານນໍ້າຍີ່ປຸ່ນ ຢູ່ໃນເຂດທະເລ
ຈີນຕາເວັນອອກໃນເວລາປະມານ 9 ໂມງເຄິ່ງຕອນເຊົ້າຂອງ
ວັນເສົາມື້ນີ້ ຕາມເວລາທ້ອງຖິ່ນ.

ກຳປັ່ນຂອງປະເທດທັງສອງ ເຄີຍພົວພັນກັບການປະເຊີນໜ້າກັນຢູ່ໃນບໍລິເວນໝູ່ເກາະ ທີ່ອຸດົມສົມບູນໄປດ້ວຍຊັບພະຍາກອນທຳມະຊາດທີ່ຈີນເອີ້ນ ວ່າ Diaoyus ມາໄດ້ຫຼາຍ ທົດສະວັດແລ້ວ.
XS
SM
MD
LG