ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຈີນ ແລະ ຍີ່ປຸ່ນ ຍົກເລີກເຮືອຂ້າມຟາກ ແລະຖ້ຽວບິນຕ່າງໆ ຍ້ອນໄຕ້ຝຸ່ນ​ຫີ​ນ​ໜາມ​ໜໍ່


ເຮືອຫາປາ ພາກັນຈອດທຽບທ່າ ກ່ອນທີ່ພາຍຸຫິນໜາມໜໍ່ ຈະເຂົ້າມາຮອດ ຢູ່ທີ່ທ່າເຮືອບູຊານ, ປະເທດເກົາຫຼີໃຕ້, ວັນທີ 9 ກັນຍາ 2022.
ເຮືອຫາປາ ພາກັນຈອດທຽບທ່າ ກ່ອນທີ່ພາຍຸຫິນໜາມໜໍ່ ຈະເຂົ້າມາຮອດ ຢູ່ທີ່ທ່າເຮືອບູຊານ, ປະເທດເກົາຫຼີໃຕ້, ວັນທີ 9 ກັນຍາ 2022.

ເມືອງຕ່າງໆທີ່ຢູ່ທາງພາກຕາເວັນອອກສຽງເໜືອຂອງຈີນ ໄດ້ໂຈະໃຫ້ບໍລິການເຮືອຂ້າມຟາກ, ແລະໂຮງຮຽນຫຼາຍໆແຫ່ງ ກໍໄດ້ຍຸຕິການຮຽນເຊັ່ນກັນ, ພ້ອມກັນນັ້ນ ຖ້ຽວບິນຈຳ​ນວນ​ນຶ່ງ ກໍໄດ້​ຖືກຍົກເລີກຢູ່ໃນຍີ່ປຸ່ນ ໃນວັນອາທິດວານນີ້ ເນື່ອງຈາກພາຍຸໄຕ້ຝຸ່ນຫິນໜາມໜໍ່ (Hinnamnor), ເຊິ່ງເປັນພາຍຸທີ່ແຮງທີ່ສຸດໃນໂລກຂອງປີນີ້ ໂດຍພາຍຸດັ່ງກ່າວໄດ້ພັດຜ່ານບໍລິເວນເກາະໄຕ້ຫວັນ ແລະເກົາຫຼີ ດ້ວຍລົມທີ່ຮຸນແຮງ ແລະຝົນທີ່ຕົກໜັກ, ອີງຕາມລາຍງານຂອງອົງການຂ່າວ AP.

ໄດ້ມີການ​ຢຸດ​ເຊົາບໍລິການເຮືອຂ້າມຟາກຢູ່ທີ່​ນະ​ຄອນຊຽງໄ​ຮ້, ເຊິ່ງເຈົ້າໜ້າທີ່ຕໍາຫຼວດຫຼາຍກວ່າ 50,000 ຄົນກໍໄດ້ຖືກສົ່ງໄປຊ່ວຍກູ້ໄພ ແລະບໍລິການການສັນ ຈອນອອກຈາກຂົງເຂດທີ່ເປັນອັນຕະລາຍ. ສູນກາງທຸລະກິດຢູ່ທາງທິດຕາເວັນ ອອກຂອງຂົງເຂດເວິນຊູ (Wenzhou) ໄດ້ຖືກສັ່ງໃຫ້ຍົກເລີກທຸລະກິດທັງໝົດໃນທຸກລະດັບ ໃນວັນຈັນມື້ນີ້.

ຄາດການວ່າ ພາຍຸຫິນໜາມໜໍ່ຈະຄ່ອຍໆພັດເຄື່ອນເຂົ້າໄປທາງທິດເໜືອສູ່ບໍລິ ເວນທະເລຈີນຕາເວັນອອກ ດ້ວຍຄວາມແຮງຂອງລົມ 175 ກິໂລແມັດ ຕໍ່ຊົ່ວ ໂມງ, ອີງຕາມລາຍງານຈາກຫໍສັງເກດການຢູ່ໃນຮົງກົງ.

ມີຄໍາສັ່ງໃຫ້ຍົກ​ຍ້າຍ​ຜູ້​ຄົນ ແລະຍົກເລີກຖ້ຽວບິນຢູ່ບໍລິເວນເກາະໂອກິນາວາຂອງຍີ່ປຸ່ນ. ຍັງມີການຄາດການວ່າ ພາຍຸໄຕ້ຝຸ່ນດັ່ງກ່າວຈະນໍາເອົານໍ້າຝົນ ທີ່ມີປະລິ ມານຫຼວງຫຼາຍ ເຂົ້າ​ສູ່ແຫຼມເກົາຫຼີເຊັ່ນກັນ, ເຊິ່ງອາດຈະເຮັດໃຫ້ເກີດນໍ້າຖ້ວມໄດ້.

ແມ່ຍິງຄົນນຶ່ງກໍາລັງຍ່າງໄປຕາມທາງໃນຂະນະທີ່ລົມພັດໄດ້ພັດຢ່າງຮຸນແຮງ ຍ້ອນລົມພາຍຸຫິນໜາມໜໍ່ ໃນເມືອງນາຮາ, ແຂວງໂອກິນາວາ, ປະເທດຍີ່ປຸ່ນ. ຮູບພາບດັ່ງກ່າວ ຖືກຖ່າຍໂດຍ ກຽວໂດ ເມື່ອວັນທີ 4 ກັນຍາ 2022. Kyodo/via REUTERS.
ແມ່ຍິງຄົນນຶ່ງກໍາລັງຍ່າງໄປຕາມທາງໃນຂະນະທີ່ລົມພັດໄດ້ພັດຢ່າງຮຸນແຮງ ຍ້ອນລົມພາຍຸຫິນໜາມໜໍ່ ໃນເມືອງນາຮາ, ແຂວງໂອກິນາວາ, ປະເທດຍີ່ປຸ່ນ. ຮູບພາບດັ່ງກ່າວ ຖືກຖ່າຍໂດຍ ກຽວໂດ ເມື່ອວັນທີ 4 ກັນຍາ 2022. Kyodo/via REUTERS.

ກົມອຸຕຸນິ​ຍົມ​ແຫ່ງຊາດຂອງຈີນ ໄດ້ກໍານົດພາຍຸດັ່ງກ່າວຢູ່ໃນຂັ້ນສີເຫຼືອງ ເຊິ່ງມີການເຕືອນໃນເວລາ 10 ໂມງຕອນເຊົ້າຂອງວັນອາທິດວານນີ້, ແລະມີການເຕືອນກ່ຽວກັບຝົນທີ່ຕົກໜັກຢູ່ໃນພາກຕາເວັນອອກສຽງເໜືອຂອງແຂວງເຊຈຽງ, ຊຽງໄຮ້ ແລະ ໄຕ້ຫວັນທີ່ປົກຄອງຕົນເອງ.

ກໍາປັ່ນບັນທຸກສິນຄ້າ ຖືກສັ່ງໃຫ້ກັບເຂົ້າໄປຈອດຢູ່ທ່າ ເພື່ອຫຼົບໄພຈາກລົມ​ແຮງ, ແລະສູນອຸຕຸນິ​ນົມຈີນ ຍັງໄດ້ຮຽກ​ຮ້ອງປະຊາຊົນ ບໍ່ໃຫ້ຢູ່ລວມກັນເປັນຈໍານວນຫຼາຍ ທັງໃນສະຖານທີ່ ແລະນອກສະຖານທີ່ຕ່າງໆ.

ຢູ່ທີ່ປະເທດຍີ່ປຸ່ນ, ລົມພາຍຸໄຕ້ຝຸ່ນໄດ້ພັດຮຸນແຮງ ເຂົ້າ​ຖະ​ຫຼົ່ມເກາະໂອກິນາວາ ແລະເກາະຕ່າງໆທີ່ໃກ້ຄຽງ ດ້ວຍຝົນທີ່ຕົກຢ່າງໜັກ ແລະລົມທີ່ຮຸນແຮງ, ສົ່ງຜົນເຮັດໃຫ້ເກີດນໍ້າຖ້ວມ ແລະຕ້ອງມີການຍົກເລີກຖ້ຽວບິນຫຼາຍກວ່າ 100 ຖ້ຽວບິນທີ່ຈະບິນໄປເກາະຕ່າງໆ ທີ່ຢູ່ໃກ້ຄຽງ ແລະບາງສ່ວນຢູ່ເທິງແຜ່ນດິນໃຫຍ່ ຂອງ ແຂວງຄິວຊູ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG