ລັດຖະມົນຕີຕ່າງປະເທດຍີ່ປຸ່ນໄດ້ພົບປະຢ່າງເປັນທາງການ
ໃນນະຄອນປັກກິ່ງ ກັບຄູ່ຕຳແໜ່ງຝ່າຍຈີນເປັນເທຶ່ອທຳອິດ
ໃນຮອບສອງປີກວ່າໆ ທ່າມກາງການດຳເນີນຄວາມພະຍາ
ຍາມດ້ານການທູດ ເພື່ອຫລຸດຜ່ອນຄວາມເຄັ່ງຕືງລະຫວ່າງ
ປະເທດທັງສອງ.
ທ່ານ Fumio Kishida ແລະທ່ານ Wang Yi ລັດຖະມົນຕີ
ຕ່າງປະເທດຈີນ ໄດ້ພົບປະກັນໃນວັນເສົາມື້ນີ້ ເພື່ອວາງພື້ນ
ຖານ ກ່ຽວກັບກອງປະຊຸມສຸດຍອດ ທີ່ອາດເປັນໄປໄດ້ ລະ
ຫວ່າງບັນດາຜູ້ນຳສູງສຸດ ຂອງປະເທດທັງສອງ ຢູ່ນອກກອງ
ປະຊຸມການຮວມມືເສດຖະກິດ ເຂດເອເຊຍປາຊິຟິກຫຼືເອເພັກ ທີ່ຈະເລີ້ມຂຶ້ນ ໃນນະຄອນ ຫຼວງປັກກິ່ງ ໃນວັນຈັນຈະມາເຖິງນີ້.
ໃນການຖະແຫຼງທີ່ປັກກິ່ງ ລັດຖະມົນຕີ ຕ່າງປະເທດ ສະຫະລັດ ທ່ານ John Kerry ເວົ້າ
ວ່າ ທ່ານຂໍສະແດງຄວາມຍິນດີຕໍ່ການຫຼຸດຜ່ອນຄວາມເຄັ່ງຕືງລະຫວ່າງປະເທດທັງສອງ.
ຍີ່ປຸ່ນ ແລະຈີນ ໄດ້ຕົກລົງໃນວັນສຸກວານນີ້ ເພື່ອຈັດຕັ້ງກົນໄກທາງການທູດ ເພື່ອຫລີກ
ລ່ຽງບໍ່ໃຫ້ມີການເພີ້ມທະວີບັນຫາຂັດແຍ້ງກ່ຽວກັບໝູ່ເກາະທີ່ບໍ່ມີຄົນຢູ່.
ຂໍ້ຕົກລົງດັ່ງກ່າວ ໄດ້ບັນລຸທີ່ກອງປະຊຸມປັກກິ່ງ ລະຫວ່າງນັກການທູດຂັ້ນສູງຂອງ ຈີນ
ທ່ານ Yang Jiechi ແລະ ທີ່ປຶກສາດ້ານຄວາມໝັ້ນຄົງຍີ່ປຸ່ນ ທ່ານ Shotaro Yachi.
ຖະແຫຼງຂ່າວຂອງຈີນ ທີ່ນຳອອກເຜີຍແຜ່ກ່າວວ່າ ທັງສອງຝ່າຍໄດ້ຕົກລົງກັນວ່າ ພວກ
ຕົນຍັງມີທ່າທີທີ່ແຕກຕ່າງກັນຢູ່ ໃນໄລຍະສອງສາມປີ ທີ່ຜ່ານມານີ້ ຍ້ອນເລື່ອງໝູ່ເກາະ
ຢູ່ທະເລຈີນຕາເວັນອອກ ທີ່ຮູ້ກັນໃນຍີ່ປຸ່ນວ່າ Senkaku ແລະໃນຈີນວ່າຕຽວອີນັ້ນ.
ບັນດາເຈົ້າໜ້າທີ່ ກ່າວວ່າ ທັງສອງຝ່າຍໄດ້ຕົກລົງກັນ ທີ່ຈະເລີ້ມການສົນທະນາ ຫາລື
ເປັນຂັ້ນໆ ທາງດ້ານການເມືອງ ການທູດ ແລະ ຄວາມປອດໄພ ພ້ອມທັງ ການດຳເນີນ
ຄວາມພະຍາຍາມ ເພື່ອເສີມສ້າງຄວາມໄວ້ເນື້ອເຊື່ອໃຈ ທາງດ້ານການເມືອງລະຫວ່າງ
ກັນຄືນໃໝ່