ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ນຍ ຈີນ ຈະບໍ່ພົບ ນຍ ຍີ່ປຸ່ນ


ໂຄສົກກະຊວງຕ່າງປະເທດຈີນ ທ່ານນາງ Jiang Yu
ໂຄສົກກະຊວງຕ່າງປະເທດຈີນ ທ່ານນາງ Jiang Yu

ຈີນກ່າວວ່າ ມັນຈະເປັນເລື່ອງທີ່ ບໍ່ເໝາະສົມທີ່ນາຍົກລັດຖະມົນຕີ ເຫວັນ ເຈຍ ບາວຈະພົບປະກັບ ນາຍົກລັດຖະມົນຕີຍີ່ປຸ່ນ ທ່ານ Naoto Kan ທີ່ກອງປະຊຸມສຸດຍອດອົງການສະຫະປະຊາຊາດທີ່ນະຄອນນິວຢອກ ໃນສັບ ປະດານີ້.

ຄວາມສຳພັນລະຫວ່າງປະເທດທັງສອງ ໄດ້ຊຸດໂຊມລົງນັບແຕ່ວັນທີ 7 ກັນຍາເປັນຕົ້ນມາ ເວລາຍີ່ປຸ່ນ ໄດ້ຈັບກັບຕັນເຮືອຂອງຈີນ ທີ່ຖືກກ່າວຫາວ່າ ໄດ້ເອົາເຮືອແລ່ນເຂົ້າຕຳກຳປັ່ນ ຂອງໜ່ວຍຍາມຝັ່ງຍີ່ປຸ່ນ 2 ລຳ ໃນບໍລິເວນນ່ານນໍ້າ ທີ່ຍັງມີການຂັດແຍ້ງກັນ.

ທ່ານນາງ Jiang Yu ໂຄສົກກະຊວງການຕ່າງປະເທດຈີນ ກ່າວຕໍ່ກອງປະຊຸມຖະແຫຼງຂ່າວ ໃນວັນອັງຄານມື້ນີ້ວ່າ ມັນຍັງເປັນເວລາທີ່ບໍ່ເໝາະສົມເທື່ອທີ່ຈະຈັດແຈງການພົບປະລະຫວ່າງ ພວກຜູ້ນຳທັງສອງ.

ການປະກາດທີ່ວ່ານີ້ ມີຂຶ້ນຫຼັງຈາກລັດຖະມົນຕີ ປະຈຳສຳນັກງານນາຍົກລັດຖະມົນຕີຍີ່ປຸ່ນ ທ່ານ Yoshito Sengoku ກ່າວຕໍ່ພວກນັກຂ່າວໃນວັນອັງຄານມື້ນີ້ວ່າ ເຈົ້າໜ້າທີ່ລັດຖະ ບານຍີ່ປຸ່ນ ຄວນລະມັດລະວັງ ທີ່​ຈະ​ບໍ່​ກ່າວ​ສິ່ງ​ໃດ​ອອກ​ມາ ​ທີ່ຈະກະຕຸກຊຸກຍູ້ກໍ່ໃຫ້ເກີດໃນ ອັນທີ່ທ່ານເອີ້ນວ່າ ຄວາມຮູ້ສຶກຊາດນິຍົມຈັດ​ແບບ​ໃຈແຄບ ຢູ່ໃນຍີ່ປຸ່ນ ຈີນ ແລະປະເທດ ອື່ນໆ.

XS
SM
MD
LG