ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ຈີນ ແລະຍີ່ປຸ່ນ ຕ່າງກໍ ກ່າວຫາກັນ ກ່ຽວກັບ ຄວາມປະພຶດ ທີ່ " ເປັນອັນຕະລາຍ" ໂດຍກອງທັບອາກາດ


ເຮືອບິນລົບ SU-27 ຂອງຈີນ ບິນ ເໜືອນ່ານນ້ຳ ໃນທະເລຈີນ
ຕາເວັນອອກ ວັນທີ 24 ພຶດສະພາ 2014 ທີ່ກະຊວງປ້ອງກັນ
ປະເທດຍີ່ປຸ່ນ ເປີດເຜີຍໃຫ້ຊາບໃນວັນທີ 25 ພຶດສະພາ 2014.
ເຮືອບິນລົບ SU-27 ຂອງຈີນ ບິນ ເໜືອນ່ານນ້ຳ ໃນທະເລຈີນ ຕາເວັນອອກ ວັນທີ 24 ພຶດສະພາ 2014 ທີ່ກະຊວງປ້ອງກັນ ປະເທດຍີ່ປຸ່ນ ເປີດເຜີຍໃຫ້ຊາບໃນວັນທີ 25 ພຶດສະພາ 2014.
ຍີ່ປຸ່ນ​ແລະ​ຈີນ ຕ່າງ​ຄົນ​ຕ່າງ​ກ່າວ​ຫາ​ກັນ ກ່ຽວ​ກັບ​ຄວາມປະພຶດ
​ທີ່ “​ເປັນອັນຕະລາຍ” ​ໂດຍກອງທັບ​ອາກາດ ຂອງອີກຝ່າຍນຶ່ງ
ເໜືອ​ນ່ານນ້ຳ​ທີ່ເປັນ​ບັນຫາ​ຂັດ​ແຍ້​ງ ໃນ​ທະ​ເລ​ຈີນຕາເວັນອອກ
​ນັ້ນ.

​ໂຄສົກ​ກະຊວງ​ປ້ອງ​ກັນ​ປະ​ເທດ​ຂອງ​ຍີ່ປຸ່ນ ກ່າວ​ວ່າ ​ເຮືອບິນ​ລົບ​
ໄອ​ພົ່ນ ລຳ​ນຶ່ງ​ຂອງ​ຈີນ ​ໄດ້​ບິນ​ໄປ​ໃກ້​ກັບ​ເຮືອບິນ​ລາດ​ຕາ​ເວນ​
ລຳ​ນຶ່ງ​ຂອງ​ຍີ່ປຸ່ນ ​ເໜືອ​ນ່ານຟ້າ ທີ່​ທັງ​ສອງ​ປະ​ເທດ​ຕ່າງກໍ​ອ້າງວ່າ
ເປັນ​ເຂດ​ປ້ອງ​ກັນ​ທາງ​ອາກາດ​ຂອງ​ຕົນ​ນັ້ນ. ກະຊວງ​ດັ່ງກ່າວ ​ຍັງ​
ໄດ້​ເວົ້າ​ຕື່ມ​ວ່າ ​ເຮືອບິນ​ລົບ​ລຳ​ທີ​ສອງ​ຂອງ​ຈີນ ​ໄດ້​ບິນ​ໄປ​ໃກ້ໆ
​ເຮືອ​ບິນ​ສືບ​ຂ່າວ​ລັບ​ທາງ​ເອ​ເລັກ​ໂຕຣນິກຂອງ​ຍີ່ປຸ່ນ​ລຳ​ນຶ່ງ ​ຢູ່​ໃນ​
ເຂດ​ດຽວ​ກັນ​ນັ້ນ.

ກະຊວງ​ປ້ອງ​ກັນ​ປະ​ເທດ​ຈີນ ກ່າວ​ວ່າ ພວກ​ເຮືອ​ບິນ​ຂອງ​ຍີ່ປຸ່ນ​ໄດ້​ດຳ​ເນີນ​ການ​ເຄື່ອນ​ໄຫວທີ່​ເປັນ” ອັນຕະລາຍ “ ​ໃນວັນ​ເສົາ​ວານ​ນີ້​ໃນ​ລະ ຫວ່າງ​ການ​ຊ້ອບລົບ​ຮ່ວມ​ກັນ​ທາງ​ທະ​ເລ​ຂອງ​ຈີນ​ແລະຣັດ​ເຊຍ​ນັ້ນ.

ພວກ​ເຮືອ​ແລະ​ເຮືອບິນ​ຂອງ​ລັດຖະບານ​ຈີນ ​ໄດ້​ແລ່ນແລະບິນເຂົ້າ​ໄປ​ເປັນ​ບາງ​ຄັ້ງບາງ​ຄາວ ໃນ​ນ່ານນ້ຳ​ໃກ້ໆ​ກັບ​ໝູ່​ເກາະ Senkaku ຊຶ່ງ​ຈີນ​ກໍ​ໄດ້​ອ້າງ​ເອົາ​ກຳມະສິດເຊັ່ນ​ກັນ ໂດຍເອີ້ນ​
ວ່າ Diaoyus ນັ້ນ.
XS
SM
MD
LG