ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຍີ່ປຸ່ນຮຽກເອົາຄ່າເສຍຫາຍຈາກຈີນ


ພວກປະທ້ວງຈີນທີ່ຕໍ່ຕ້ານຍີ່ປຸນພາກັນຍ່າງໄປຍັງກົງສູນຍີ່ປຸ່ນທີ່ຮອງກົງ ເພື່ອຮຽກຮ້ອງໃຫ້ຍີປຸ່ນຂໍຂະມາໂທດໃນການກັກໂຕກັບຕັນເຮືອຫາປາຈີນ
ວັນທີ 26 ກັນຍາ
ພວກປະທ້ວງຈີນທີ່ຕໍ່ຕ້ານຍີ່ປຸນພາກັນຍ່າງໄປຍັງກົງສູນຍີ່ປຸ່ນທີ່ຮອງກົງ ເພື່ອຮຽກຮ້ອງໃຫ້ຍີປຸ່ນຂໍຂະມາໂທດໃນການກັກໂຕກັບຕັນເຮືອຫາປາຈີນ ວັນທີ 26 ກັນຍາ

ຍີ່ປຸ່ນ​ກ່າວ​ວ່າ ຕົນ​ຈະ​ຂໍ​ຮ້ອງ​ໃຫ້​ຈີນຈ່າຍ​ຄ່າ​ເສຍ​ຫາຍ​ ສໍາລັບ​ເຮືອ​ລາດ​ຕາ​ເວນຂອງ​ຕົນ 2 ລໍາ​ ທີ່​ຕໍາ​ກັນ​ກັບເຮືອ​ຫາ​ປາ​ລໍາ​ນຶ່ງ​ຂອງ​ຈີນ​ໃນ​ຕົ້ນ​ເດືອນ​ນີ້. ທ່ານ Yoshito Sengoku ຫົວໜ້າ​ກອງ​ເລຂາ​ປະ​ຈໍາ​ຄະນະ​ລັດຖະບານ ​ປະກາດ​ແຜນ ການດັ່ງກ່າວ​ຂອງ​ຍີ່ປຸ່ນ​ໃຫ້​ຊາບ​ໃນ​ວັນ​ຈັນ​ມື້​ນີ້ ​ແລະເວົ້າ​ວ່າ ມັນ​ຂຶ້ນ​ຢູ່​ກັບ​ຈີນ​ວ່າ ຈ​ະ​ເລີ້ມ​ປົວ​ແປງ​ສາຍ​ພົວພັນ ລະຫວ່າງ​ສອງ​ປະ​ເທດ​ຫລື​ບໍ?

ຖ້ອຍ​ຖະ​ແຫລ​ງຂອງ​ຫົວໜ້າ​ກອງ​ເລຂາ​ລັດຖະບານ​ຍີ່​ປຸ່ນ ​ມີ​ຂຶ້ນນຶ່ງ​ມື້​ຫລັງ​ຈາກ​ນາຍົກລັດຖະມຸນຕີ​ Naoto Kan ປະຕິ​ເສດ​ຕໍ່​ຄໍາ​ຮຽກຮ້ອງ​ຊໍ້າ​ແລ້ວ​ຊໍ້າອີກ​ຂອງ​ຈີນ​ ທີ່ທວງໃຫ້​ຍີ່ປຸ່ນ​ຂໍ​ຂະ​ມາ​ໂທດ​ ແລະ​ເສຍ​ຄ່າ​ຊົດ​ເຊີຍ ​ສໍາລັບ​ການ​ກັກໂຕ ກັບຕັນ​ເຮືອ​ຫາ​ປາຂອງ​ຈີນ​ໄວ້​ນັ້ນ.

ຍີ່ປຸ່ນ​ກັກ​ໂຕ​ກັບຕັນ​ເຮືອຫາ​ປາ​ລໍາ​ນີ້​ໄວ້ ​ຫລັງ​ຈາກ​ເຮືອ​ຕໍາ​ກັນ​ ແລະໄດ້​ປ່ອຍ​ໂຕ​ຜູ້​ກ່ຽວ ເມື່ອ​ວັນ​ເສົາ​ຜ່ານ​ມາ​ນີ້.

ທ່ານ​ກັນກ່າວ​ວ່າ​ພວກ​ໝູ່​ເກາະ​ທີ່​ບໍ່​ມີ​ຜູ້​ຄົນ​ອາ​ໄສ​ຢູ່​ໃນ​ທະ​ເລ​ຈີນຕາ​ເວັນອອກ ​ບ່ອນ​ທີ່​ເກີດ​ອຸບັ​ດ​ເຫດ​ເຮືອ​ຕໍາ​ກັນນັ້ນ ເປັນ​ພາກສ່ວນ​ນຶ່ງ​ຂອງ​ເຂດນ່ານນໍ້າຂອງ​ຍີ່ປຸ່ນ.

XS
SM
MD
LG