ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຍີ່ປຸ່ນຮຽກຮ້ອງໃຫ້ຈີນ ຢູ່ໃນຄວາມສະຫງົບ


ຍີ່ປຸ່ນ​ຮຽກຮ້ອງ​ໄປ​ຍັງ​ຈີນ​ໃນ​ວັນ​ຈັນ​ມື້​ນີ້​ໃຫ້​ງຽບ​ສະຫງົບ​ ແລະ​ບໍ່​ໃຫ້​ເພີ່ມທະວີ​ບັນຫາ​ຂັດ​ແຍ້​ງກັນ​ທາງ​ດ້ານ​ການ​ທູດ​ຂຶ້ນ​ອີກ ​ຫລັງ​ຈາກ​ກຸງ​ປັກ​ກິ​ງງົດ​ການຕິດ​ຕໍ່​ພົວພັນ​ກັນ​ຕ່າງໆ ໃນ​ລະດັບ​ສູງ​ ​ໃນ​ການສະ​ແດງປະຕິກິລິຍາ​ຕອບສະໜອງຕໍ່​ການ​ກັກ​ໂຕ​ກັບຕັນ​ເຮືອ​ຫາ​ປາ​ລໍາ​ນຶ່ງຂອງ​ຈີນ​ໄວ້​ນັ້ນ.

ລັດຖະບານປັກ​ກິ​ງ​ໄດ້​ປະກາດ​ໃຫ້​ຮູ້​ໃນ​ແລງ​ວັນ​ອາທິດ​ວານ​ນີ້​ວ່າ ​ຕົນຈະ​ງົດ​ການແລກປ່ຽນ​ລະດັບ​ລັດຖະມົນຕີ​ກັບ​ຍີ່ປຸ່ນ​ໄວ້ ຫລັງ​ຈາກ​ສານ​ແຫ່ງ​ນຶ່ງ​ຂອງ​ກຸງ​ໂຕ​ກຽວ​ຕໍ່​ເວລາ​ການ​ກັກ​ຂັງ​ກັບຕັນ​ເຮືອ​ຫາ​ປາ​ຂອງ​ຈີນຕໍ່​ໄປ​ອີກ ຊຶ່ງ​ຜູ້ກ່ຽວ​ຖືກ​ກ່າວ​ຫາ​ວ່າ​ເອົາ​ເຮືອ​ຫາ​ປາ​ຂອງ​ຕົນແລ່ນເຂົ້າຕໍາເຮືອ​ຍາມ​ຝັ່ງ 2 ລໍາ​ຂອງ​ຍີ່ປຸ່ນ​ໃນ​ເຂດ​ນ່ານນໍ້າ​ທີ່​ເປັນ​ບັນຫາ​ຂັດ​ແຍ້​ງກັນ​ນັ້ນ. ການ​ຕິດ​ຕໍ່​ພົວພັນ​ກັນ​ໃນ​ລະດັບ​ສູງດັ່ງກ່າວ ​ແມ່ນ​ຮວມທັງ​ການ​ເຈລະຈາ​ກັນ​ເລື້ອງ​ການບິນ​ແລະ​ຖ່ານ​ຫິນ​.

ຍີ່ປຸ່ນ​ໄດ້ຕອບ​ໂຕ້ຄືນ​ໄປ​ໂດຍ​ໄວ ​ໂດຍ​ໂຄສົກ​ປະ​ຈໍາ​ນາຍົກລັດຖະມຸນຕີ Naoto Kan ໄດ້​ເອີ້ນ​ການ​ເຄື່ອນ​ໄຫວ​ດັ່ງກ່າວ​ຂອງ​ຈີນ​ວ່າ ​ເປັນ​ທີ່​ໜ້າ​ເສຍ​ໃຈ​ຢ່າງ​ແທ້​ຈິງ. ​ໂຄສົກ​ໄດ້​ຮຽກຮ້ອງ​ໃຫ້​ຈີນ​ສະຫງົບ​ອາລົມ​ແລະລະມັດ​ລະວັງ ​ເພື່ອ​ບໍ່​ໃຫ້​ສະຖານະ​ການເພີ່ມ​ທະວີຮ້າຍແຮງ​ຂຶ້ນ​ອີກ.

ຍີ່ປຸ່ນ​ໄດ້​ກັກ​ໂຕ​ກັບຕັນ​ເຮືອ​ຫາ​ປາຂອງຈີນ​ພ້ອມ​ທັງ​ລູກ​ເຮືອ 14 ຄົນ​ຫລັງ​ຈາກ​ເ​ກີດ​ເຫດການ​ຕໍາ​ກັນ​ກັບ​ເຮືອຍາມ​ຝັ່ງ​ຂອງ​ຍີ່​ປຸ່ນ ​ໃນ​ວັນ​ທີ 7 ​ເດືອນ​ນີ້. ​ທາງ​ຍີ່ປຸ່ນ​ໄດ້​ປ່ອຍ​ໂຕ​ພວກ​ລູກເຮືອ​ທັງ​ໝົດ​ໃນ​ວັນ​ຈັນ​ຜ່ານ​ມາ ​ແຕ່​ຍັງ​ກັກ​ໂຕ​ກັບຕັນ​ໄວ້​ຢູ່.

ຊາວຈີນ​ປະມານ 100 ຄົນ​ ພາກັນ​ໂຮມ​ຊຸມນຸມປະ​ທ້ວງຢູ່​ໃກ້ໆ​ກັບ​ສະຖານທູດ​ຍີ່ປຸ່ນ​ໃນ​ກຸງ​ປັກ​ກິ​ງ​ໃນ​ວັນ​ເສົາ​ຜ່ານ​ມາ ຮຽກຮ້ອງ​ໃຫ້​ກຸງ​ໂຕ​ກຽວ​ປ່ອຍ​ໂຕ​ກັບຕັນ​ຄົນ​ນີ້.

XS
SM
MD
LG