ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຈີນອົບພະຍົບພົນລະເມືອງຂອງຕົນ ອອກຈາກເຂດແຜ່ນດິນໄຫວ ທີ່ຍີ່ປຸ່ນ


ວິກິດການນີວເຄລຍທີ່ຍີ່ປຸ່ນ ວັນທີ 15 ມີນາ 2011
ວິກິດການນີວເຄລຍທີ່ຍີ່ປຸ່ນ ວັນທີ 15 ມີນາ 2011

ຈີນ​ກໍາລັງ​ດໍາ​ເນີນ​ງານ​ເພື່ອ​ອົບ​ພະຍົບພົນລະ​ເມືອງ​ຂອງ​ຕົນ​
ອອກ​ຈາກພາກ​ຕາ​ເວັນ​ອອກສຽງ​ເໜືອ​ຂອງ​ຍີ່ປຸ່ນ​ທ່າມກາງ​
ຄວາມ​ຢ້ານ​ກົວ​ກ່ຽວ​ກັບການ​ຮົ່ວ​ໄຫລອອກ​ມາຂອງ​ກໍາ​ມັນ​
ຕະພາບ​ລັງສີທີ່​ໂຮງ​ໄຟຟ້າ​ນີວ​ເຄລຍແຫ່ງ​ນຶ່ງ​ທີ່​ໄດ້​ຮັບ​ຄວາມ
ເສຍ​ຫາຍ​ຈາກ​ໄພ​ແຜ່ນດິນ​ໄຫວ​ນັ້ນ.

ພວກ​ເຈົ້າ​ໜ້າ​ທີ່​ກໍາລັງ​ຈັດ​ແຈງ​ສົ່ງລົດ​ບັສ​ໄປ​ຮັບ​ເອົາ​ພົນລະ​ເມືອງ​ຂອງ​ຕົນ​ອອກ​ຈາກ​ບັນ​ດາ​ຂົງ​ເຂດ​ຕ່າງໆ​ທີ່​ໄດ້​ປະສົບກັບ​ໄພ​ແຜ່ນດິນ​ໄຫວ​ແລະ​ຄື້ນຟອງ​ຍັກ​ສຸ​ນາ​ມິ​ໃນ​ວັນສຸກ​ຜ່ານ​ມາ​. ການ​ດໍາ​ເນີນ​ການ​ດັ່ງກ່າວ​ນີ້​ ນັບ​ວ່າ​ເປັນ​ການ​ອົບ​ພະຍົບພົນ
ລະ​ເມືອງຈີນ ທີ່​ສໍາຄັນຄັ້ງ​ທີ 3 ​ໃນ​ຫວ່າງ​ໄວໆ​ມາ​ນີ້ ຫລັງ​ຈາກຈີນໄດ້​ທໍາ​ຄວາມ​ພະຍາຍາມເພື່ອ​ຊ່ອຍ​ພົນ ລະ​ເມືອງ​ຂອງ​ຕົນຫຼົບໜີອອກຈາກອີຈິບແລະລີເບຍທີ່ມີການ​ລຸກ​ຮື​ຂຶ້ນຕໍ່ຕ້ານ​ລັດຖະບານນັ້ນ.

ໂຄສົກ​ຍິງ​ປະ​ຈໍາ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ວ່າ ລະດັບ​ກໍາ​ມັນ​ຕະພາບ​ລັງສີ​ຢູ່ຈີນ ​ແມ່ນ​ມີ​ການ​ຕິດຕາມ​ເບິ່ງ​ຢ່າງ​ໃກ້ຊິດ.

ໃນ​ຂະນະ​ດຽວ​ກັນ ສາຍ​ການບິນ​ຈີນ​ໄດ້​ລົບ​ລ້າງ​ຖ້ຽວ​ບິນ​ຂອງ​ຕົນ​ທັງ​ໝົດ​ໃນ​ຕອນ​ບ່າຍ​ວັນ​ອັງຄານ​ມື້​ນີ້ ທີ່​ບິນ​ຈາກ​ນະຄອນຫລວງ​ປັກ​ກິ​ງ​ແລະ​ເມືອງ​ຊຽງ​ໄຮ້​ທີ່​ມຸ້ງ​ໜ້າ​ໄປ​ຍັງ​ກຸງ​ໂຕ​ກຽວ​ນັ້ນ.

XS
SM
MD
LG