ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຈີນເຕືອນຍີ່ປຸ່ນກ່ຽວກັບເຮືອຫາປາ


ແຜ່ນທີ່ປະເທດຈີນ ກັບຍີ່ປຸ່ນ ໂດຍມີທະເລຈີນຕາເວັນອອກ ກັ້ນກາງ
ແຜ່ນທີ່ປະເທດຈີນ ກັບຍີ່ປຸ່ນ ໂດຍມີທະເລຈີນຕາເວັນອອກ ກັ້ນກາງ

ເຈົ້າ​ໜ້າ​ທີ່​ຂັ້ນ​ສູງສຸດ​ດ້ານ​ກິດຈະການ​ຕ່າງປະ​ເທດ​ຈີນ ​ໄດ້​ເຕືອນ​ຍີ່ປຸ່ນ​ໃຫ້ດໍາ​ເນີນໃນ​ອັນ​ທີ່​ ທ່ານ​ເອີ້ນ​ວ່າ ການ​ແກ້​ໄຂ​ດ້ານ​ການ​ເມືອງ​ທີ່​ສະຫລາດ​ສ່ອງ​ໄສ ເພື່ອ​ປ່ອຍ​ເຮືອ​ຫາ​ປາ​ລໍາ​ນຶ່ງ​ພ້ອມ​ດ້ວຍລູກ​ເຮືອ ​ທີ່ຍີ່ປຸ່ນ​ຍຶດ​ໄປ​ ໃນ​ສັບປະດາຜ່ານ​ມາ​ນີ້.

ທ່ານ Dai Bingguo ສະມາຊິກ​ສະພາ​ປົກຄອງ​ຂອງ​ຈີນ​ໄດ້​ຮຽກ​ຕົວທ່ານ Uichiro Niwa ​ເອກ​ອັກຄະ​ລັດຖະທູດ​ຍີ່ປຸ່ນ​ປະ​ຈໍາ​ປະ​ເທດ​ຈີນ ເຂົ້າ​ພົບ​ໃນ​ຕອນ​ເຊົ້າ​ວັນ​ອາທິດ​ມື້​ນີ້​ ເພື່ອ​ສົ່ງ​ ຄໍາ​ເຕືອນ​ດັ່ງກ່າວ​ໃຫ້​ຊາບ. ນັບ​ວ່າ​ເປັນ​ຄັ້ງ​ທີ 4 ​ແລ້ວ ​ທີ່​ທ່ານ Niwa ຖືກ​ຮຽກ​ໂຕ​ມາ​ໃຫ້​ຄໍາ​ຊີ້​ແຈງ ກ່ຽວ​ກັບ​ການ​ຍຶດ​ເຮືອ​ຫາ​ປາ​ລໍາ​ດັ່ງກ່າວ​ນີ້.

ຖະ​ແຫລ​ງການ​ສະບັບ​ນຶ່ງໃນ website ຂອງ​ກະຊວງ​ການ​ຕ່າງປະ​ເທດຈີນ​ກ່າວ​ວ່າ ທ່ານ Dai ​ໄດ້​ສະ​ແດງ​ຄວາມ​ເປັນ​ຫ່ວງ​ຢ່າງ​ເຄັ່ງຂຶມ ຕະຫລອດ​ທັງ​ທ່າ​ທີ​ທີ່​ຈິງ​ຈັງ ​ແລະ​ຍຸດຕິ​ທໍາ ຂອງ​ລັດຖະບານ​ຈີນ​ກ່ຽວກັບ​ເລື້ອງ​ນີ້.

ທ່າ​ງການ​ຍີ່ປຸ່ນ​ໄດ້​ກັກ​ໂຕ​ ກັບຕັນ​ເຮືອ​ພ້ອມ​ດ້ວຍ​ລູກ​ເຮືອ 14 ຄົນຂອງ​ເຮືອປະມົງລໍາ​ນັ້ນ​ຂອງ​ຈີ​ນໄວ້​ ຫລັງ​ຈາກ​ເຮືອ​ລໍາ​ດັ່ງກ່າວໄດ້ເກີດຕໍາ​ກັນ​ກັບ​ເຮືອ​ຍາມ​ຝັ່ງ​ຂອງ​ຍີ່​ປຸ່ນ 2 ລໍາ​ໃນ​ວັນ​ອັງຄານ​ຜ່ານ​ມາ​ ໃກ້ໆ​ກັບ​ໝູ່​ເກາະ​ໃນເຂດ​ທະ​ເລ​ຈີນຕາ​ເວັນ​ອອກ ຊຶ່ງ​ເປັນເຂດ​ນ່ານນໍ້າ​ ທີ່​ທັງ​ສອງ​ຝ່າຍ​ຕ່າງ​ກໍ​ອ້າງເອົາ​ກໍາມະສິດ​ນັ້ນ.

XS
SM
MD
LG