ສື່ມວນຊົນຂອງທາງການຈີນລາຍງານວ່າ ຍີ່ປຸ່ນ 3 ຄົນ
ທີ່ສົງໄສວ່າໄດ້ລ່ວງລໍ້າຢ່າງຜິດກົດໝາຍເຂົ້າໄປໃນເຂດ
ທີ່ຕັ້ງທາງທະຫານຂອງຈີນໄດ້ຖືກປ່ອຍເປັນອິດສະຫຼະແລ້ວ
ແຕ່ຄົນທີ 4 ຍັງຖືກຄວບຄຸມໂຕໄວ້.
ຊາວຍີ່ປຸ່ນທັງ 4 ໄດ້ຖືກຈັບໃນສັບປະດາແລ້ວ ທີ່ແຂວງ
Hebei ໃນພາກເໜືອ ຂອງຈີນ. ທັງ 4 ເປັນພະນັກງານ
ຂອງບໍລິສັດກໍ່ສ້າງ Fujita ຂອງຍີ່ປຸ່ນ ທີ່ເດີນທາງໄປຈີນ
ເພື່ອເຮັດວຽກໃນ ໂຄງການມ້ຽນມັດອາວຸດເຄມີທີ່ກອງທັບ
ຍີ່ປຸ່ນໄດ້ ປະຖິ້ມໄວ້ ຫຼັງຈາກສົງຄາມໂລກ ຄັ້ງທີ 2.
ອົງການຂ່າວຊິນຫົວເວົ້າວ່າ 3 ຄົນທີ່ຖືກປ່ອຍໃນວັນພະ ຫັດມື້ນີ້ໄດ້ຍອມຮັບວ່າໄດ້ລະເມີດກົດໝາຍຈີນ ແລະໄດ້ ສະແດງຄວາມສຳນຶກຜິດໃນການກະທຳຂອງພວກຕົນ ແຕ່ຊິນຫົວກ່າວວ່າ ຊາວຍີ່ປຸ່ນຄົນທີ 4 ທີ່ມີຊື່ວ່າ Sada Takahashi ນັ້ນ ຍັງຖືກສືບສວນຢູ່ ຍ້ອນໄດ້ເຂົ້າໄປຖ່າຍ ຮູບສະຖານທີ່ທາງທະຫານຢ່າງຜິດ ກົດໝາຍ. ລັດຖະມົນຕີການຕ່າງ
ປະເທດຍີ່ປຸ່ນ ທ່ານ Seiji Maehara ໄດ້ໃຫ້ ການຢືນຢັນ ໃນລະຫວ່າງການຖະແຫຼງຕໍ່
ກອງປະຊຸມຂອງສະພາແຫ່ງຊາດວ່າ ຊາວ ຍີ່ປຸ່ນ 3 ຄົນໃນ 4 ຄົນນັ້ນໄດ້ຖືກປ່ອຍແທ້. ແລະທ່ານໄດ້ຮຽກຮ້ອງໃຫ້ປັກກິ່ງ ດຳເນີນການແກ້ໄຂໂດຍໄວ ກ່ຽວກັບກໍລະນີຂອງນາຍ
Takahashi ນັ້ນ.
ໂຄສົກກະຊວງການຕ່າງປະເທດຈີນ ທ່ານນາງ Jiang Yu ໄດ້ເຕືອນຍີ່ປຸ່ນໃຫ້ ຢຸດເຊົາ
ການຖະແຫຼງແບບບໍ່ມີຄວາມຮັບຜິດຊອບ ກ່ຽວກັບເລື່ອງນີ້.