ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທາງການຈີນ ລົງໂທດຈຳຄຸກ ນັກເຄື່ອນໄຫວ ຕໍ່ຕ້ານ ສໍ້ລາດບັງຫຼວງ 3 ຄົນ


ນາງ Liu Ping ສະມາຊິກ ຂອງຂະບວນການພົນລະເມືອງໃໝ່ ຫລື the New Citizens’ Movement.
ນາງ Liu Ping ສະມາຊິກ ຂອງຂະບວນການພົນລະເມືອງໃໝ່ ຫລື the New Citizens’ Movement.
ສານຂອງ​ຈີນ​ແຫ່ງນຶ່ງ ​ໄດ້​ຕັດສິນ​ໂທດ​ ພວກນັກ​ເຄື່ອນ​ໄຫວ 3
ຄົນ ຊຶ່ງ​ເປັນສ່ວນນຶ່ງຂອງກຸ່ມ ​ທີ່ຮຽກຮ້ອງ​ ໃຫ້​ບັນດາເຈົ້າໜ້າ​ທີ່
ລັດຖະບານເປີດເຜີຍ​ຊັບ​ສິນ​ຕ່າງໆຂອງ​ເຂົາ​ເຈົ້ານັ້ນໃຫ້ຈຳຄຸກ
ດົນເຖິງ 6 ປີ​ເຄິ່ງ.

ການ​ຕັດ​ສິນ​ລົງ​ໂທດດັ່ງກ່າວ ຂອງ​ສານ ​ຢູ່​ທີ່​ແຂວງ​ Jiangxi
ໃນພາກກາງຂອງຈີນ ຖື​ວ່າ​ເປັນ​ການ​ລົງ​ໂທດ​ ທີ່​ຍັງ​ບໍ່​ທັນໜັກ​ສຸດ
​ໃນ​ການ​ປາບ​ປາມສະມາຊິກ ຂະບວນການພົນລະເມືອງໃໝ່ ຫລື
New Citizens Movement ຂອງ​ປັກ​ກິ່ງ ທີ່​ດຳເນີນມາເປັນ
ເວລາຕະຫຼອດປີນັ້ນ.

ນາງ Lui Ping ​ແລະ Wei Zhongping ​ໄດ້ຮັບ​ໂທດຈຳ​ຄຸກ 6 ປີ​ເຄິ່ງ ຫຼັງຈາກສານ
ພົບວ່າ ພວກກ່ຽວມີຄວາມຜິດ ໃນການ “ຫາ​ເລື້ອງ ຕ່າງໆ” ເພື່ອ “ລົບກວນຄວາມ​
ເປັນ​ລະບຽບ​ຂອງ​ສັງຄົມ”
​ ແລະ ​“​ໃຊ້​ລັດທິສາດ​ສະ​ໜາ​ທີ່​ຊົ່ວ​ຮ້າຍເພື່ອບ່ອນ​
ທຳລາຍການປະຕິບັດໜ້າທີ່ຂອງ​ຕຳ ຫຼວດ.”
ສ່ວນທ້າວ Li Sihua ​ໄດ້​ຮັບໂທດ​
ຈຳ​ຄຸກ 3 ປີ ​ຍ້ອນ “ລົບ ກວນຄວາມ​ເປັນ​ລະບຽບ​ຂອງ​ສັງຄົມ.”

ຂໍ້​ມູນ​ດັ່ງກ່າວໄດ້​ມາ​ຈາກ ທ່ານ Si Weijiang ຊຶ່ງເປັນ​ທະນາຍຄວາມ​ ຂອງນາງ Liu
Ping ທີ່ເອີ້ນ ຄຳ​ຕັດສິນ​ດັ່ງກ່າວນີ້ວ່າ “ບໍ່​ຍຸ​ຕິ​ທຳ​ເລີຍ.”

ທ່ານ William Nee ​ເປັນ​ນັກຄົ້ນຄວ້າຂອງອົງການນິລະໂທດກຳສາ ກົນ ຢູ່ທີ່ຮົງກົງ
ກ່າວຕໍ່​ວີ​ໂອ​ເອວ່າ ຂໍ້​ກ່າວ​ຫາຕ່າງ​ໆຂອງສານ ຕໍ່​ພວກ ນັກ​ເຄື່ອນ​ໄຫວເຫຼົ່ານີ້ ​ແມ່ນ
“ໄຮ້ສາລະທີ່ສຸດ​.”

ທາງ​ການ​ຈີນ​ໄດ້​ທຳ​ການ​ຈັບ​ກຸມ​ ສະມາຊິກຂອງຂະບວນການພົນລະ ເມືອງໃໝ່ ປະມານສິບ​ກວ່າຄົນ ຊຶ່ງ​ເປັນ​ການຈັດຕັ້ງກຸ່ມ​ ທີ່​ມີ​ການ​ພົບ​ປະກັນເວລາ​ກິນອາຫານ​ຄ່ຳ​ເປັນ​ບາງ​ຄັ້ງບາງ​ຄາວ ​ແລະ ມີ​ການ​ອະພິ ປາຍກັນ ​ທີ່ເນັ້ນ​ໃສ່​ການສໍ້ລາດ​ບັງ​ຫລວງ ​ແລະ ສິດ​ທິຕ່າງໆຂອງພົນ​ລະ​ເມືອງນັ້ນ.
XS
SM
MD
LG