ຈີນ ໄດ້ພົບເຫັນວ່າ ເຈົ້າໜ້າທີ່ຂັ້ນສູງສອງຄົນ ມີຄວາມຜິດ ໃນຂໍ້
ຫາສໍ້ລາດບັງຫລວງ ໃນວັນຈັນວານນີ້ ໂດຍຕັດສິນໃຫ້ພວກເຂົາ
ເຈົ້າ ແຕ່ລະຄົນ ຖືກຄຸກດົນ ກວ່າສິບປີ ໃນຖານະທີ່ເປັນພາກ
ສ່ວນນຶ່ງໃນການກວດລ້າງຂອງປັກກິ່ງ ຕໍ່ການປຸກລະດົມຕ້ານ
ການຮັບສິນບົນ.
ທ່ານ Jiang Jiemin ອະດີດຫົວໜ້າບໍລິສັດນໍ້າມັນແຫ່ງຊາດ ຂອງ
ລັດຖະບານ ໄດ້ຖືກກ່າວຫາວ່າ ຮັບສິນບົນ 2 ລ້ານ 2 ແສນໂດລາ
ແລະບໍ່ສາມາດໃຫ້ການອະທິບາຍເຖິງແຫລ່ງທີ່ມາຂອງລາຍໄດ້
ອີກ 2 ລ້ານ 3 ແສນໂດລາ ອີງຕາມສານເມືອງ Hanjiang ໃນ
ແຂວງ Hubei ທາງພາກກາງຂອງປະເທດຈີນ.
ທ່ານ Jiang ຍັງລະເມີດກົດລະບຽບຕ່າງໆ ທີ່ໃຫ້ການຊ່ວຍເຫລືອແກ່ຄົນອຶ່ນໆ ອັນເປັນ
ຜົນເສຍຫາຍແກ່ລັດ ອີງຕາມສານ ທີ່ໄດ້ຕັດສິນທ່ານ ໃຫ້ຕິດຄຸກ 16 ປີ.
ສ່ວນທ່ານ Li Chuncheng ອະດີດຮອງຫົວໜ້າພັກ ແຂວງແຂວງ Sichuan ໃນພາກຕາ
ເວັນຕົກສຽງໃຕ້ຂອງປະເທດ ໄດ້ຖືກຕັດສິນລົງໂທດໃນຖານສໍ້ລາດບັງຫລວງໃນວັນຈັນ
ວານນີ້ ໂດຍສານ ໃນນະຄອນ Xianning ທີ່ຢູ່ໃນອີກເຂດນຶ່ງ ຂອງແຂວງ Hubei. ສານ
ກ່າວວ່າທ່ານ Li ໄດ້ຖືກກ່າວວ່າຫາຮັບເງິນເກືອບ 6 ລ້ານ 4 ແສນ 5 ໝື່ນໂດລາໃນການຊື້
ຈ້າງຈອບອອຍແລະໄດ້ຖືກຕັດສິນໃຫ້ ຕິດຄຸກ 13 ປີ.
ຄຳປະກາດດັ່ງກ່າວ ໄດ້ມີຂື້ນຢູ່ລາຍງານຂອງສານ.
ປະທານປະເທດ Xi Jingping ໄດ້ໃຊ້ເວລາສາມປີທີ່ຜ່ານມາ ພະຍາຍາມຖອນຮາກການ
ສໍ້ລາດບັງຫລວງ ໂດຍກ່າວວ່າ ມັນເປັນໄພຂົ່ມຂູ່ຕໍ່ການຢູ່ລອດອັນສຳ ຄັນຂອງການປົກ
ຄອງໂດຍພັກຄອມມິວນິສ.
ທັງທ່ານ Jiang ແລະ Li ຖືກພິຈາລະນາວ່າ ພົວພັນກັບທ່ານ Zhou Yongkang ຊຶ່ງຄັ້ງ
ນຶ່ງເປັນຫົວໜ້າຮັກສາຄວາມປອດໄພພາຍໃນປະເທດ ທີ່ມີອິດທິພົນແລະອະດີດສະມາ
ຊິກກໍາມະການກົມການເມືອງສູນກາງພັກ. ທ່ານ Zhou ເຈົ້າໜ້າທີ່ອະວຸໂສຄົນສູງສຸດ ໄດ້
ຖືກກ່າວຫາວ່າສໍ້ລາດບັງຫລວງ ໃນການປຸກລະດົມຕ້ານການຮັບສິນບົນ ຂອງທ່ານ Xi
ຊຶ່ງໄດ້ຖືກຕັດສິນລົງໂທດ ຖານສໍ້ລາດບັງຫລວງ ແລະຖືກຄຸກຕະຫລອດຊີວິດ.