ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ຈີນປະຕິເສດການຂໍອຸທອນ ຂອງທ່ານ Xue Feng


ເອກອັກຄະລັດຖະທູດສະຫະລັດ ປະຈຳປະເທດຈີນ ທ່ານ Jon Huntsman ຖະແຫຼງຕໍ່ພວກນັກຂ່າວ ຢູ່ຕໍ່ໜ້າ ສານປະຊາຊົນຊັ້ນສູງ ທີ່ນະຄອນຫຼວງປັກກິ່ງ ລຸນຫຼັງການຂໍອຸທອນຂອງທ່ານ Xue Feng (18 ກຸມພາ 2011)
ເອກອັກຄະລັດຖະທູດສະຫະລັດ ປະຈຳປະເທດຈີນ ທ່ານ Jon Huntsman ຖະແຫຼງຕໍ່ພວກນັກຂ່າວ ຢູ່ຕໍ່ໜ້າ ສານປະຊາຊົນຊັ້ນສູງ ທີ່ນະຄອນຫຼວງປັກກິ່ງ ລຸນຫຼັງການຂໍອຸທອນຂອງທ່ານ Xue Feng (18 ກຸມພາ 2011)

ສານອຸທອນແຫ່ງນຶ່ງຂອງຈີນໄດ້ຕັດສິນເຫັນພ້ອມກັບການ
ລົງໂທດຕໍ່ນັກທໍລະນີວິທະຍາດສະຫະລັດຄົນນຶ່ງທີ່ຖືກກ່າວ
ຫາວ່າໄດ້ຮັບຂໍ້ມູນແບບຜິດກົດໝາຍກ່ຽວກັບອຸດສາຫະກຳ
ນໍ້າມັນຂອງຈີນ.

ໃນວັນສຸກມື້ນີ້ ສານໃນເຂດນະຄອນຫລວງປັກກິ່ງ ໄດ້ປະຕິ
ເສດຕໍ່ການຂໍອຸທອນຂອງທ່ານ Xue Feng ກ່ຽວກັບການ
ຕັດສິນໂທດຈຳຄຸກເປັນເວລາ 8 ປີຂອງສານຊັ້ນຕົ້ນທີ່ທ່ານ
ໄດ້ຮັບ ໃນເດືອນກໍລະກົດປີກາຍ. ທ່ານ Xue ຊຶ່ງເປັນຄົນ
ຈີນໂດຍກຳເນີດແຕ່ໄດ້ໂອນສັນຊາດເປັນຄົນອະເມຣິກັນນັ້ນ
ໄດ້ຖືກຈັບ ໃນເດືອນພະຈິກປີ 2007 ໃນການຈັດແຈງການ
ຂາຍຖານຂໍ້ມູນ ກ່ຽວກັບເລື່ອງນໍ້າມັນຂອງຈີນ. ທ່ານ Xue ໄດ້ເຮັດວຽກ ໃຫ້ກັບບໍລິສັດ
ພະລັງງານແລະໃຫ້ຄຳປຶກສາຂອງເອກກະຊົນສະຫະລັດບໍລິສັດນຶ່ງ ໃນເວລາທີ່ຜູ້ກ່ຽວຖືກ
ຈັບ.

ທະນາຍຄວາມຂອງທ່ານ Xue ກ່າວວ່າ ຂໍ້ມູນເຫຼົ່ານີ້ແມ່ນມີການຊື້ຂາຍກັນຢູ່ແລ້ວແລະໄດ້
ຖືກຈັດວ່າເປັນຄວາມລັບຂອງປະເທດ ກໍຕໍ່ເມື່ອຫຼັງຈາກລູກຄວາມຂອງລາວໄດ້ຮັບຂໍ້ມູນດັ່ງ
ກ່າວ.

ເອກອັກຄະລັດຖະທູດສະຫະລັດປະຈຳປະເທດຈີນທ່ານ Jon Huntsman ໄດ້ໄປຮ່ວມຮັບ
ຟັງການຕັດສິນຂອງສານ ໃນວັນສຸກມື້ນີ້. ທ່ານກ່າວຕໍ່ພວກນັກຂ່າວຢູ່ຂ້າງນອກຂອງສານ
ວ່າທ່ານຮູ້ສຶກຜິດຫວັງເປັນທີ່ສຸດກ່ຽວຜົນຂອງການຕັດສິນຂະນະທີ່ກ່າວຕື່ມວ່າ ມັນບໍ່ແມ່ນ
ເລື່ອງທີ່ບໍ່ຄາດຄິດກັນ.

ທ່ານ Huntsman ຮຽກຮ້ອງໃຫ້ລັດຖະບານຈີນປ່ອຍໂຕທ່ານ Xue ໃນທັນທີໂດຍເຫັນແກ່
ມະນຸດສະທຳແລະອະນຸຍາດໃຫ້ຜູ້ກ່ຽວກັບຄືນໄປຫາຄອບຄົວ ແລະແນວທາງໃນການດຳລົງ
ຊີວິດຂອງຜູ້ກ່ຽວ.

XS
SM
MD
LG