ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ຈີນ​ບໍ່ພໍໃຈ ນໍາການສົມທຽບ ທ່ານແມນເດລາ ​ໃສ່ນັກ​ເຄື່ອນ​ໄຫວ​​ຈີນ Liu Xiaobo


ພາບນັກ​ຂຽນ Mo Yan (ຊ້າຍ) ​ແລະນັກ​ເຄື່ອນ​ໄຫວ​ຂອງ​ຈີນ
​ທ່ານ Liu Xiaobo (ຂວາ)
ພາບນັກ​ຂຽນ Mo Yan (ຊ້າຍ) ​ແລະນັກ​ເຄື່ອນ​ໄຫວ​ຂອງ​ຈີນ ​ທ່ານ Liu Xiaobo (ຂວາ)
ໜັງສືພິມຂອງພັກຄອມມຸຍນີສຈີນ ໄດ້ກ່າວປະນາມ ການສົມ
ທຽບລະຫວ່າງມື້ລາງ ອະດີດ ປະທານາທິບໍດີ ຜູ້​ນໍາ​ອາ​ຟຣິກາ​
ໃຕ້ທ່ານ Nelson Mendela ກັບທ່ານ Liu Xiaobo ​ ນັກ
​ເຄື່ອນ​ໄຫວຈີນ​ທີ່​ຖືກ​ຂັງ​ຄຸກ ​ໃນ​ປະຈຸ​ບັນ​ນີ້.

​ລຸນ​ຫລັງ​ການ​ຈາກ​ໄປ​ຂອງມື້​ລາງ ທ່ານ Mendela ​ໃນ​ອາທິດ
​ແລ້ວ​ນີ້ ພວກນັກວິ​ເຄາະ​ຕາ​ເວັນ​ຕົກ​ແລ​ະພວກ​ທີ່​ຊົມ​ໃຊ້ສື່​ສັງ
ຄົມຂອງ​ຈີນ ​ໄດ້​ຕໍາ​ນິຕິ​ຕຽນກຸງ​ປັກ​ກິ່ງ ທີ່​ກ່າວຊົມ​ເຊີຍ​ຕໍ່ອະດີດ ​
ຜູ້​ນໍາ​ອາ​ຟຣິກາ​ໃຕ້ ​ໃນ​ຂະນະ​ທີ່ທໍາ​ການ​ກວດ​ລ້າງ ຕໍ່​ປະຊາຊົນ
ຊາວ​ຈີນ​ທີ່​ຄັດຄ້ານ​ລັດຖະບານ ​ເຊັ່ນ​ທ່ານ Liu ນັ້ນ.

ພວກນັກວິ​ເຄາະບາງ​ຄົນ​ຍັງ​ຮອດ​ໃຫ້​ຂໍ້​ສັງເກດ​ ​ເຖິງຄວາມ​ຄ້າຍ​ຄຶງ​ກັນ​ຂອງທັງ​ສອງ​ທ່ານ
​ ​ທີ່​ໄດ້​ຮັບ​ລາງວັນ Nobel ຂະ​ແໜງ​ສັນຕິພາບ ແລະໄດ້​ຖືກຂັງຄຸກ​ຍ້ອນການ​ເຄື່ອນ​ໄຫວ
​ທາງ​ການ​ເມືອງ ຂອງ​ພວກ​ທ່ານ​ນັ້ນ.

ແຕ່ໜັງສືພິມ the Global Times ສະບັບ​ວັນ​ພຸດ​ມື້​ນີ້​ ບໍ່​ໃຫ້​ຄວາມ​ສໍາຄັນ​ແກ່​ການ​ສົມ
​ທຽບ​ດັ່ງກ່າວ ແລະ​ເວົ້າ​ວ່າ ຝ່າຍຕາ​ເວັນ​ຕົກ ກໍາລັງ​ໃຊ້​ກໍລະນີ​ຂອງ​ທ່ານ Liu ​ເປັນເຄື່ອງມື
​ຝ່າຝືນ​ຕໍ່ອະທິປະໄຕ​ດ້ານຕຸລາການຂອງຈີນ ແລະ​ໂຈມ​ຕີປະຫວັດດ້ານສິດທິມະນຸດຂອງຈີນ.

ໜັງສືພິມດັ່ງກ່າວໄດ້ກ່າວຍ້ອງຍໍ ຢູ່ໃນໜ້າບົດບັນນາທິການ ການ​ຕໍ່ສູ້ຕ່າງໆ ຄວາມອົດທົນ
ອົດກັ້ນ ແລະຄວາມພະຍາຍາມ ຂອງມື້​ລາງ ທ່ານ Mendela ​ເພື່ອ​ຈະເຊື່ອມໂຍງປະສານ
ຄວາມແຕກຕ່າງທັງຫຼາຍທັງປວງນັ້ນ ແຕ່ກັບໄດ້ກ່າວເຖິງທ່ານ Liu ວ່າ ​ເປັນ​ນັກໂທດ​ຊາວ
​ຈີນ ​ທີ່​ປະ​ເຊີນ​ໜ້າແລະ​ທ້າ​ທາຍກັບ​ທາງ​ການ​ ແລະ​ຖືກ​ປະຕິ​ເສດ​ ຈາກສັງຄົມສ່ວນ​ໃຫຍ່
​ຂອງ​ຈີນ.

ໜັງສືພິມສະບັບ​ນີ້ ຍັງຕ້ອງຕິ ລັດຖະມົນຕີຕ່າງປະ​ເທດສະຫະລັດ ທ່ານ John Kerry
ທີ່​ໃນ​ວັນ​ຈັນ​ຜ່ານ​ມານີ້​ ໄດ້ຮຽກຮ້ອງໃຫ້ກຸງປັງກິ່ງ ປ່ອຍຕົວ ທ່ານ Liu Xiaobo ຜູ້ຊຶ່ງໄດ້
ຖືກ​ຂັງຄຸກມາໄດ້ 5 ປີ ແລ້ວນັ້ນ.
XS
SM
MD
LG