ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທາງການຈີນ ເຕືອນ ເຖິງໄພ ຄວັນໝອກພິດ “ຂັ້ນສີແດງ”


ພວກແມ່ຍິງ ຊາວຈີນ ທີ່ໃສ່ໜ້າກາກ ເພື່ອປ້ອງກັນມົນລະພິດ ໃນອາກາດ ກຳລັງຍ່າງຜ່ານ ສວນ Ritan ທີ່ຖືກປົກຄຸມໂດຍ ໝອກຄວັນຢ່າງໜາແໜ້ນ ໃນນະຄອນຫຼວງ ປັກກິ່ງ ຂອງຈີນ, ວັນທີ 19 ທັນວາ 2016.
ພວກແມ່ຍິງ ຊາວຈີນ ທີ່ໃສ່ໜ້າກາກ ເພື່ອປ້ອງກັນມົນລະພິດ ໃນອາກາດ ກຳລັງຍ່າງຜ່ານ ສວນ Ritan ທີ່ຖືກປົກຄຸມໂດຍ ໝອກຄວັນຢ່າງໜາແໜ້ນ ໃນນະຄອນຫຼວງ ປັກກິ່ງ ຂອງຈີນ, ວັນທີ 19 ທັນວາ 2016.

ຈີນໄດ້ ແຈ້ງ ເຕືອນເຖິງໄພຄວັນໝອກພິດ “ຂັ້ນສີແດງ” ໂດຍໃຫ້ປິດ ໂຮງຮຽນຫຼາຍແຫ່ງ ພ້ອມດ້ວຍ ໂຮງງານຕ່າງໆ ແລະ ພວກທຸລະກິດ ຢູ່ໃນຫຼາຍໆຕົວເມືອງ.

ເມືອງຕ່າງໆ ທີ່ໄດ້ຮັບຜົນກະທົບ ແມ່ນຍັງຕ້ອງໄດ້ຈຳກັດ ຈຳນວນຂອງຍວດຍານພາ
ຫະນະ ທີ່ອະນຸຍາດໃຫ້ອອກມາໄດ້ ຢູ່ຕາມທ້ອງຖະໜົນ.

ການແຈ້ງເຕືອນໄພຈາກມົນລະພິດ ຢູ່ໃນຈີນ ໄດ້ກາຍເປັນເລື້ອງທຳມະດາທົ່ວໄປ ເພີ່ມ ຂຶ້ນເລື້ອຍໆ ໂດຍສະເພາະ ໃນຕົວເມືອງອຸດສາຫະກຳທັງຫຼາຍ ຢູ່ທາງພາກເໜືອ ຂອງ
ປະເທດ.

ບັນຫາມົນລະພິດ ໃນອາກາດ ຂອງປະເທດຈີນ ທີ່ມີຢູ່ຢ່າງຍາວນານ ແມ່ນເປັນຍ້ອນ ການເພິ່ງພາອາໃສຖ່ານຫີນເປັນຫຼັກ ຂອງປະເທດ ແລະ ການນຳໃຊ້ພວກລົດເກົ່າ ທີ່ປ່ອຍຄວັນພິດສູ່ອາກາດ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG