ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ຈີນ ອອກລາຍງານ ຕອບໂຕ້ ຕໍ່ລາຍງານ ສິດທິມະນຸດ ສຫລ (ວີດີໂອ)


ທຸງຊາດ ສຫລ ແລະຈີນ ພວມປິວສະບັດ ຢູ່ທີ່ໂຮງແຮມແຫ່ງນຶ່ງ ໃນກຸງປັກກິ່ງ.
ທຸງຊາດ ສຫລ ແລະຈີນ ພວມປິວສະບັດ ຢູ່ທີ່ໂຮງແຮມແຫ່ງນຶ່ງ ໃນກຸງປັກກິ່ງ.
ຈີນໄດ້ອອກລາຍງານສະບັບນຶ່ງ ອ້າງຫຼັກຖານ ກ່ຽວກັບການກ່າວ
ຫາວ່າ ມີການລະເມີດສິດທິມະນຸດ ຢູ່ໃນສະຫະລັດ ຫລັງຈາກກະ ຊວງການຕ່າງປະເທດສະຫະລັດໄດ້ອອກລາຍງານປະຈຳປີທີ່ສຳ ຫຼວດເບິ່ງການເຄົາລົບນັບຖືສິດທິມະນຸດຢູ່ໃນທົ່ວໂລກທີ່ໄດ້ຕຳໜິ ຕິຕຽນປັກກິ່ງຢ່າງແຮງ.

ລາຍງານຂອງກະຊວງການຕ່າງປະເທດສະຫະລັດທີ່ອອກໃນວັນ
ພະຫັດວານນີ້ໄດ້ປະນາມນະໂຍບາຍຕ່າງໆໃນຂອບເຂດທີ່ກວ້າງ
ຂວາງຂອງຈີນ ຮວມທັງການປາບປາມ ພວກຕຳໜິຕິຕຽນລັດຖະ
ບານ ການປະຕິບັດຕໍ່ພວກຊົນກຸ່ມນ້ອຍ ແລະ ການກວດກາຄວບ
ຄຸມອິນເຕີແນັດ.

ຂະນະດຽວກັນ ລາຍງານດັ່ງກ່າວນີ້ ກໍໃຫ້ຂໍ້ສັງເກດ ກ່ຽວກັບການປັບປຸງໃນນະໂຍບາຍມີລູກ ໄດ້ຄົນດຽວ ທີ່ຖືກຕຳໜິຕິຕຽນ ມາເປັນເວລາດົນນານ ຂອງຈີນ ຊຶ່ງໄດ້ມີການໂຍະຍານຜ່ອນ ຜັນໃນປີກາຍນີ້ ແລະການຕັດສິນໃຈຂອງປັກກິ່ງ ຊຶ່ງໃນທາງທິດສະດີແລ້ວ ແມ່ນໄດ້ລຶບລ້າງ ການສຳມະນາທີ່ຊື່ສຽງບໍ່ຄ່ອຍດີ ຢູ່ຕາມສູນອອກແຮງງານໜັກແຫ່ງຕ່າງໆນັ້ນ.

ແຕ່ສ່ວນໃຫຍ່ ຂອງລາຍງານທີ່ມີທັງໝົດ 154 ໜ້ານັ້ນ ແມ່ນເປັນໄປໃນທາງລົບໂດຍໄດ້ເນັ້ນ ໜັກເຖິງ ການເຄົາລົບນັບຖືສິດທິມະນຸດ ຊຶ່ງໃນໄລຍະຫຼາຍໆປີຜ່ານມາ ໄດ້ເປັນເລື່ອງທີ່ສ້າງ ຄວາມຂັດຂ້ອງໝອງໃຈ ໃຫ້ແກ່ສາຍພົວພັນ ລະຫວ່າງສອງປະເທດ ທີ່ມີເສດຖະກິດໃຫຍ່ສຸດ ໃນໂລກ.

ໃນລາຍງານຂອງຕົນທີ່ອອກໃນວັນສຸກມື້ນີ້ ຈີນໄດ້ໂຈມຕີສະຫະລັດຄືນ ໂດຍເວົ້າວ່າ ໄດ້ປິດ ບັງຢ່າງລະມັດລະວັງ ແລະຫລີກລ່ຽງບັນຫາ ດ້ານສິດທິມະນຸດຂອງຕົນ. ໂດຍສະເພາະແລ້ວ ລາຍງານຂອງຈີນໄດ້ກ່າວເຖິງການເສຍຊີວິດຂອງພົນລະເຮືອນໃນການໂຈມຕີໂດຍເຮືອບິນ ບໍ່ມີຄົນຂັບ ການກໍ່ຄວາມຮຸນແຮງພາຍໃນປະເທດໂດຍ ໃຊ້ອາວຸດປືນ ໃນຂອບເຂດທີ່ກວ້າງ ຂວາງ ແລະສະຖານະການກ່ຽວກັບຄົນຫວ່າງງານ ຢ່າງຮ້າຍແຮງອີກດ້ວຍ.

US - China
please wait
Embed

No media source currently available

0:00 0:00:54 0:00
XS
SM
MD
LG